ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນໃຫ້ສິດທິພິເສດ ແກ່ 97 ເປີເຊັນ ຂອງສິນຄ້າທັງໝົດຂອງລາວ ທີ່ສົ່ງໄປຂາຍໃນຈີນ


ໝາກກ້ວຍທີ່ປູກຢູ່ລາວເພື່ອສົ່ງໄປຂາຍຈີນທີ່ຍັງຕົກຄ້າງຢູ່ລາວ ຍ້ອນການລະບາດຂອງພະຍາດໂຄວິດ-19
ໝາກກ້ວຍທີ່ປູກຢູ່ລາວເພື່ອສົ່ງໄປຂາຍຈີນທີ່ຍັງຕົກຄ້າງຢູ່ລາວ ຍ້ອນການລະບາດຂອງພະຍາດໂຄວິດ-19

ລັດຖະບານຈີນໃຫ້ສິດທິພິເສດທາງການຄ້າແກ່ລາວຫລາຍຂື້ນ ດ້ວຍການຍົກເວັ້ນພາສີການຄ້າໃຫ້ສິນຄ້າຈີນ ທີ່ນຳເຂົ້າຈາກລາວ 8,256 ລາຍການ ຫຼື 97 ເປີເຊັນຂອງສິນຄ້າທີ່ນຳເຂົ້າຈີນທັງໝົດຈາກລາວ, ຊົງລິດ ໂພນເງິນ ມີລາຍງານມາຈາກບາງກອກ.

ກະຊວງອຸດສາຫະກຳ ແລະການຄ້າລາຍງານວ່າກະຊວງການຄ້າຂອງຈີນໄດ້ຍົກເວັ້ນພາສີ ການຄ້າໃຫ້ ແກ່ສິນຄ້າທີ່ນໍາເຂົ້າຈາກລາວຈໍານວນ 8,256 ລາຍການ ຫຼື 97 ເປີເຊັນຂອງສິນຄ້າທັງໝົດທີ່ນຳເຂົ້າຈາກລາວ. ການຍົກເວັ້ນພາສີຕໍ່ຜະລິດຕະພັນລາວຄັ້ງນີ້ ຈະເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ທັນວາ ປີ 2020 ເປັນຕົ້ນໄປ, ຈຶ່ງຈະເຮັດໃຫ້ຍັງເຫລືອສິນຄ້າອີກ 255 ລາຍການທີ່ທາງການຈີນຍັງຄົງສືບຕໍ່ເກັບພາສີນຳເຂົ້າຈາກລາວ ພາຍໃຕ້ເປົ້າໝາຍເພື່ອໃຫ້ການປົກປ້ອງສິນຄ້າຊະນິດດຽວກັນທີ່ຜະລິດຢູ່ໃນຈີນ ເປັນສຳຄັນ ຊຶ່ງ ໃນນີ້ ກໍລວມທັງຊາຂຽວ ແລະຊາໂບຮານ 400 ປີ ຂອງແຂວງຜົ້ງສາລີອີກດ້ວຍ ທີ່ທາງການຈີນໄດ້ຈັດເກັບພາສີນຳເຂົ້າສູງເປັນພິເສດ ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ຊາວກະສິກອນລາວ ເພາະມາດຕະການດັ່ງກ່າວຂອງຈີນໄດ້ເຮັດໃຫ້ກະສິກອນລາວບໍ່ສາມາດສົ່ງຜົນຜະລິດຊາຂຽວ ແລະຊາໂບຮານ 400 ປີໄປຂາຍຢູ່ໃນຈີນໄດ້ເລີຍ ເນື່ອງຈາກວ່າມັນມີລາຄາແພງກ່ວາຊາຈີນນັ້ນເອງ.

ການປູກຊາ 400 ປີໃນແຂວງຜົ້ງສາລີ
ການປູກຊາ 400 ປີໃນແຂວງຜົ້ງສາລີ

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ຊາວກະສິກອນລາວໃນເມືອງຜົ້ງສາລີບໍ່ມີລາຍໄດ້ສໍາລັບນໍາໃຊ້ເຂົ້າໃນການພັດທະນາເພື່ອຍົກສູງຄຸນນະພາບຂອງຜົນຜະລິດທັງຍັງຕ້ອງດີ້ນຮົນດ້ວຍການລັກລອບຂົນສົ່ງຊາເຂົ້າໄປໃນຈີນ ແລະຖືກກົດລາຄາຮັບຊື້ຈາກບັນດາພໍ່ຄ້າຈີນອີກດ້ວຍ ດັ່ງທີ່ທ່ານທອງສະຫວັນ ທໍາມະວົງ ປະທານແນວລາວສ້າງຊາດ ແຂວງຜົ້ງສາລີໄດ້ໃຫ້ການຢືນຢັນວ່າ:
“ສະມັດຕະພາບໃນການຜະລິດໃບຊາດິບຍັງຕໍ່າຫລາຍ ເຊິ່ງພາໃຫ້ລາຍໄດ້ຂອງຊາວສວນຊາສ່ວນໃຫຍ່ບໍ່ສາມາດພົ້ນທຸກໄດ້ ຍ້ອນການກຽມດິນກ່ອນປູກບໍ່ຖືກເຕັກນິກ ຕະຫຼາດຊາຍັງຈຳກັດຫລາຍ ການສົ່ງອອກເຢຍຣະມັນໃນແຕ່ລະປີ ກະປະມານ 30 ໂຕນ, ສົ່ງອອກ ສປ ຈີນ ກະປະມານ 200 ໂຕນ ແບບການຄ້າຊາຍແດນ ແລ້ວກະລັກສົ່ງອອກສ່ວນໃຫຍ່ ເພາະວ່າຢູ່ປະເທດຈີນເຂົາບໍ່ມີໂຄຕ້າໃຫ້ ພ້ອມນັ້ນລາຄາກໍຂຶ້ນ-ລົງບໍ່ປົກກະຕິ ບາງປີກໍບໍ່ມີຮອດຜູ້ເກັບຊື້."

ນອກຈາກນັ້ນ, ຊາວກະສິກອນລາວຍັງໄດ້ຮັບຜົນກະທົບຢ່າງໜັກ ຈາກການລະບາດຂອງໄວຣັສໂຄວິດ-19 ເພາະວ່າພວກເຂົາບໍ່ສາມາດສົ່ງຜົນຜະລິດກະສິກຳໄປຈີນໄດ້ຕາມປົກກະຕິ ແລະບັນດາພໍ່ຄ້າຊາວຈີນກະບໍ່ໄດ້ເດີນທາງມາຮັບຊື້ຜົນຜະລິດກະສິກຳໃນລາວ ນັບຕັ້ງແຕ່ເດືອນມັງກອນ 2020 ເປັນຕົ້ນມາແລ້ວ ຈຶ່ງເຮັດໃຫ້ຊາວກະສິກອນລາວບໍ່ມີລາຍໄດ້ ຈາກການຂາຍຜົນຜະລິດ ທັງຍັງປາກົດອີກດ້ວຍວ່າ ມີຜົນຜະລິດຕະພັນທີ່ຕົກຄ້າງຢູ່ໃນລາວຈໍານວນຫລາຍ ໂດຍສະເພາະໝາກກ້ວຍຫອມນັ້ນ ກໍເປັນຜົນຜະລິດຕະພັນທີ່ຍັງເຫຼືອຫຼາຍທີ່ສຸດ ດັ່ງທີ່ອຸ່ນອາລຸນ ຫົວໜ້າຜະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ຢືນຢັນວ່າ
ຖືວ່າມາຮອດປັດຈຸບັນນີ້ຢູ່ແຂວງອຸດົມໄຊຂອງພວກເຮົາ ສິນຄ້າຍັງຄ້າງທີ່ບໍ່ໄດ້ຂາຍອອກໄປສູ່ປະເທດ ຈີນ ນີ້ກະມີໝາກຖົ່ວແຂກ 1,000 ກວ່າໂຕນ, ມັນດ້າງ​ 1,700 ກວ່າໂຕນ, ໝາກກ້ວຍຫອມນີ້ແມ່ນ 115,800 ກວ່າໂຕນ, ຕໍ່ມານີ້ແມ່ນໝາກອຶ 3,267 ໂຕນ ແລະ ອ້ອຍນີ້ 1,500 ໂຕນ ຊຶ່ງວ່າສິນຄ້າເຫຼົ່ານີ້ນີ່ ຍັງຄ້າງຢູ່ແຂວງອຸດົມໄຊຂອງພວກເຮົາໃນໄລຍະປັດຈຸບັນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພີ່ນ້ອງກະສິກອນແຂວງອຸດົມໄຊເຮົາເປັນຈຳນວນຫຼວງຫຼາຍພໍສົມຄວນ.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າຍອມຮັບວ່າ ການລະບາດຂອງເຊື້ອໄວຣັສ Covid-19 ຍັງສົ່ງຜົນກະທົບຕໍ່ການສົ່ງອອກຜົນຜະລິດກະສິກຳທີ່ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ ຈີນ ອີກດ້ວຍເປັນຕົ້ນແມ່ນຜົນຜະລິດເຂົ້າທີ່ລັດຖະບານຈີນ ໄດ້ອະນຸຍາດໃຫ້ຮັບຊື້ຈາກລາວ ໃນປະລິມານລວມ 50,000 ໂຕນໃນປີ 2020​ ນີ້ ແຕ່ກໍປາກົດວ່າກະເສດຕະກອນລາວ ສາມາດສົ່ງເຂົ້າໄປຈີນ ໄດ້ພຽງ 1,350 ໂຕນ ຄິດເປັນ 2.5 ເປີເຊັນ ເທົ່ານັ້ນຂອງໂຄຕ້າທັງໝົດທີ່ໄດ້ຮັບຈາກຈີນໃນປີນີ້ ເພາະວ່າເກີດບັນຫາຫຍຸ້ງຍາກໃນການຂົນສົ່ງສິນຄ້າໄປຈີນ ເນື່ອງຈາກການລະບາດຂອງໄວຣັສ Covid-19 ດັ່ງກ່າວ.

ກ່ອນໜ້ານີ້ ລັດຖະບານຈີນ ຕົກລົງໃຫ້ສິດທິພິເສດທາງການຄ້າ ສຳລັບສິນຄ້າກະສິກຳຂອງລາວ 32 ລາຍການ ທີ່ຜົນຜະລິດດ້ານກະສິກຳ ເພື່ອທົດແທນການປູກຝິ່ນໃນແຂວງພາກເໜືອຂອງລາວ ໂດຍໃນນີ້ ລວມເຖິງເຂົ້າ 5 ໝື່ນໂຕນ, ງົວ 5 ແສນໂຕ, ກ້ວຍ, ສາລີ ແລະ ຢາງພາລາອີກດ້ວຍ ແຕ່ວ່າກໍຍັງບໍ່ສາມາດ ປະຕິບັດໄດ້ໃນຕົວຈິງ.

XS
SM
MD
LG