ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເສດຖະກິດຈີນ ເຕີບໂຕ ໃນອັດຕາຕໍ່າກ່ວາ 8% ເປັນຫ້າໄຕມາດແລ້ວ


ຊາວຈີນຄົນນື່ງກໍາລັງຂີ່ລົດສາມລໍ້ ກາຍປ້າຍໂຄສະນາ ເປັນພາສາຈີນ ທີ່ກ່າວວ່າ "ຈີນເດີນໄປໜ້າ."
ຊາວຈີນຄົນນື່ງກໍາລັງຂີ່ລົດສາມລໍ້ ກາຍປ້າຍໂຄສະນາ ເປັນພາສາຈີນ ທີ່ກ່າວວ່າ "ຈີນເດີນໄປໜ້າ."
ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ ອັນ​ເປັນ​ເສດຖະກິດ​ໃຫຍ່​ທີ່​
ສອງ​ຂອງ​ໂລກນັ້ນ ໄດ້​ຊັກ​ຊ້າລົງ ​ສູ່​ລະດັບ​ຕໍ່າສຸດ ນັບ​ຕັ້ງແຕ່ປີ
1991 ມາ ​ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ ​ການ​ຄ້າ​ທີ່​ອ່ອນແອລົງ.

ຫ້ອງການ​ສະຖິຕິ​ແຫ່ງ​ຊາດ ​ໄດ້​ເຜີຍແຜ່​ລາຍ​ງານ​ສະບັບ​ນຶ່ງ ​
ໃນ​ວັນ​ຈັນ​ມື້ນີ້ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ເສດຖະກິດມີການ​ຂະ
ຫຍາຍ​ໂຕ ​ໃນ​ອັດຕາ 7 ເປີ​ເຊັນເຄິ່ງ ໃນ​ໄລຍະສາມ​ເດືອນ
ທີ່​ສິ້ນສຸດ​ລົງ​ໃນເດືອນ​ມິ​ຖຸ​ນາ ສົມ​ທຽບ​ກັບ 7.7 ​ເປີ​ເຊັນ ​ໃນ
ໄຕ​ມາດ​ກ່ອນ.

ນັກ​ເສດຖະສາດ Ren Xianfang ຈາກສະ​ຖາ​ບັນ HIS Global Insight ກ່າວ​ວ່າ ການ​ເຕີບໂຕ​ຂອງ​ເສດຖະກິດ​ຈີນ ​ໃນ​ອັດຕາ​ຕໍ່າ​ກ່ວາ 8 ​ເປີ​ເຊັນ ​ຕິດ​ຕໍ່​ກັນມາຫ້າ​ໄຕ​ມາດນັ້ນ “​ເປັນ​ຮອງ​ຮອຍ​ທີ່​ແຈ້ງ​ຂາວ​ຂອງ​ການ​ຕົກ​ຕໍ່າລົງ.”

ຫ້ອງການ​ສະຖິຕິ ກ່າວວ່າ ການ​ຊັກຊ້າ​ລົງ ແມ່ນ​ສືບ​ເນື່ອງ​ມາ​ຈາກ​ສະພາບການ ເສ​ດຖະກິດ​ທີ່​ອ່ອນ​ແອຢູ່​ຕ່າງ​ປະ​ເທດ ​ແລະ​ເປັນ​ຜົນ​ສະທ້ອນ​ມາ​ຈາກ​ການ​ປະຕິ​ຮູບ​ຂອງລັດຖະບານ​ຊຸດໃໝ່ ທີ່​ລາຍ​ງານເວົ້າ​ວ່າ ຈະ​ເປັນປະ​ໂຫຍ​ດຕໍ່ເສດຖະກິດ​ຂອງຈີນ​ໃນ​ໄລຍະ​ຍາວ.

ອັດຕາການເຕິບໂຕຂອງ ຜົນຜະລິດລວມພາຍໃນຂອງຈີນ ຫລຸດຕໍ່າລົງເລື້ອຍໆ ຈາກປີ 2010 ຫາ 2013
ອັດຕາການເຕິບໂຕຂອງ ຜົນຜະລິດລວມພາຍໃນຂອງຈີນ ຫລຸດຕໍ່າລົງເລື້ອຍໆ ຈາກປີ 2010 ຫາ 2013


ຍັງ​ບໍ່​ທັນມີ​ຮອງ​ຮອຍ​ໄດໆ​ທີ່​ສະ​ແດງໃຫ້​ເຫັນ​ວ່າ ປັກ​ກິ່ງຈະ
​ຕອບ​ໂຕ້​ດ້ວຍການນໍາ ​ໃຊ້​ມາດ​ຕະການກະຕຸກ​ຊຸກຍູ້ຢ່າງ​ໃຫຍ່
ຫລື​ປ່ຽນ​ແປງ​ນະ​ໂຍບາຍ​ເສດຖະກິດ.

ການ​ລ້າ​ຊ້າລົງ​ທາງ​ດ້ານ​ເສດຖະກິດ ພ້ອມ​ດ້ວຍຄວາມ​ຮຽກ
ຮ້ອງ​ຕ້ອງການສິນຄ້າ​ຕ່າງ​ໆ​ຂອງ​ຈີນທີ່​ລຸດນ້ອຍ​ລົງ​ນັ້ນ ອາດ
​ສົ່ງ​ຜົນ​ສະທ້ອນອອກ​ໄປທົ່ວ​ໂລກ.
XS
SM
MD
LG