ຈີນໄດ້ຜ່ອນຜັນກົດລະບຽບບາງສ່ວນທາງດ້ານໂຣກລະບາດຂອງຕົນ ໃນວັນຈັນວານນີ້ ແຕ່ໄດ້ຢືນຢັນເຖິງຍຸດທະສາດສູນໂຄວິດ ເຖິງແມ່ນວ່າ ມີການປະທ້ວງຕໍ່ຕ້ານຂໍ້ຈຳກັດຕ່າງໆ ທີ່ກຳລັງເກີດຂຶ້ນຢູ່ທົ່ວປະເທດຢູ່ກໍຕາມ ແລະບາງສ່ວນໄດ້ຮຽກຮ້ອງໃຫ້ປະທານປະເທດ ສີ ຈິ້ນຜິງ ລາອອກຈາກຕຳແໜ່ງ.
ລັດຖະບານ ບໍ່ໄດ້ເວົ້າເຖິງການເດີນຂະບວນປະທ້ວງໃດໆເລີຍ ຊຶ່ງເປັນການສະ ແດງອອກເຖິງການຄັດຄ້ານທີ່ໃຫຍ່ສຸດ ຕໍ່ການປົກຄອງມາໄດ້ຫຼາຍທົດສະວັດຂອງພັກຄອມມິວນິສ ແຕ່ການຜ່ອນຜັນພຽງເລັກນ້ອຍຂອງກົດລະບຽບດັ່ງກ່າວ ປາກົດວ່າ ເພື່ອແນໃສ່ລະງັບການເດີນຂະບວນປະທ້ວງທັງຫຼາຍ.
ກຳລັງເຈົ້າໜ້າທີ່ຕຳຫຼວດຈີນ ໄດ້ຖືກສົ່ງໄປປະຈຳການຢູ່ຖະໜົນຫົນທາງຂອງນະຄອນຫຼວງປັກກິ່ງແລະນະຄອນຊຽງໄຮ້ ໃນວັນຈັນວານນີ້ ໃນຄວາມພະຍາ ຍາມເພື່ອສະກັດກັ້ນບໍ່ໃຫ້ມີການປະທ້ວງຕໍ່ຕ້ານຂໍ້ຈຳກັດດ້ານໂຄວິດຂອງລັດຖະ ບານ ເພີ້ມຂຶ້ນຕື່ມ.
ໃນຕອນແລງວັນຈັນວານນີ້ ຢູ່ທີ່ຮົງກົງ ພວກນັກສຶກສາຢູ່ມະຫາວິທະຍາໄລຂອງຈີນ ໄດ້ຈັດພິທີຊຸມນຸມຂະໜາດນ້ອຍເພື່ອສະແດງການສະໜັບສະໜູນຕໍ່ພວກປະທ້ວງຢູ່ຈີນແຜ່ນດິນໃຫຍ່.
ຕະຫຼອດໄລຍະທ້າຍອາທິດ ພວກປະທ້ວງໄດ້ຮ້ອງໂຮວ່າ “ຍົກເລີກການປິດເມືອງ! (lockdown)” ໃນເມືອງນຶ່ງຢູ່ໃນຂົງເຂດທາງພາກຕາເວັນຕົກຂອງຈີນ ໃນຂະນະດຽວກັນ ຢູ່ທົ່ວປະເທດ ໃນນະຄອນຊຽງໄຮ ທີ່ເປັນສູນກາງດ້ານການເງິນ ພວກປະທ້ວງໄດ້ຖືເຈ້ຍຂາວທີ່ບໍ່ຂຽນຫຍັງໃສ່ ອັນເປັນການສະແດງອອກເຖິງຄວາມບໍ່ເຫັນພ້ອມຢ່າງງຽບໆ.
ພົນລະເມືອງຊຽງໄຮ້ ຜູ້ຊາຍຄົນນຶ່ງໄດ້ກ່າວຕໍ່ວີໂອເອ ວ່າ ລາວ ບໍ່ຍ້ານອີກຕໍ່ໄປແລ້ວ ໃນການແຜ່ລະບາດຂອງພະຍາດ ເພາະວ່າ ມັນໄດ້ກາຍເປັນເລື້ອງປົກ ກະຕິ.
ລາວເວົ້າວ່າ “ຂ້ອຍ ຈະກິນແມ່ນຫຍັງທີ່ຂ້ອຍຢາກຈະກິນ ແລະ ເຮັດອັນໃດທີ່ຂ້ອຍຢາກຈະເຮັດ.” ແລະເວົ້າຕື່ມອີກວ່າ “ມີແມ່ນຫຍັງອີກ ທີ່ຈະເປັນຫ່ວງນຳ? ມັນແມ່ນໄຂ້ຫວັດ. ມັນເປັນເລື້ອງທຳມະດາ.”
ພົນລະເມືອງຊຽງໄຮ ອີກຄົນນຶ່ງ ໄດ້ຮ້ອງໂຮວ່າ “ສີ ຈິ້ນຜິງ! ລົງຈາກຕຳແໜ່ງ! CCP! ລົງຈາກຕຳແໜ່ງ!” ໂດຍອ້າງເຖິງພັກຄອມມິວນິສ. ເຈົ້າໜ້າທີ່ຕຳຫຼວດ ໄດ້ຄວບຄຸມໂຕພວກປະທ້ວງຫຼາຍສິບຄົນ ແລ້ວນຳພວກເຂົາໄປກັບລົດຕູ້ ແລະລົດເມຂອງຕຳຫຼວດຫຼາຍຄັນ ອອກໄປ ແຕ່ບໍ່ຮູ້ຈັກຈຳນວນທີ່ແນ່ນອນເລີຍ.