ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ຕຸລາ ໒໐໒໔

ການ​ແຂ່ງ​ຂັນ​ລະ​ຫວ່າງ ຈີນ ແລະ ຢູ​ໂຣບ ຮ້ອນ​ແຮງ​ຂຶ້ນ ຢູ່​ງານ​ວາງ​ສະ​ແດງ​ລົດ ປາ​ຣີ


ລົດ​ສ​ປອດ ໄຟ​ຟ້າ GAC Hyptec SSR ຢູ່​ງານ​ວາງ​ສະ​ແດງ​ລົດ ປາ​ຣີ 2024, ຝ​ຣັ່ງ, 15 ຕຸ​ລາ 2024. REUTERS/Benoit Tessier
ລົດ​ສ​ປອດ ໄຟ​ຟ້າ GAC Hyptec SSR ຢູ່​ງານ​ວາງ​ສະ​ແດງ​ລົດ ປາ​ຣີ 2024, ຝ​ຣັ່ງ, 15 ຕຸ​ລາ 2024. REUTERS/Benoit Tessier

ຜູ້​ຜະ​ລິດ​ລົດ​ຍົນ ຈີນ ແລະ ຢູ​ໂຣບ ໄດ້​ແຂ່ງ​ຂັນ​ກັນ​ຢູ່​ງານ​ວາງ​ສະ​ແດງລົດ ປາ​ຣີ ໃນ​ວັນ​ຈັນ​ມື້ນີ້, ດ້ວຍ​ຄວາມ​ເຄັ່ງ​ຕຶງໄດ້​ເພີ່ມ​ຂຶ້ນ​ສູງ​ໃນ​ຂະ​ນະ​ທີ່ ສະ​ຫະ​ພາບ ຢູ​ໂຣບ ຕຽມ​ຈັດການ​ເກັບ​ພາ​ສີ​ນຳ​ເຂົ້າ​ລົດ​ໄຟ​ຟ້າ​ທີ່​ຜະ​ລິດ​ໃນ ຈີນ ໃນ​ອັດ​ຕາ​ທີ່​ສູງ ແລະ ອຸດ​ສາ​ຫະ​ກຳ​ນີ້​ກໍ​ໄດ້​ດີ້ນ​ຮົນ​ກັບ​ຄວາມ​ຕ້ອງ​ການ​ທີ່ຫຼຸດ​ລົງ.

ງານ​ຂອ​ງ​ປີນີ້​, ເຊິ່ງ​ແມ່ນ​ງານ​ວາງ​ສະ​ແດງ​ລົດ​ທີ່​ໃຫຍ່​ທີ່​ສຸດ​ໃນ ຢູ​ໂຣບ, ຖືກ​ຈັດ​ຂຶ້ນ​ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ. ບັນ​ດາ​ຜູ້​ຜະ​ລິດ​ລົດ​ຍົນ​ ຢູ​ໂຣບ ທີ່​ກຳ​ລັງ​ດີ້ນ​ຮົນ ຕ້ອງ​ການ​ທີ່​ຈະ​ພິ​ສູດ​ວ່າ​ເຂົາ​ເຈົ້າ​ຍັງ​ຢູ່​ໃນ​ການ​ແຂ່ງ​ຂັນ, ໃນ​ຂະ​ນະ​ທີ່​ພວກ​ຄູ່​ແຂ່ງ ຈີນ ແມ່ນ​ກຳ​ລັງ​ແນ​ເປົ້າ​ເພື່ອ​ຫາ​ຖານ​ທີ່​ຕັ້ງ​ໃນ​ຕະຫຼາດ​ທີ່​ມີ​ການ​ແຂ່ງ​ຂັນ​ສູງ.

ແນວ​ໃດ​ກໍ​ຕາມ ມັນ​ໄດ້​ມີ​ບາງ​ຈຸດ​ທີ່​ໜ້າ​ເປັນ​ຫ່ວງ​ຮ່ວມ​ກັນ, ດ້ວຍ​ບັນ​ດາ​ຜູ້​ບໍ​ລິ​ຫານ​ໃຫຍ່​ຈາກ​ທັງ​ສອງ​ພາກ​ພື້ນ​ນັ້ນ​ໄດ້​ເຕືອນ ກ່ຽວ​ກັບ ອັນ​ຕະ​ລາຍ​ຂອງ​ພາ​ສີ ສະ​ຫະ​ພາບ ຢູ​ໂຣບ.

ທ່ານ​ນາງ ສ​ແຕລ​ລາ ຫຼີ, ຮອງ​ປະ​ທານບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດຜະ​ລິດ​ລົດ​ໄຟ​ຟ້າ ຈີນ BYD ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ ຣອຍ​ເຕີ ວ່າ “ແມ່ນ​ໃຜ​ຈະ​ຈ່າຍ​ໃບ​ເກັບ​ເງິນ? ມັນ​ແມ່ນຜູ້​ບໍ​ລິ​ໂພກ. ສະ​ນັ້ນ​ສິ່ງນີ້​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເປັນ​ຫ່ວງ ຫຼາຍ. ມັນ​ຈະ​ຢຸດ​ຄົນ​ທີ່​ທຸກ​ຍາກກວ່າ​ຈາກ​ການ​ຊື້​ມັນ.”

ໃນ​ຂະ​ນະ​ດຽວ​ກັນ, ຜູ້​ບໍ​ລິ​ຫານ​ໃຫຍ່​ບໍ​ລິ​ສັດ Stellantis ທ່ານ ຄາ​ລອ​ສ ທາ​ວາ​ເຣັ​ສ, ໄດ້​ເຕືອນ​ວ່າພາ​ສີ ຈະ​ນຳ​ໄປ​ສູ່​ບັນ​ດາ​ຜູ້​ຜະ​ລິດ​ລົດ ຈີນ ກໍ່​ຕັ້ງ​ໂຮງ​ງານ​ໃນ ຢູ​ໂຣບ, ເຊິ່ງ​ເປັນ​ການ​ເພີ່ມ​ຄວາມ​ສາ​ມາ​ດເກີນ​ຂອບ​ເຂດ​ຢູ່​ໃນ​ພາກ​ພື້ນ ແລະ ນຳ​ໄປ​ສູ່​ໂຮງ​ງານ​ບາງ​ແຫ່ງ​ໃນ​ທ້ອງ​ຖິ່ນ​ຕ້ອງ​ປິດ​ໂຮງ​ງານ​ລົງ.

ເກົ້າ​ຍີ່​ຫ້ຳ​ຂອງ ຈີນ ລວ​ມ​ທັງ BYD ແລະ ບໍ​ລິ​ສັດ Leapmotor ແມ່ນ​ກຳ​ລັງ​ເປິດ​ຕົວ​ ຕົວ​ຢ່າງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ​ຢູ່​ງານ​ຂອງ​ປີນີ້, ອີງ​ຕາມ​ຜູ້​ບໍ​ລິ​ຫານ​ໃຫຍ່​ງານ​ວາງ​ສະ​ແດງ​ລົດ​ຍົນ ປາ​ຣີ ທ່ານ ແຊກ​ສ ກາ​ໂຊ (Serge Gachot). ນັ້ນ​ແມ່ນ​ຄື​ກັບ​ໃນ​ປີ 2022 ເວ​ລາ​ທີ່​ເຂົາ​ເຈົ້າ​ມີ​ເກືອບ​ເຄິ່ງ​ນຶ່ງ​ຂອງ​ຍີ່​ຫໍ້​ດັ່ງ​ກ່າວ​ຢູ່​ໃນ​ງານ.

ປີນີ້, ມັນ​ມີ​ສັດ​ສ່ວນ​ພຽງ​ປະ​ມານ​ນຶ່ງ​ໃນ​ຫ້າ​ຂອງ​ຍີ່​ຫໍ້​ທັງ​ໝົດ​ນັ້ນ ຍ້ອນ​ຜົນ​ງານ​ທີ່​ແກ່ນກວ່າຫຼາຍ​ຈາກ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ ຢູ​ໂຣບ, ຊຶ່ງ​ເປັນ​ສັນ​ຍານ​ທີ່​ບົ່ງ​ບອກ​ເຖິງ​ຄວາ​ມຸ່ງ​ໝັ້ນ​ທີ່​ຈະ​ປົກ​ປ້ອງ​ບ້ານ​ເກີດ​ຂອງ​ຕົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Chinese and European automakers went head-to-head at the Paris car show on Monday, with tensions running high as the EU gears up to impose hefty import tariffs on Chinese-made electric vehicles and the industry struggles with weak demand.

This year's event - the largest car show in Europe - comes at a pivotal time. Struggling European automakers need to prove they are still in the game, while Chinese rivals are aiming to get a foothold in a competitive market.

There was some common ground, though, with executives from both regions warning about the dangers of EU tariffs.

"Who pays the bill? Consumers. So this makes people very concerned. It will stop poorer people from buying," Stella Li, executive vice president of Chinese EV giant BYD told Reuters.

Stellantis CEO Carlos Tavares, meanwhile, warned the tariffs would lead Chinese automakers to set up plants in Europe, adding to overcapacity in the region and leading some local manufacturers to close factories.

Nine Chinese brands including BYD and Leapmotor are unveiling their latest models at this year's event, according to Paris auto show CEO Serge Gachot. That is the same as in 2022 when they made up almost half the brands present.

This year, they account for only about a fifth of the brands thanks to a much stronger showing from Europe's auto industry - a sign of its determination to defend its home turf.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG