ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໙ ທັນວາ ໒໐໒໕

ເມືອງກວາງໂຈ ເປັນປະຕູໃຫຍ່ ໄປສູ່ຄວາມຈະເລີນ ທາງເສດຖະກິດ ຂອງຈີນ (ວີດິໂອລາວ/ອັງກິດ)


ລົດໄຟຄວາມໄວສູງຂະບວນນຶ່ງຂອງຈີນ ແລ່ນອອກຈາກປັກກິ່ງ ໄປຍັງຊຽງໄຮ້ ໃນການແລ່ນທົດລອງບັ້ນນຶ່ງ ເມື່ອວັນທີ 27 ມິຖຸນາ 2011.
ລົດໄຟຄວາມໄວສູງຂະບວນນຶ່ງຂອງຈີນ ແລ່ນອອກຈາກປັກກິ່ງ ໄປຍັງຊຽງໄຮ້ ໃນການແລ່ນທົດລອງບັ້ນນຶ່ງ ເມື່ອວັນທີ 27 ມິຖຸນາ 2011.
ເມື່ອບໍ່ດົນມານີ້ ຈີນໄດ້ເລີ່ມເປີດບໍລິການລົດໄຟຄວາມໄວສູງ ທີ່
ມີໄລຍະທາງຍາວທີ່ສຸດຂອງໂລກ ທີ່ເນັ່ງຈາກປັກກິ່ງ ສູນກາງ
ການເມືອງໃນພາກເໜືອ ໄປຍັງເມືອງກວາງໂຈ ຊຶ່ງເປັນສູນກາງ
ເສດຖະກິດສໍາຄັນທີ່ສຸດແຫ່ງນຶ່ງ ທາງພາກໃຕ້ຂອງຈີນ. ທັງລົດ
ໄຟຄວາມໄວສູງ ແລະຄວາມໃຫຍ່ໂຕຂອງກວາງໂຈ ເມືອງ
ຫລວງຂອງ​ແຂວງ​ກວາງຕຸ້ງ​ນັ້ນ ຖືວ່າເປັນປະຕູໃຫຍ່ໄປສູ່ການ
ທ້າທາຍທາງເສດຖະກິດອັນໃຫຍ່ຫຼວງ ທີ່ຄະນະນໍາພາ​ຊຸດໃໝ່
ຂອງຈີນກໍາລັງປະເຊີນ ຢູ່ໃນຂະນະນີ້. William Ide ຜູ້ສື່ຂ່າວ
ວີໂອເອ ມີລາຍງານ ກ່ຽວກັບເລຶ່ອງນີ້ ຊຶ່ງທອງປານຈະນໍາມາ
ສະເໜີທ່ານ.

ເບິ່ງວີດິໂອ ພາສາລາວ:

ກວາງໂຈ ແມ່ນປ່ອງຢ້ຽມ ສ່ອງເບິ່ງເສດຖະກິດ ແລະການປະຕິຮູບ ຂອງຈີນ
please wait

No media source currently available

0:00 0:02:56 0:00

ເທິງຂະບວນລົດໄຟຄວາມສູງຂອງຈີນ ​ທີ່ແລ່ນດ້ວຍຄວາມໄວສູງ ກວ່າ 300 ກິໂລແມັດ
ຕໍ່ຊົ່ວໂມງ ແລະໃຊ້ເວລາບໍ່ເຖິງເຄິ່ງມື້ນັ້ນ ພວກຄົນໂດຍສານຈະ​ເຫັນສະພາບ​ໂຕ​ຈິງ​ຂອງ​ການ​ພັດທະນາ​ສ້າງສາຂອງຈີນ ທີ່​ເປັນເສດຖະກິດໃຫຍ່ອັນດັບສອງຂອງໂລກ ຢູ່ຕາມ ເສັ້ນທາງອັນ​ຍາວ​ຢຽດ ຈາກ​ນະຄອນຫລວງ​ປັກ​ກິ່ງ​ ໄປ​ຫາ​ເມືອງ​ກວາງ​ໂຈ ທາງ​ພາກ​ໃຕ້​ຂອງປະ​ເທດ​.

ຕາມເສັ້ນທາງນັ້ນ ຈະເຫັນ​ໂສມ​ໜ້າໃໝ່ໆຂອງການພັດທະນາສ້າງສາ ຂອງຈີນ.

Xu Xiangxiang ອາຈານສອນວິຊາເສດຖະສາດ ປະຈໍາມະຫາວິທະຍາໄລ ຊຸນ ຢັດ-
ເຊັນ ​ໃນເມືອງກວາງໂຈ ກ່າວວ່າ:

“ໃນຈີນນັ້ນ ຍັງມີຄວາມບໍ່ເທົ່າທຽມກັນຢູ່ຫຼາຍ. ບ່ອນໃດທີ່ເປັນເຂດຮັ່ງມີກວ່າ ກໍໂອເຄຢູ່ ແຕ່ຖ້າຢູ່ບ່ອນທຸກຍາກກວ່ານັ້ນ ປະຊາຊົນຮອດ ບໍ່ມີເງິນໄປໂຮງ
ຮຽນ ຫຼືໄປໂຮງໝໍ ນີ້ແມ່ນຄວາມເປັນຈິງ. ສະພາບການແບບນີ້ມີຫຼາຍແທ້ໆ. ຖ້າເຮົາເບິ່ງປັກກິ່ງ ຊຽງໄຮ້ ກວາງໂຈແລ້ວ ທັງໝົດແມ່ນໜ້າອອນຊອນຫຼາຍ ແຕ່ຖ້າເຮົາຂັບອອກຈາກເມືອງເຫຼົ່ານີ້ ໄປເຂດນອກ ປະມານສອງຊົ່ວໂມງ ເຮົາຈະເຫັນຄວາມແຕກໂຕນກັນທີ່ສຸດ.”


ການໂຜ່ໂຕຂຶ້ນມາທາງເສດຖະກິດຂອງຈີນ ແມ່ນເລີ່ມຕົ້ນຈາກເຂດພາກໃຕ້ນີ້ ເມື່ອດົນ
ກວ່າສາມທົດສະວັດມາ​ແລ້ວ. ມາບັດນີ້ ຂົງເຂດດັ່ງກ່າວ ແລະຄວາມຈະເລີນເຕີບໂຕ
ທີ່​ຂັບ​ດັນ​ໂດຍໂຮງຈັກໂຮງງານທີ່ໃຊ້ແຮງງານຫລາຍນັ້ນ ປະກອບເປັນ 50 ຫາ 60%
ຂອງເສດຖະກິດທັງໝົດ ຂອງປະເທດ.

ແຕ່ວ່າ ໃນຂະນະທີ່ເສດຖະກິດໂລກຍັງສືບ​ຕໍ່ຕົກ​ຢູ່​ໃນ​ສະພາບບໍ່ໄປບໍ່ມາທາງໃດ ແລະ ຄວາມຮຽກຮ້ອງຕ້ອງການສິນຄ້າຂອງຈີນໃນຕ່າງປະເທດ ກໍຊົບເຊົາລົງໄປນັ້ນ ຈັງ​ວະ ການພັດທະນາຢູ່​ໃນພາກໃຕ້ຂອງຈີນ ກໍກໍາລັງຊັກຊ້າລົງ ​ເຊ່ນ​ກັນ. ອາຈານ Xu ເວົ້າວ່າ:

“ບັນດາເຈົ້າໜ້າທີ່ລັດຖະບານໃນ​ແຂວງກວາງຕຸ້ງ ແລະເຂດແຄມຝັ່ງທະເລ ແມ່ນພາກັນວິຕົກຫຼາຍ ແລະກໍາລັງພະຍາຍາມຊອກຫາຊ່ອງທາງ ເພື່ອຜັນປ່ຽນ
ຕົວແບບເສດຖະກິດຂອງພາກໃຕ້ ແລະ ການສຶກສາຄົ້ນຫາຕົວແບບໃໝ່ທີ່​ວ່ານີ້ ອາດກາຍເປັນຕົວແບບສໍາລັບ ນໍາໃຊ້ປະຕິບັດ ​ ທົ່ວຈີນໃນອະນາຄົດກໍໄດ້.”


ການເຕີບໂຕຂອງເສດຖະກິດຈີນ ຄາດວ່າ ຈະຍັງຄົງດຸ່ນດ່ຽງຢູ່ໃນອັດຕາປະມານ 7%
ໄປຈົນຮອດທ້າຍທົດສະວັດນີ້ ແລະບັນດາຜູ້ນໍາຂອງຈີນຕ່າງກໍຮູ້ດີທີ່ສຸດເຖິງສິ່ງທ້າທາຍ
ຕ່າງໆນາໆ ທີ່ຈີນປະເຊີນຢູ່ໃນເວລານີ້. ນາຍົກລັດຖະມົນຕີ ເຫວິນ ເຈ້ຍບາວ ເວົ້າວ່າ:

“ບັນຫາຕ່າງໆທາງສັງຄົມໄດ້ເພີ່ມ ຂຶ້ນຢ່າງ​ໜ້າສັງເກດເຫັນໄດ້ ເຊັ່ນຫຼາຍ
ບັນຫາໃນດ້ານການສຶກສາ ການງານ ສັງຄົມສົງເຄາະ ການຮັກສາສຸຂະພາບ ບ້ານຢູ່ອາ​ໄສ ສະພາບແວດລ້ອມ ຄວາມປອດໄພດ້ານອາຫານການກິນແລະ
ຢຸກຢາ ຄວາມປອດໄພຢູ່ບ່ອນ ທໍາງານ ແລະຄວາມລະບຽບຮຽບຮ້ອຍສາທາ
ລະນະ ກໍ​ແມ່ນ​ມີ​ຜົນກະທົບຕໍ່ຜົນ​ປະໂຫຍ​ດອັນ​ສໍາຄັນ​ຂອງປະຊາຊົນ.”


ມັນບໍ່ແມ່ນພຽງແຕ່ ຄວາມອຸດົມສົມບູນທາງ​ດ້ານໂອກາດສໍາລັບວຽກງານ​ເທົ່າ​ນັ້ນ ທີ່
ເຮັດໃຫ້ ພາກໃຕ້ແລະຕົວເມືອງຕ່າງໆ ເຊັ່ນເມືອງກວາງໂຈ ມີເອກກະລັກພິເສດ.

Ai Xiaoming ຜູ້ສ້າງຮູບເງົາ ໄດ້ບັນທຶກບັນຫາຫຍໍ້​ທໍ້ທາງສັງຄົມ​ໃນທົ່ວປະ​ເທດຈີນ
ມາໄດ້ ຫຼາຍທົດສະວັດແລ້ວ. ລາວ ເວົ້າວ່າ:

“ຂ້ອຍຄິດວ່າ ຄວາມ​ໄດ້​ປຽບຂອງກວາງຕຸ້ງ ກໍ​ແມ່ນ​ວ່າ​ ມັນ​ຕັ້ງ​ຢູ່​ໃກ້ກັບເກາະ
ຮ່ອງກົງ ແລະມາເກົ໊າ. ລະດັບເສລີພາບໃນ ການກະຈາຍຂໍ້ມູນ ຂ່າວສານ ກໍຂ້ອນຂ້າງຈະມີຂອບເຂດທີ່ກວ້າງຂວາງກ່ວາ. ແລະ ຍ້ອນ​ວ່າ ກວາງຕຸ້ງ
ເປັນແຂວງທໍາອິດທີ່ໄດ້ນໍາໃຊ້ການປະຕິຮູບ ແລະເປີດກວ້າງນະໂຍບາຍ
ຕ່າງໆ ປະຊາຊົນຢູ່ທີ່ນີ້ຈຶ່ງ​ມອງເຫັນຄຸນຄ່າຂອງຊີວິດ. ສະພາບແວດລ້ອມ
ຫລື​ບັນຍາກາດ ໂດຍພື້ນຖານແລ້ວ ແມ່ນເປີດກ້ວາງ.”


ນາງອາຍ ເວົ້າວ່າ ຍ້ອນວ່າກວາງໂຈຢູ່ຫ່າງຈາກປັກກິ່ງ ແລະສູນກາງອໍານາດການເມືອງ
ຂອງປະເທດຫຼາຍສົມຄວນ ມັນຈຶ່ງເຮັດໃຫ້ງ່າຍຂຶ້ນ ສໍາລັບບັນດາເຈົ້າໜ້າທີ່ທ້ອງຖິ່ນ ທີ່
ຈະ​ເອົາ​ທ່າ​ທີກ້າວໜ້າ​ໄດ້ຫຼາຍກວ່າ ແຕ່ສະພາບແວດລ້ອມທີ່ເປີດກ້ວາງ ກໍບໍ່ໄດ້ໝາຍ
ຄວາມວ່າ ການປ່ຽນແປງ ຈະເກີດຂຶ້ນໄດ້ງ່າຍໆ.

ເບິ່ງວີດິໂອ ເປັນພາສາອັງກິດ:

China’s South a Window on Economy and Reform
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
XS
SM
MD
LG