ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

73 ຄົນເສຍຊີວິດ ແລະ ຫຼາຍຮ້ອຍບາດເຈັບ ໃນເຫດແຜ່ນດິນ​ໄຫວ ຢູ່ຈີນ (ວີດີໂອ/ສະໄລດ໌)


ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ໄດ້​ເກີດແຜ່ນດິນ​ໄຫວ 2 ບັ້ນ​ ທີ່​ບໍ່ເລິກ​ຈາກ​
ໜ້າດິນຢູ່​ໃນເຂດ​ຊົນນະບົດ ຂອງພາກຕາ​ເວັນ​ຕົກສຽງ​ເໜືອຂອງ​
ຈີນ ທີ່​ຍັງ​ຜົນ​ໃຫ້​ມີຢ່າງ​ນ້ອຍ 73 ຄົນ​ເສຍ​ຊີວິດ ​ແລະ​ອີກ​ຫລາຍ
​ຮ້ອຍຄົນ​ ໄດ້​ຮັບ​ບາດ​ເຈັບ.

ກົມ​ສໍາ​ຫຼວດທໍລະນີ​ສະຫະລັດ ​ກ່າວ​ວ່າ ແຜ່ນດິນ​ໄຫວບັ້ນ 1
ທີ່ມີຄວາມ​ແຮງ​ 5.9 Richter ​ແມ່ນ​ເກີດ​ຂຶ້ນ​ໃນເວລາ 7:45 ຕອນ​ເຊົ້າ ຫລື​ປະມານ 5:45
ຕອນເຊົ້າ​ຕາມ​ເວລາ​ໃນ​ເມືອງ​ລາວ ​ໃກ້ໆ​ກັບ​ເມືອງ Dingxi​ ແຂວງ Gansu ຊຶ່ງ​ຈຸດ​ແຜ່ນ
ດິນ​ໄຫວແມ່ນ​ເລິກ​ພຽງປະມານ 10 ກິ​ໂລ​ແມັດ. ແຜ່ນດິນ​ໄຫວ ຄັ້ງ​ທີ 2 ທີ່​ມີ​ຄວາມ​ແຮງ​
5.6 Richter ​ໄດ້​ກະທົບເຂດ​ດຽວ​ກັນ ປະມານຊົ່ວ​ໂມງ​ເຄິ່ງຕໍ່​ມາ​ແລະ​ມີ​ຄວາມ​ເລິກ​ເທົ່າໆ​
ກັນ​ກັບ​ຄັ້ງ​ທໍາ​ອິດ​. ຫລັງ​ຈາກ​ນັ້ນກໍ​ມີ​ແຜ່ນດິນ​ສັ່ນ​ສະ​ເທືອ​ນຂັ້ນ​ນ້ອຍໆ ຕິດຕາມ​ມາ​ຫລາຍ
ຮ້ອຍ​ຄັ້ງ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕຶກ​ອາຄານຫລາຍ​ຮ້ອຍຫຼັງ​ໄດ້ພັງ​ລົງ​ມາ​ ແລະ​ອີກຫຼາຍ​ພັນ​ຫຼັງ​ໄດ້​ຖືກ​
ເສຍຫາຍ. ໄຟຟ້າໄດ້ມອດເກືອບວ່າ​ໃນທັງໝົດຂົງເຂດ ຊຶ່ງເປັນ​ເຂດ​ທີ່​ບໍ່​ມີ​ຜູ້​ຢູ່​ອາ​ໄສຫຼາຍ. ​

ທະຫານ ຕໍາຫລວດ ​ແລະ​ພະນັກງານ​ແພດ ໄດ້​ຖືກ​ສົ່ງ​ໄປ​ຍັງ​ຂົງ​ເຂດບ່ອນ​ເກີດ​ແຜ່ນດິນ​
ໄຫວ ເພື່ອ​ຊ່ວຍຊອກ​ຄົ້ນ​ຫາ​ພວກ​ເຄາະ​ຮ້າຍ ​ແລະ​ຊ່ວຍ​ເຫລືອ​ພວກ​ທີ່​ລອດ​ຊີວິດ​ມາ.

CHINA QUAKES VO 1ST UPD.mov
please wait

No media source currently available

0:00 0:00:52 0:00
XS
SM
MD
LG