ໃນກອງປະຊຸມປະຈຳປີ ຂອງສະພາປະຊາຊົນແຫ່ງຊາດຈີນ ໃນປີນີ້ ພວກຜູ້ແທນປະມານ
3,000 ຄົນໄດ້ສົນທະນາຫາລືກັນກ່ຽວກັບເລື່ອງເສດຖະກິດ ຄວາມວຸ້ນວາຍຂອງພວກຊົນ
ຊາດຊົນເຜົ່າ ແລະການປະຕິຮູບລະບົບຕຸລາການຂອງປະເທດ.
ແຕ່ສຳຫຼັບຫຼາຍໆຄົນແລ້ວ ຄວາມຫຼຸດໂຕນທີ່ມີເພີ່ມຂຶ້ນລະຫວ່າງພວກຄົນຮັ່ງແລະພວກຄົນ
ທຸກແມ່ນບັນຫາທີ່ຮີບດ່ວນສຸດ ໂດຍສະເພາະຢູ່ທີ່ຄຸ້ມຄົນທຸກໃນນະຄອນຫຼວງປັກກິ່ງ ບ່ອນ
ທີ່ພວກຮັ່ງມີທີ່ສຸດແລະພວກທຸກທີ່ສຸດດຳລົງຊີວິດຢູ່ໃກ້ໆກັນນັ້ນ.
ໃນຕາໜ່າງຮ່ອມແຄບໆທີ່ຢູ່ທາງຫຼັງຫ້າງສັບພະສິນຄ້າຫຼືຊອບປິ້ງມອລທີ່ຫຼູຫຼາແຫ່ງນຶ່ງຂອງ
ກຸງປັກກິ່ງນັ້ນ ມີຕູບຫຼາຍສິບຫຼັງ ຕັ້ງຢູ່ໄກອອກໄປອີກຮ່ອມນຶ່ງ ຫ່າງຈາກຮ້ານຈຳໜ່າຍລົດ
Bentley ລາຄາແພງ.
ໃນຫ້ອງນ້ອຍໆຂອງຕູບຫລັງນຶ່ງ ທີ່ສ້າງຂຶ້ນໂດຍການນຳເອົາແຜ່ນສັງກະສີ ແລະແຜ່ນເຫຼັກ
ມາຕໍ່ເຂົ້າໃສ່ກັນຊຶ່ງຕຶງໄວ້ດ້ວຍໂງ່ນຫີນແລະດິນຈີ່ນັ້ນ ແມ່ຕູ້ Li Yulan ອາຍຸ 78 ປີເປັນ
ເຈົ້າຂອງຮ້ານນ້ອຍ ທີ່ຂາຍອາຫານຫວ່າງແລະນໍ້າອັດລົມ.
ແມ່ຕູ້ Li Yulan ເວົ້າວ່າ “ພວກຄົນຮັ່ງມີກໍຮັ່ງແທ້ໆ ພວກຄົນທຸກຍາກ ກໍທຸກອີ່ຫຼີ.
ລາວກ່າວວ່າ 8 ຄົນ ທີ່ຢູ່ໃນຄອບຄົວຂອງລາວ ມີແຕ່ 2 ຄົນທໍ່ນັ້ນທີ່ມີລາຍໄດ້.
ລາວກ່າວຕຶ່ມວ່າ ຄອບຄົວຂອງລາວ ຕ້ອງການລາຍໄດ້ຈາກຮ້ານນ້ອຍໆແຫ່ງນີ້
ຂອງລາວ."
ສຳຫຼັບແມ່ຕູ້ Li Yulan ແລ້ວ ບັນຫາທີ່ລາວເປັນຫ່ວງນໍາຫລາຍທີ່ສຸດກໍຄືຄ່າຄອງຊີບທີ່ຖີບ
ໂຕສູງຂຶ້ນນັບມື້. ໃນໄລຍະສອງສາມປີຜ່ານມານີ້ ລາຍໄດ້ຂອງລາວກໍສູງຂຶ້ນແຕ່ມັນກໍບໍ່ພຽງ
ພໍທີ່ຈະຊົດເຊີຍຕໍ່ລາຄາສິນຄ້າທີ່ແພງຂຶ້ນນັ້ນໄດ້. ລາວເວົ້າວ່າ ລາວເອງແລະບຸກຄົນອື່ນໆທີ່
ອາໄສຢູ່ໃນຄຸ້ມນ້ອຍໆແຫ່ງນີ້ທີ່ຕັ້ງຢູ່ລະຫວ່າງຕຶກອາຄານສູງໆນັ້ນຫວັງວ່າພວກສະມາຊິກສະ
ພາຈະເຂົ້າໃຈດີກ່ຽວກັບການດີ້ນຮົນຕໍ່ສູ້ຂອງພວກເຂົາເຈົ້າ.
ແມ່ຕູ້ Li Yulan ເວົ້າວ່າ “ສະພາປະຊາຊົນແຫ່ງຊາດແມ່ນດີຕາບໃດທີ່ບັນຫາຕ່າງໆ
ຫາກໄດ້ຮັບການແກ້ໄຂ ແຕ່ວ່າ ການຖົກຖຽງກັນແບບໄຮ້ສາລະຊື່ໆນັ້ນແມ່ນບໍ່ມີປະ
ໂຫຍດ. ແມ່ຕູ້ເວົ້າວ່າ ສິ່ງທີ່ປະຊາຄົມຂອງລາວມີຄວາມເປັນຫ່ວງທີ່ສຸດແມ່ນກ່ຽວ
ກັບລາຄາອາຫານທີ່ພວມແພງຂຶ້ນ.”
ອັດຕາເງິນເຟີ້ພາຍໃນຂອງຈີນ ແມ່ນຜົນພອຍໄດ້ຈາກການເຕີບໂຕຢ່າງວ່ອງໄວຂອງເສດຖະ
ກິດແລະການຖີບໂຕຂຶ້ນຂອງຄ່າເງິນຕາ. ແຕ່ແນວໃດກໍຕາມໂຕເລກລ່າສຸດສະແດງໃຫ້ເຫັນ
ວ່າ ລັດຖະບານໄດ້ປະສົບກັບຄວາມສຳເລັດແດ່ເລັກນ້ອຍໃນການຫຼຸດຜ່ອນລາຄາສິ່ງຂອງທີ່
ສູງຂຶ້ນນັ້ນ. ອັດຕາເງິນເຟີ້ລະດັບປີຕໍ່ປີໃນເດືອນກຸມພາຜ່ານມານີ້ ແມ່ນ 3.2% ຊຶ່ງເປັນອັດ
ຕາທີ່ຕໍ່າທີ່ສຸດ ນັບແຕ່ເດືອນມິຖຸນາປີ 2010 ເປັນຕົ້ນມາ.
ໃນຄຳປາໄສເປີດກອງປະຊຸມສະພາປະຊາຊົນແຫ່ງຊາດນັ້ນນາຍົກລັດຖະມົນຕີ Wen Jia-
bao ໄດ້ປະກາດກ່ຽວກັບແຜນການທີ່ຈະເຮັດໃຫ້ເສດຖະກິດຊັກຊ້າລົງ ເພື່ອຊ່ອຍຫຼຸດຜ່ອນ
ອັດຕາເງິນເຟີ້ທີ່ຈີນຢາກຮັກສາໄວ້ໃຫ້ຢູ່ໃນລະດັບຕໍ່າກວ່າ 4%. ທ່ານ Wen ຍັງເວົ້າອີກວ່າ
ລັດຖະບານຈະເອົາມາດຕະການເພື່ອຢັບຢັ້ງລາຄາຊັບສິນ ທີ່ພວມແພງຂຶ້ນ.
ທີ່ຊອບປິ້ງມອລ Xin Kong Place ຊຶ່ງເປັນນຶ່ງໃນບັນດາບ່ອນຊອບປິ້ງທີ່ໃຫຍ່ໆຂອງຈີນ
ນັ້ນພວກຊາວຈີນທີ່ລໍ້າລວຍພວມພາກັນເລືອກເບິ່ງແຟຊັ່ນຮຸ້ນລ່າສຸດຕາມຮ້ານ Channel,
Gucci ແລະ Ferragamo. ຢູ່ບ່ອນນີ້ລາຄາສິນຄ້າທີ່ແພງໆນັ້ນບໍ່ໄດ້ລົບກວນຈິດໃຈຂອງ
ພວກທີ່ໄປຊີ້ສິນຄ້າເລີຍ.
ນາງ Xia Xia ອາຍຸ 26 ປີ ບໍ່ມີຄວາມເຫັນຫຍັງຫຼາຍ ກ່ຽວກັບກອງປະຊຸມສະພາປະຊາ
ຊົນແຫ່ງຊາດຂອງຈີນ.
ນາງ Xia Xia ເວົ້າວ່າ “ນາງບໍ່ໄດ້ມາຈາກແວດວົງການເມືອງ ແລະບໍ່ຮູ້ຈັກຫຍັງ
ຫຼາຍກ່ຽວກັບບັນຫາເສດຖະກິດ.”
ສ່ວນຄົນອື່ນໆກ່າວວ່າ ຄວາມຫຼຸດໂຕນຂອງລາຍໄດ້ ບໍ່ມີຄວາມສຳຄັນຫຼາຍທໍ່ກັບການຄໍ້າ
ປະກັນໃຫ້ຊາວຈີນໝົດທຸກຄົນໄດ້ຮັບຜົນປະໂຫຍດ ຈາກການເຕີບໂຕຂອງເສດຖະກິດຈີນ.
ທ້າວ Wang ອາຍຸ 33 ປີທີ່ເຮັດວຽກກ່ຽວກັບຄອມພິວເຕີ້ ຫຼື IT ກ່າວວ່າມັນເປັນໄປບໍ່
ໄດ້ ສຳຫຼັບປະເທດທີ່ມີຂະໜາດໃຫຍ່ສໍ່າຈີນທີ່ຈະມີສັງຄົມແບບບໍ່ມີຊົນຊັ້ນ.
ທ້າວ Wang ເວົ້າວ່າ “ຈີນ ມີປະຊາກອນ 1 ພັນ 300 ລ້ານຄົນ ແລະການມີ
ຄວາມຫຼຸດໂຕນທາງດ້ານລາຍໄດ້ແມ່ນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ລາວເວົ້າວ່າລັດ
ຖະບານຄວນເພັ່ງເລັງໃສ່ວ່າຈະເພີ່ມມາດຕະຖານ ການເປັນຢູ່ຂອງພວກຊົນຊັ້ນ
ກາງແລະຊົນຊັ້ນຕໍ່າແບບໃດ ແຕ່ຄວາມຫຼຸດໂຕນໃນດ້ານລາຍໄດ້ແມ່ນສິ່ງທີ່ຫຼີກ
ລຽງບໍ່ໄດ້.
ຢູ່ທີ່ຄຸ້ມຄົນທຸກນັ້ນ ເບິ່ງຊົງວ່າແມ່ຕູ້ Li Yulan ໄດ້ຍອມທໍາໃຈກ່ຽວກັບສະຖານະການທາງ
ດ້ານເສດກິດຂອງລາວ ຊຶ່ງລາວເວົ້າວ່າ ການແບ່ງຊົນຊັ້ນຂອງຈີນ ໄດ້ມີມາຕະຫຼອດຫຼາຍໆ
ເຊ່ນຄົນ ແລະມີທ່າທາງວ່າຈະມີຕໍ່ໄປຕື່ມອີກໃນອະນາຄົດຂ້າງໜ້າ.
ແມ່ຕູ້ Li Yulan ເວົ້າວ່າ “ພວກຄົນຮັ່ງກໍຈະຮັ່ງມີຕໍ່ໄປ. ພວກຄົນທຸກກໍຍັງຈະທຸກຢູ່
ຕໍ່ໄປ. ແລະພວກລູກເຕົ້າຂອງເຈົ້າໜ້າທີ່ ກໍມີທ່າທາງວ່າ ຈະໄດ້ເປັນເຈົ້າໜ້າທີ່ຕໍ່
ໄປ ແລະລູກຂອງລາວ ກໍມີທ່າທາງວ່າ ຈະມີຊີວິດການເປັນຢູ່ແບບດຽວກັບລາວ."
ຄຸ້ມສະລໍາຂອງແມ່ຕູ້ Li Yulan ແມ່ນຢູ່ໃນບັນຊີລາຍຊື່ທີ່ຈະຖືກທຸບມ້າງຖິ້ມຂະນະທີ່ພວກ
ພັດທະນາທີ່ດິນ ທີ່ມີຄວາມຫິວໂຫຍຢາກຈະຍາດແຍ່ງແຂ່ງຂັນເອົາກໍາໄລຈາກການພັດທະ
ນາຊັບສິນ ທີ່ກຳລັງເຕີບໃຫຍ່ຂະຫຍາຍໂຕຂອງຈີນນັ້ນ ໄດ້ພະຍາຍາມບີບບັງຄັບໃຫ້ປະຊາ
ຊົນທີ່ຕົກຢູ່ໃນສະພາບແບບດຽວກັນກັບແມ່ຕູ້ ຍ້າຍໜີອອກໄປຈາກທີ່ດິນຂອງພວກເຂົາເຈົ້າ.
ທ່າມກາງຊາກຫັກພັງແລະຕູບທີ່ເປເພນັ້ນແມ່ຕູ້ Li Yulan ເວົ້າວ່າ ລາວເອງແລະເພື່ອນໆ
ຂອງລາວໄດ້ປະຕິເສດບໍ່ຍອມໜີອອກໄປຈາກຄຸ້ມຍ້ອນເຫດຜົນຂໍ້ດຽວນັ້ນ ກໍຄືພວກເຂົາເຈົ້າ
ບໍ່ສາມາດທີ່ຈະຊື້ເຮືອນໃໝ່ໄດ້.