ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຈີນບໍ່ເຫັນດ້ວຍ ກັບການຖອນຕົວ ຂອງການາດາ ຈາກສົນທິສັນຍາກຽວໂຕ


ທ່ານ Liu Weimin ໂຄສົກກະຊວງການຕ່າງປະເທດຈີນ (19 ທັນວາ 2011)

ຈີນເອີ້ນການຕັດສິນໃຈຂອງການາດາ ທີ່ປະກາດຖອນຕົວອອກຈາກສົນທິສັນຍາກຽວໂຕນັ້ນ ວ່າ ແມ່ນເປັນເລຶ່ອງທີ່ “ໜ້າເສົ້າໃຈຫລາຍ” ແລະເວົ້າວ່າ ມັນເປັນການຕໍ່ຕ້ານ ຄວາມພະ ຍາຍາມຕ່າງໆຂອງປະຊາຄົມນານາຊາດ. ການເຄຶ່ອນໄຫວຂອງການາດາດັ່ງກ່າວນີ້ ມີຂຶ້ນ ບໍ່ເທົ່າໃດມື້ຕໍ່ມາຫລັງຈາກຄະນະເຈລະຈາເລຶ່ອງດິນຟ້າອາກາດປ່ຽນແປງໄດ້ພົບປະກັນເພື່ອ ຊອກຫາຊ່ອງທາງເພື່ອໃຫ້ບັນລຸຂໍ້ຕົກລົງລະດັບໂລກ ທີ່ນະຄອນເດີບັນ ປະເທດອາຟຣິກາ ໃຕ້. Stephanie Ho ມີລາຍງານກ່ຽວກັບເລື່ງນີ້ ຈາກກຸງປັກກິ່ງ

ທ່ານ ຫລິວ ​ເວ​ໝິນ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນສະ​ແດງຄວາມ​ຕື່ນ​ຕົກ​ໃຈ​ຂອງ​ຈີນ
ກ່ຽວກັບ​ຂ່າວທີ່​ວ່າກາ​ນາ​ດາ​ໄດ້ປະກາດ​ຖອນ​ຕົວ​ອອກຈາກ​ສົນທິສັນຍາ​ກຽວ​ໂຕ​ແລ້ວ.

ທ່ານ​ຫລິວ ​ເວ​ໝິນກ່າວ​ຕໍ່​ໄປ​ວ່າ ໂດຍ​ສະ​ເພາະ​ແລ້ວ​ມັນ​ຢູ່​ໃນ​ຊ່ວງ​ເວລາທີ່​ບໍ່​ດີ​ປານ​ໃດ
ເນຶ່ອງຈາກ​ວ່າ ​ຄະນະ​ເຈ​ລະ​ຈາທີ່​ກອງ​ປະຊຸມ​ ກ່ຽວກັບການປ່ຽນແປງຂອງດິນ​ຟ້າ​ອາ
ກາດ​ຢູ່ນະຄອນ​ເດີ​ບັນທີ່​ຫາ​ກໍ່​ສະ​ລຸບ​ໄປນັ້ນ ໄດ້ບັນລຸໃນອັນທີ່ທ່ານອະທິບາຍວ່າ​ເປັນ
ຄວາມ​ກ້າວໜ້າ​ທີ່​ສໍາຄັນກ່ຽວ​ກັບ​ບັນຫາຄວາມໝາຍໝັ້ນຕໍ່ຂັ້ນທີ​ສອງ​ຂອງ​ສົນທິສັນຍາ
ກຽວ​ໂຕ​.

ໂຄສົກ​ຫລິວ​ກ່າວ​ວ່າ ການ​ເຄຶ່ອນ​ໄຫວ​ຂອງ​ກາ​ນາ​ດາ​ ແມ່ນຂັດກັບ​ຄວາມພະຍາຍາມ​
ຂອງ​ປະຊາ​ຄົມນາ​ນາ​ຊາດ ແລະເປັນເລື່ອງທີ່​ໜ້າ​ເສົ້າ​ໃຈ​ຫລາຍ. ທ່ານ​ຫລິວ​ກ່າວ​ຕໍ່​ໄປ
ວ່າ ລັດຖະບານ​ປັກ​ກິ່ງ​ຫວັງ​ວ່າກາ​ນາ​ດາ​ຈະ​ປະ​ເຊີນ​ກັບພັນທະ​ຕ່າງໆ​ຂອງ​ຕົນ ຊຶ່ງ​ກໍ
ຄື​ການ​ເຄົາລົບ​ນັບຖືຕໍ່​ຄວາມ​ໝັ້ນ​ໝາຍ​ຂອງ​ຕົນແລະ​ປະກອບສ່ວນ​ຢ່າງ​ຫ້າວຫັນເຂົ້າ​
ໃນ​ຄວາມ​ພະຍາຍາມ ​ຂອງ​ນານາ​ຊາດ ​ເພື່ອຮັບມື ກັບການປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາ
ກາດ​ນັ້ນ​. ເມື່ອ​ວັນ​ຈັນ​ອາທິດ​ແລ້ວນີ້ກາ​ນາ​ດາ​ປະກາດ​ວ່າ​ ຕົນ​ຈະ​ຖອນ​ຕົວ​ອອກ​ຈາກ
ສົນທິສັນຍາ​ກຽວ​ໂຕ ອັນ​ເປັນ​ສົນທິສັນຍາ​ທີ່​ໄດ້ມີການບັນລຸກັນໃນ​ປີ 1997 ທີ່ຮຽກ
ຮ້ອງ​ໃຫ້​ພວກ​ປະ​ເທດ​ ທີ່​ຈະ​ເຣີນທາງ​ອຸດສາຫະກໍາ​ທັງຫລາຍ ​ຈົ່ງ​ຫຼຸດຜ່ອນການ​ປ່ອຍ
ແກັສ​ເຮືອນ​ແກ້ວ​ຂອງ​ຕົນ​ລົງ.

ສ່ວນ​ສະຫະລັດນັ້ນ ບໍ່​ເຄີຍ​ໃຫ້​ສັດຕະຍາບັນ​ສົນທິສັນ​ກຽວ​ໂຕ​ເທົ່າ​ເຖິງ​ປັດຈຸບັນ​ນີ້. ຂໍ້​
ຕົກລົງ​ດັ່ງກ່າວ​ຮັບ​ຮູ້​ວ່າ ​ຈີນຢູ່ໃນ​ຖານະ​ເປັນ​ປະ​ເທດ​ທີ່​ກໍາລັງ​ພັດທະນາແລະ​ເພາະສະ
ນັ້ນ​ກໍ​ບໍ່​ໄດ້​ເຈາະ​ຈົງບັງຄັບຕັ້ງເປົ້າໝາຍໃນ​ການ​ຫຼຸດ​ຜ່ອນ​ອາຍ​ແກັສເຮືອນແກ້ວສຳລັບ
ປັກ​ກິ່ງ​ແຕ່​ຢ່າງ​ໃດ.

ຈີນ​ແລະ​ສະຫະລັດ ​ແມ່ນສອງ​ປະ​ເທດທີ່ປ່ອຍແກ​ສຄາບ​ອນລາຍ​ໃຫຍ່​ທີ່​ສຸດຂອງ​ໂລກ
ຊຶ່ງພວກ​ນັກ​ວິດ​ທະຍາ​ສາດສ່ວນຫຼາຍ​ກ່າວ​ວ່າ ​ເປັນ​ຕົວ​ການ​ທີ່​ເຮັດ​ໃຫ້​ສະພາບ​ຮ້ອນ
ເອົ້າຂອງ​ໂລກ​ໜັກໜ່ວງ​ຂຶ້ນນັບ​ມື້​ນັ້ນ.

ໂຄສົກ​ຫລິວ ກ່າວຊີ້​ແຈງ​ຕໍ່​ໄປ​ວ່າ ການ​ຕັດສິນ​ໃຈ​ຂອງກາ​ນາ​ດາ​ນັ້ນຈະ​ບໍ່​ສົ່ງຜົນກະ
ທົບຕໍ່​ການ​ປະ​ຕິ​ບັດການ​ຂອງ​ຈີນ​ແຕ່​ຢ່າງ​ໃດ.

ໂຄສົກ​ຫລິວ ກ່າວ​ວ່າ ຈີນ​ໄດ້​ເຂົ້າປະກອບສ່ວນເຂົ້າ​ຢ່າງ​ຫ້າວຫັນ ​ໃນ​ຄວາມພະຍາ
ຍາມ​ຂອງ​ນານາ​ຊາດ ​ເພື່ອຮັບມືກັບສະພາບ​ດິນ​ຟ້າ​ອາກາດ​ປ່ຽນ​ແປງແລະ​ໄດ້​ເຮັດ
ໃນ​ສິ່ງ​ທີ່​ທ່ານ​ອະທິບາຍ​ວ່າ​ເປັນ “ຄວາມ​ພະຍາຍາມ​ຢ່າງສຸດຂີດ” ເພື່ອເຮັດໃຫ້ກອງ
ປະຊຸມ​ດິນ​ຟ້າ​ອາກາດນະຄອນ​ເດີ​ບັນ​ປະສົບຄວາມສຳເລັດລຸລ່ວງ ຊຶ່ງ​ທ່ານ​ກ່າວ​ວ່າ
ຄວາມພະຍາຍາມດັ່ງກ່າວ​ໄປ​ໃນ​ອະນາຄົດ.

ທ່ານ ຊີ ​ເຊັນ​ຫົວ ຜູ້​ຮ່ວມ​ເຈລະຈາ​ຂອງ​ຈີນ ທີ່​ກອງ​ປະ​ຊຸມນະຄອນ​ເດີ​ບັນ ກ່າວ​ວ່າ
ທ່ານ​ເປັນ​ຫ່ວງ​ວ່າ ​ບັນດາ​ປະ​ເທດ​ຈະ​ເຣີນ​ແລ້ວ​ທັງຫລາຍ​ຍັງ​ລັງ​ເລ​ໃຈ​ທີ່​ຈະ​ຫຼຸດຜ່ອນ​
ການ​ປ່ອຍ​ອາຍແກັສ​ເຮືອນ​ແກ້ວ​ ຂອງຕົນລົງ ຊຶ່ງ​ພວກ​ນັກວິ​ທະ​ຍາສາດ​ຫລາຍ​ຄົນ
ກ່າວ​ວ່າ ​ເປັນ​ຕົວ​ການ ​ເຮັດ​ໃຫ້​ໂລກຮ້ອນ​ເອົ້າໜັກໜ່ວງ​ຂຶ້ນ​ໄປ​ນັບ​ມື້​ນັ້ນ. ນອກ​ນີ້​
ແລ້ວ​ ​ໂຄສົກ​ຫລິວ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດທີ່​ຈະ​ເຣີນ​ແລ້ວ​ທັງຫລາຍ​ຈົ່ງ
ໃຫ້ການຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ແລະ​ວິຊາ​ການ​ແກ່​ພວກ​ປະ​ເທດ​ທີ່​ກໍາລັງ​ພັດທະ
ນາ​ເພື່ອ​ຕໍ່ສູ້​ແລະ​ຮັບ​ມື​ກັບ​ຜົນກະທົບຕ່າງໆ​ທີ່​ເກີດ​ຈາກການປ່ຽນແປງຂອງ​ດິນ​ຟ້າອາ
ກາດນັ້ນ.

XS
SM
MD
LG