ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ກວດ​ກາ​ຂ່າວ​ ແບບ​ບໍ່​ຄ່ອຍ​ເຫັນ ກ່ຽວ​ກັບ​ການ​ປະ​ທ້ວງ​ ໃນ​ທົ່ວ​ປະ​ເທດ


​ມີ​ການ​ເຫັນຕຳ​ຫຼວດ​ແລະ​ຜູ້​ຄົນ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ຢູ່​ທີ່​ນະ​ຄອນ​ຊຽງ​ໄຮ້ ເມື່ອ​ວັນ​ທີ 27 ພະ​ຈິກ 2022 ບ່ອນ​ທີ່​ມີ​ການ​ປະ​ທ້ວງ​ຕໍ່​ຕ້ານ​ນະ​ໂຍ​ບາຍ​ສູນ-ໂຄວິດ ​ຊຶ່ງ​ເກີດ​ຂຶ້ນ​ໃນ​ຕອນ​ກາງ​ຄືນ ​ຫຼັງ​ຈາກ​ທີ່​ເກີດ​ໄຟ​ໄໝ້​ຮ້າຍ​ແຮງ ຢູ່ນ​ະ​ຄອນ​ອູ​ຣຸມ​ຈີ ເມືອງ​ເອກ​ຂອງ​ເຂດ​ຊິນ​ຈຽງ.
​ມີ​ການ​ເຫັນຕຳ​ຫຼວດ​ແລະ​ຜູ້​ຄົນ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ຢູ່​ທີ່​ນະ​ຄອນ​ຊຽງ​ໄຮ້ ເມື່ອ​ວັນ​ທີ 27 ພະ​ຈິກ 2022 ບ່ອນ​ທີ່​ມີ​ການ​ປະ​ທ້ວງ​ຕໍ່​ຕ້ານ​ນະ​ໂຍ​ບາຍ​ສູນ-ໂຄວິດ ​ຊຶ່ງ​ເກີດ​ຂຶ້ນ​ໃນ​ຕອນ​ກາງ​ຄືນ ​ຫຼັງ​ຈາກ​ທີ່​ເກີດ​ໄຟ​ໄໝ້​ຮ້າຍ​ແຮງ ຢູ່ນ​ະ​ຄອນ​ອູ​ຣຸມ​ຈີ ເມືອງ​ເອກ​ຂອງ​ເຂດ​ຊິນ​ຈຽງ.

ຄະ​ນະກວດ​ກາ​ຂອງ​ຈີນ​ພວມ​ເຮັດ​ວຽກ​ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ຫາ​ທາງ​ຢຸດ​ເຊົາ​ການ​ປະ​ທ້ວງ​ທີ່​ໄດ້​ຮັ​ບ​ແຮງ​ຂັບ​ດັນ​ຈາກ​ສື່​ສັງ​ຄົມ​ແບບ​ບໍ່​ຄ່ອຍ​ເຫັນ ທີ່ໄດ້ລະ​ເບີດ​ຂຶ້ນ​ຢູ່​ຕາມ​ຫົວ​ເມືອງ​ໃຫຍ່ໆ ເມື່ອ​ວັນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມານີ້ ເພື່ອ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບ​ທາງ​ດ້ານ​ການ​ເມືອງ ແລະ​ສິ້ນ​ສຸດ​ການລັອກ​ດາວ​ກ່ຽວ​ກັບ​ໂຄວິດ ອີງ​ຕາມ​ລາຍ​ງານຂອງ​ອົງ​ການ​ຂ່າວ​ຝ​ຣັ່ງຈາກ​ນະ​ຄອນຊຽງ​ໄຮ້.

ໃນ​ວັນ​ອາ​ທິດ​ວານນີ້ ຜູ້​ຄົນ​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ​ໃນ​ຫົວ​ເມື​ອງ​ໃຫຍ່​ຫຼາຍໆ​ແຫ່ງ ຢູ່​ທົ່ວ​ປະ​ເທດ​ຈີນ ເພື່ອ​ຮຽກ​ຮ້ອງ​ໃຫ້​ສິ້ນ​ສຸດ​ການ​ລັອກ​ດາວກ່ຽວ​ກັບ​ໂຄວິດ​ແລະ​ມີ​ເສ​ລີ​ພາບ​ຫຼາຍ​ຂຶ້ນ​ທາງ​ດ້ານ​ການ​ເມືອງ ໃນ​ຄື້ນ​ຟອງ​ຂອງ​ການ​ປະ​ທ້ວງຢູ່​ໃນ​ທົ່ວ​ປະ​ເທດ​ແບບ​ບໍ່​ເຄີຍ​ເຫັນ​ມາ​ກ່ອນນັບ​ຕັ້ງ​ແຕ່​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ເພື່ອ​ປະ​ຊາ​ທີ​ປະ​ໄຕ​ໃນ​ປີ 1989 ທີ່​ໄດ້​ຖືກ​ທັບ​ມ້າງ.

ເຫດ​ໄຟ​ໄໝ້​ທີ່​ຮ້າຍ​ແຮງ ​ຢູ່​ນະ​ຄອ​ນ​ອູ​ຣຸມ​ຈີ ເມືອງ​ເອກ​ຂອງ​ເຂດ​ຊິນ​ຈຽງ​ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ໄດ້​ເປັນ​ຕົວ​ຊ່ວຍ ​ທີ່​ພາ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ໂກດ​ແຄ້ນ ຊຶ່ງ​ຫຼາຍໆ​ຄົນ​ໄດ້ຖິ້ມ​ໂທດ​ໃສ່ການ​ລັອກ​ດາວ​ກ່ຽວ​ກັບ​ໂຄວິດທີ່​ເປັນ​ອຸບ​ປະ​ສັກ​ຂັດ​ຂວາງ​ຕໍ່​ຄວາມ​ພະ​ຍາ​ຍາມ​ໃນ​ການ​ກູ້​ໄພ.

ແຕ່ນອກນັ້ນ​ແລ້ວ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ມີ​ການ​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ມີ​ສິດ​ເສ​ລີ​ພາບ​ທາງ​ດ້ານ​ການ​ເມືອງ​ຫຼາຍ​ຂຶ້ນ ຊຶ່ງ​ບາງ​ຄົນ​ແມ່ນ​ກະ​ທັງ​ຮຽກ​ຮ້ອງ​ໃຫ້​ທ່ານ​ສີ ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ລາ​ອອກ ຊຶ່ງ​ເມື່ອ​ໄວໆ​ມານີ້ ທ່ານ​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງໃຫ້ເຂົ້າ​ກຳ​ຕຳ​ແໜ່ງຜູ​ນຳ​ຂອງ​ປະ​ເທດ ແບບ​ບໍ່​ເຄີຍ​ມີ​ມາ​ກອນ​ເປັນ​ສະ​ໄໝ​ທີ​ສາມ.

ຝູງ​ຊົນ​ຂະ​ໜາດ​ໃຫຍ່​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ວັນ​ອາ​ທິດ​ວານນີ້​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລະ​ທີ່​ນະ​ຄອນ​ຊຽງ​ໄຮ້ ບ່ອນ​ທີ່​ຕຳ​ຫຼວດ​ໄດ້​ປະ​ທະ​ກັບ​ພວກ​ປະ​ທ້ວງໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ຂັດ​ຂວາງ​ບໍ່​ໃຫ້​ກຸ່ມ​ດັ່ງ​ກ່າວໄປ​ເຕົ້າ​ໂຮມ​ກັນ​ທີ່​ຖະ​ໜົ​ນ​ວູ​ລູ​ມູ​ຈີ ຊຶ່ງ​ເປັນ​ຊື່​ພາ​ສາ​ຈີນ​ກາງ ສຳ​ລັບ​ນະ​ຄອນ​ອູ​ຣຸມ​ຈີ.

ຝູງ​ຊົນ​ທີ່​ເລີ້ມ​ໄປ​ເຕົ້າ​ໂຮມ​ກັນ​ແຕ່​ຕອນ​ກາງ​ຄືນ​ ຊຶ່ງ​ບາງ​ຄົນ​ຮ້ອງ​ຂຶ້ນ​ວ່າ “ສີ ຈີ້ນ​ຜິງ ຈົ່ງ​ລາ​ອອກ! CCP ຈົ່ງ​ລາ​ອອກ!” ໄດ້​ຖືກ​ຂັບ​ໄລ່​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ.

ແຕ່​ປາກົດ​ວ່າ​ໃນ​ຕອນ​ບ່າຍ ຫຼາຍ​ຮ້ອຍ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ອີກ ຢູ່​ໃນ​ບໍ​ລິ​ເວນ​ດຽວ​ກັນ​ນີ້ ພ້ອມ​ດ້ວຍ​ແຜ່ນ​ເຈ້ຍ​ເປົ່າ​ແລະ​ດອກ​ໄມ້ເພື່ອ​ທຳ​ການ​ປະ​ທ້ວງ​ແບບ​ສະ​ຫງົບ ອີງ​ຕາມ​ພວກ​ທີ່​ເຫັນ​ເຫດ​ການ​ກ່າວ​ຕໍ່​ອົງ​ການ​ຂ່າວ​ຝ​ຣັ່ງ AFP.

ຢູ່​ນະ​ຄອນ​ຫຼວງ ມີ​ບໍ່​ຕ່ຳ​ກວ່າ 400 ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນຢູ່​ແຄມ​ແມ່​ນ້ຳ​ເປັນ​ເວ​ລາ​ຫຼາຍໆ​ຊົ່ວ​ໂມງ ຊຶ່ງ​ບາງ​ຄົນ​ໃນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ “ພວກ​ເຮົາ​ແມ່ນ​ປະ​ຊາ​ຊົນ​ຊິນ​ຈຽງ! ຊາວ​ຈີນ​ຈົ່ງ​ອອກ​ໄປ.

ນັກ​ຂ່າວ​ຂອງອົງ​ການ AFP ຢູ່​ທີ່​ບ່ອນ​ປະ​ທ້ວງ​ກ່າວ​ວ່າ ຝູງ​ຊົນ​ພາ​ກັນ​ຮ້ອງ​ເພງ​ຊາດ​ແລະ​ຟັງ​ການ​ກ່າວ​ຄຳ​ປາ​ໄສ ໃນ​ຂະ​ນະ​ທີ່​ຢູ່ອີກ​ກ້ຳ​ນຶ່ງ​ຂອງ​ແຄມ​ຝັ່ງ​ແມ່​ນ້ຳ​ມີ​ລົດ​ຕຳ​ຫຼວດ​ຈອດ​ລຽງ​ລາຍ​ຖ້າ​ຢູ່.

ນັກ​ຂ່າວ AFP ຢູ່​ບ່ອນ​ປະ​ທ້ວງ​ທີ່​ນະ​ຄອນ​ຊຽງ​ໄຮ້ ໃນ​ຕອນ​ເຊົ້າ​ວັ​ນ​ຈັນ​ມື້ນີ້ ໄດ້​ເຫັນ​ການ​ມີ​ໜ້າ​ເພີ້ມ​ຂຶ້ນ​ຂອງ​ຕຳ​ຫຼວດ ພ້ອມ​ດ້ວຍການ​ຕັ້ງ​ຮົ້ວ​ສີ​ຟ້າ​ຢູ່​ຕາມ​ທາງ​ຍ່າງ​ເພື່ອ​ຢຸດ​ເຊົາ​ບໍ່​ໃຫ້​ມີ​ການ​ປະ​ທ້ວງ​ຕື່ມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG