ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດຈີນ ພົບປະກັບຜູ້ນໍາກຸ່ມຮາມາສ ໃນຂະນະທີ່ປັກກິ່ງ ກ້າວເຂົ້າສູ່ຄວາມຂັດແຍ້ງຂອງອິສຣາແອລ


ແຟ້ມຮູບ-ຜູ້ນໍາສູງສຸດຂອງກຸ່ມຮາມາສ, ທ່ານອິສເມລ ຮານີເຢ ປາກົດໂຕໃນຮູລເມື່ອວັນທີ 28 ມິຖຸນາ 2021. ກະຊວງການຕ່າງປະເທດຂອງຈີນກ່າວວ່າ ທ່ານຫວັງ ເຄີຈຽນ ພົບປະກັບ ທ່ານ ຮານີເຢ ໃນວັນທີ 17 ມີນາ ປີ 2024 ຢູ່ປະເທດກາຕ້າ ເພື່ອຮາລືກ່ຽວກັບຄວາມຂັດແຍ້ງໃນຂົງເຂດກາຊາ.
ແຟ້ມຮູບ-ຜູ້ນໍາສູງສຸດຂອງກຸ່ມຮາມາສ, ທ່ານອິສເມລ ຮານີເຢ ປາກົດໂຕໃນຮູລເມື່ອວັນທີ 28 ມິຖຸນາ 2021. ກະຊວງການຕ່າງປະເທດຂອງຈີນກ່າວວ່າ ທ່ານຫວັງ ເຄີຈຽນ ພົບປະກັບ ທ່ານ ຮານີເຢ ໃນວັນທີ 17 ມີນາ ປີ 2024 ຢູ່ປະເທດກາຕ້າ ເພື່ອຮາລືກ່ຽວກັບຄວາມຂັດແຍ້ງໃນຂົງເຂດກາຊາ.

ກະຊວງ​ການ​ຕ່າງປະ​ເທດຂອງ​ຈີນ​, ໃນວັນອັງຄານວານນີ້ ຍອມຮັບວ່າ ມີການ​ພົບ​ປະກັນ​ລະຫວ່າງ​ນັກ​ການ​ທູດ​ຂອງ​ຕົນ ທ່ານຫວັງ ເຄີຈຽນ (Wang Kejian) ​ແລະ​ຜູ້ນຳ​ທາງ​ການ​ເມືອງ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຮາມາສ ຂອງປາ​ແລັ​ສ​ໄຕນ໌ ທ່ານອິສເມລ ຮານີເຢ (Ismail Haniyeh) ຢູ່ທີ່​ປະ​ເທດ​ກາ​ຕ້າ ໃນ​ວັນ​ອາທິດຜ່ານມາ ​ເພື່ອຫາລື​ກ່ຽວ​ກັບ​ຄວາມຂັດແຍ້ງຢູ່ໃນຂົງເຂດກາຊາ​. ໃນຖະແຫຼງການສັ້ນໆ, ກະຊວງການຕ່າງປະເທດຈີນ ກ່າວວ່າ ທ່ານ ຫວັງ ແລະ ທ່ານ ຮານີຢາ ມີການຫາລືກ່ຽວກັບຄວາມຂັດແຍ້ງ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆ.

ການພົບປະຄັ້ງນີ້ ເປັນການປະກາດຄັ້ງທຳອິດທີ່ຈັດຂຶ້ນລະຫວ່າງທູດພິເສດຂອງຈີນ ແລະກຸ່ມຮາມາສ ນັບຕັ້ງແຕ່ພວກຫົວຮຸນແຮງໄດ້ບຸກໂຈມຕີເຂົ້າໄປໃນອິສຣາແອລ ເມື່ອວັນທີ 7 ຕຸລາ, ເຊິ່ງໄດ້ເຮັດໃຫ້ຊາວອິສຣາແອລ ເສຍຊີວິດປະມານ 1,200 ຄົນ ແລະຖືກຈັບເປັນຕົວປະກັນ ອີກປະມານ 250 ຄົນ.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໃນຂົງ​ເຂດ​ກາ​ຊາ​ກ່າວ​ວ່າ ການ​ຮຸກຮານຕອບໂຕ້​ຂອງ​ອິສ​ຣາ​ແອລ ໄດ້​ສັງຫານປະຊາຊົນ​ຊາວ​ປາ​ແລັ​ສ​ໄຕນ໌ ໄປແລ້ວ​ປະມານ 32,000 ຄົນ, ໂດຍຈໍານວນສອງ​ສ່ວນ​ສາມໃນຜູ້ເສຍຊີວິດທັງໝົດເຫຼົ່ານັ້ນ ​ແມ່ນແມ່​ຍິງ ແລະ ​ເດັກ​ນ້ອຍ. ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ສັງຫານ​ພວກ​ນັກ​ລົບຮາມາສ ຫລາຍ​ພັນ​ຄົນ.

ການ​ພົບ​ປະ​ດັ່ງກ່າວ ​ມີ​ຂຶ້ນພຽງບໍ່​ເທົ່າ​ໃດ​ມື້ລຸນ​ຫລັງ​ ​ທ່ານ ຫວັງ ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ອິສຣາ​ແອ​ລ ​ແລະ​ເຈົ້າໜ້າທີ່ຂອງ​ປາ​ແລັ​ສ​ໄຕນ໌ ໃນເວລາຕ່າງກັນ ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງຄວາມ​ພະຍາຍາມ​ໃນ​ດ້ານ​ການ​ທູດຂອງປັກກິ່ງ.

ໜັງສືພິມ Jerusalem Post ລາຍ​ງານກ່ຽວກັບ​ກຸ່ມຮາມາສ ກ່າວ​ໃນ​ຕອນ​ຄ່ຳຂອງ​ວັນ​ອາທິດ​ແລ້ວ​ນີ້ວ່າ ທ່ານ ຮານີເຢ ກ່າວຕໍ່ ທ່ານ ຫວັງ ວ່າ ສົງຄາມ​ຕ້ອງ​ສິ້ນ​ສຸດ​ລົງ​ໃນ​ໄວໆນີ້, ກອງ​ກຳລັງ​ປ້ອງ​ກັນ​ຄວາມໝັ້ນຄົງແຫ່ງຊາດຂອງອິສຣາ​ແອລ ຕ້ອງ​ຖອນໂ​ຕ​ອອກ​ຈາກ​ຂົງເຂດກາຊາ ​ແລະປະເທດ​ເອກະລາດປາແລັສໄຕນ໌ ຕ້ອງໄດ້ຮັບການສ້າງຕັ້ງຂຶ້ນ. ກຸ່ມຮາມາສ ກ່າວ​ວ່າ ທ່ານ ຫວັງ ໃຫ້ຄວາມເຊື່ອໝັ້ນຕໍ່ ທ່ານ ຮານີເຢ ວ່າ "ການ​ເຄື່ອນ​ໄຫວ​ຂອງກຸ່ມຮາມາສ ແມ່ນ​ສ່ວນ​ນຶ່ງ​ໃນ​ອົງປະກອບ​ແຫ່ງ​ຊາດຂອງປາ​ແລັ​ສ​ໄຕນ໌ ແລະ ຈີນ ​ກໍ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ມີສ່ວນກ່ຽວຂ້ອງກັບສິ່ງນັ້ນ​."

ບັນດານັກວິຈານກ່າວວ່າ ຄວາມພະຍາຍາມຂອງປັກກິ່ງ ໃນການໄກ່ເກ່ຍ ຈະຖືກຂັດຂວາງໂດຍຄວາມສຳພັນຂອງຕົນກັບກຸ່ມຮາມາສ ເຊິ່ງຖືກລະບຸວ່າ ເປັນກຸ່ມກໍ່ການຮ້າຍ ໂດຍ ອີຈິບ, ອິສຣາແອລ, ຍີ່ປຸ່ນ, ສະຫະພາບຢູໂຣບ ພ້ອມທັງສະຫະລັດ, ແລະດ້ວຍຄວາມລົ້ມແຫຼວໃນການປະນາມການໂຈມຕີ ເມື່ອວັນທີ 7 ຕຸລາ ທີ່ຜ່ານມາ ຂອງພວກຫົວຮຸນແຮງນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG