ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາວະແຫ້ງແລ້ງ ສ້າງຄວາມເສຍຫາຍ ໃຫ້ແກ່ຜົນລະປູກເຂົ້າເບລ່ ໃນຈີນ


ຊາວຈີນພາກັນຍ່າງຫລີ້ນ ຢູ່ໜອງນໍ້າທີ່ແຫ້ງຈົນດິນແຕກຍະ ຢູ່ບ້ານ Hanzhuang ໃນເຂດຫົວເມືອງ Tangyin ໃນແຂວງ Henan ທາງພາກກາງຂອງຈີນ (File Photo)
ຊາວຈີນພາກັນຍ່າງຫລີ້ນ ຢູ່ໜອງນໍ້າທີ່ແຫ້ງຈົນດິນແຕກຍະ ຢູ່ບ້ານ Hanzhuang ໃນເຂດຫົວເມືອງ Tangyin ໃນແຂວງ Henan ທາງພາກກາງຂອງຈີນ (File Photo)

ສະພາວະ​ແຫ້ງ​ແລ້ງ​ທີ່​ແກ່ຍາ​ວມາຢູ່​ໃນ​ຫລາຍໆ​ພາກສ່ວນ​ທົ່ວ​ປະເທດ​ຈີນ​ໃນ​ເວລາ​ນີ້​ ແມ່ນ​ກໍາ ລັງ​ຂົ່ມຂູ່​ຕໍ່ຜົນລະປູກ​ເຂົ້າວີ​ທ ຫລື​ເຂົ້າບະ​ເລ່ ຂອງ​ຈີນ​ຢ່າງ​ຮ້າຍແຮງ ​ແລະ​ນັ້ນ​ ອາດ​ສາມາດ ສົ່ງ​ຜົນ​ກະທົບຕໍ່​ລາຄາ​ອາຫານ​ໂລກ​ໄດ້. ຜູ້ສື່​ຂ່າວ​ວີໂອ​ເອ ພິ​ເຕີ ຊິ​ມຊັນ ມີລາຍ​ງານມາຈາກ​ ເມືອງ​ຫລວງ​ປັກ​ກິ່ງ ຊຶ່ງ​ເປັນເຂດ​ນຶ່ງ​ໃນ​ຫລາຍໆ​ເຂ​ດທີ່​ຖືກກະທົບຢ່າງ​ໜັກ​ ຍ້ອນການ​ຂາດ​ເຂີນນໍ້າ.

ຂົງ​ເຂດ​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ​ ບໍ່​ມີ​ຝົນ ຫລື​ຫິມະ ຕົກ​ ເປັນ​ເວລາ​ນຶ່ງ​ຮ້ອຍ​ວັນ​ມາ​ແລ້ວ ​ແລະ​ທາງ​ລັດຖະບານ​ໄດ້​ອອກ​ຄໍາ​ເຕືອນ​ທົ່ວ​ປະ​ເທດ ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ສະພາວະ​ແຫ້ງ​ແລ້ງບໍ່​ມີທ່າ​ທີ​ວ່າ​ຈະ​ຍຸຕິ​ລົງ​ໃນ​ໄວໆ​ນີ້.

ແຕ່​ເມືອງ​ຫລວງ​ປັກ​ກິ່ງ ກໍ​ຍັງຢູ່​ໃນ​ສະພາບ​ທີ່​ດີຫລາຍກ​ວ່າ​ຂົງ​ເຂດ​ອື່ນໆ​ ທີ່​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຈາກ​ສະພາວະ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 60 ປີ.

ໂຕ​ຢ່າງ​ແຂວງ Shandong ​ເປັນ​ແຂວງ​ຜະລິດ​ການ​ກະ​ເສດ​ທີ່ສໍາຄັນແຂວງ​ນຶ່ງ​ ທີ່​ຕັ້ງ​ຢູ່​ໃນ​ໃຈກາງ​ເຂດ​ປູກ​ເຂົ້າວີ​ທ ຫລື​ເຂົ້າ​ບະ​ເລ່ ທາງ​ພາກ​ຕາ​ເວັນ​ອອກ​ຂອງຈີນ ຊຶ່ງ​ປູກເຂົ້າ​ບະ​ເລ່ 80 ​ເປີ​ເຊັນ​ຂອງ​ຜົນລະປູກ​ປະ​ເພດ​ນີ້ທັງ​ໝົດ ຂອງ​ປະ​ເທດ. ລັດຖະບານ​ຈີນ​ກ່າວ​ວ່າ ພວກ​ຊາວນາ​ຊາວ​ສວນ​ຢູ່​ຂົງ​ເຂດ​ດັ່ງກ່າວ ​ກໍາລັງ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຈາ​ກສະພາ ວະ​ແຫ້ງ​ແລ້ງທີ່​ຮ້າຍ​ແຮງ​ທີ່ສຸດ​ໃນ​ຮອບ 300 ປີ.

ອົງການ​ຄວບ​ຄຸມ​ສະພາວະ​ແຫ້ງ​ແລ້ງຂອງ​ຈີນ ກ່າວ​ວ່າ ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ​ເນື້ອ​ທີ່​ປູກຝັງ​ໄດ້​ຖືກ​ທໍາລາຍ​ເສຍ​ຫາຍໄປ​ແລ້ວ​ຫລາຍ​ກວ່າຫ້າ​ລ້ານ​ເຮັກ​ຕ້າ.

ປະຊາຊົນ​ຫລາຍ​ລ້ານ​ຄົນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ ແມ່ນ​ປະ ​ເຊີນ​ກັບ​ການ​ຂາດ​ເຂີນ​ນໍ້າ​ດື່ມ​ຢ່າງ​ສາຫັດ. ກະຊວງ​ຊັບພະຍາກອນ​ນໍ້າຂອງ​ຈີນ​ກ່າວ​ວ່າ ປະມານສອງ​ສ່ວນສາມ ຂອງ​ຫົວ​ເມືອງ​ຕ່າງໆ​ຂອງ​ຈີນ ​ແມ່ນ​ຂາດ​ເຂີນ​ນໍ້າ​ດື່ມ​ນໍ້າ​ໃຊ້.

ທ່ານ Jonathan Watts ທີ່​ໄດ້ຂຽນ​ບົດ​ຄວາມ​ຢ່າງ​ກວ້າງຂວາງ​ ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ສະ
ພາບ​ແວດ​ລ້ອມ​ຂອງ​ການ​ພັດທະນາ​ຕົນ​ເອງ​ໃຫ້ທັນ​ສະ​ໄໝ​ຂອງ​ຈີນ ກ່າວ​ວ່າສະພາວະ​ແຫ້ງ​
ແລ້ງ​ນັ້ນ ​ບໍ່​ແມ່ນສາ​ເຫດອັນດຽວ​ເທົ່າ​ນັ້ນ ຂອງ​ບັນຫາ​ການ​ຂາດ​ເຂີ​ນສະບຽງ​ນໍ້າ​ດື່ມ​ນໍ້າ​ໃຊ້​ຢູ່ ​ໃນ​ຈີນ​.

ທ່ານ ວັດ ກ່າວ​ຕື່ມ​ວ່າ ຄວາມ​ຮຽກຮ້ອງ​ຕ້ອງການ​ນໍ້າ​ ທີ່ເພີ່ມ​ສູງ​ຂື້ນ​ນັບ​ມື້ ​ຢູ່​ໃນ​ຈີນ​ ໄດ້​ສົ່ງ​ຜົນ​ໃຫ້​ບໍ່​ນໍ້າ​ທໍາ​ມະ​ຊາດ ​ແລະ​ຫ້ວຍຮ່ອງ​ໜອງ​ນໍ້າ ​ແລະ​ແມ່​ນໍ້າ​ລໍາ​ເຊຫລາຍໆ​ແຫ່ງ​ ​ເກືອບ ເຫືອດ​ແຫ້ງ​ລົງ​ໄປໝົດ. ນອກ​ນີ້​ແລ້ວ​ ມົນ​ລະ​ພິດ​ກໍ​ໄດ້​ທໍາລາຍ​ຄຸນ​ນະພາ​ບຂອງ​ແຫ​ລ່ງນໍ້າ ຫລາຍໆ​ແຫ່ງ.

ແຕ່​ທ່ານ ວັດ​ ກ່າວ​ວ່າ ມາ​ບັດ​ນີ້​ ​ເບິ່ງ​ຄື​ວ່າລັດຖະບານ​ມີ​ຄວາມ​ເຕັມໃຈ​ທີ່​ປະຕິບັດ​ການ ​ແລະ​ຕັດ​ຄວາມ​ຟຸ່ມ​ເຟືອຍ​ໃນ​ການ​ໃຊ້​ນໍ້າ​ລົງ​ແລ້ວ ຊຶ່ງ​ທ່ານ​ວັດ​ອະທິບາຍ​ວ່າ:

"ລັດຖະບານ​ໄດ້​ປະກາດ​ ໃຫ້ບັນຫາ​ນີ້ເປັນ​ບຸລິມມະ​ສິດ​ອັນ​ນຶ່ງ ​ແລະເວົ້າວ່າ​ ຕົນ​ຈະ​
ໃຊ້​ຈ່າຍ​ເງິນ​ງົບປະມານ​ການ​ຄຸ້ມ​ຄອງ​ແລະ​ສະຫງວນ​ນໍ້າ​ ຂື້ນ​ເຖິງ​ສອງເທົ່າ​ຕົວແລະ​
ໃນ 10 ປີ​ຕໍ່ໜ້າ​ນີ້ ກໍຄວນ​ຈະ​ເຫັນ​ການ​ປັບປຸງ​ທີ່​ດີຂື້ນ. ມັນ​ບໍ່​ແມ່ນພຽງ​ແຕ່​ການ​ຊອກ
ຫາ​ວິທີ​ທາງ​ໃໝ່ໆເພື່ອ​ເພີ່ມ​ສະບຽງນໍ້າ​ດື່ມ​ນໍ້າ​ໃຊ້ເທົ່າ​ນັ້ນ ​ແຕ່​ຈິງໆ​ແລ້ວ ມັນ​ກ່ຽວ​ກັບ​
ການ​ລົດຄວາມ​ຟຸມ​ເຟືອຍລົງ ​ແລະ​ບາງທີ​ອາດ​ຮອດແມ່ນ​ການຈໍາກັດ​ຄວາມ​ຮຽກ
ຮ້ອງຕ້ອງການ ແລະ​ນໍ້າໃຊ້ຢ່າງ​ປະຫຍັດ​ຫລາຍຂື້ນ ຊຶ່ງ​ນີ້​ກໍ​ຄື​ວິທີ​ດຽວ​ແທ້ໆ ​ແລະ
ເບິ່ງ​ຄື​ວ່າ​ ພວກ​ເຂົາ​ເຈົ້າກໍ​ພ້ອມ​ທີ່​ຈະ​ລົງມື​ປະຕິ​ລັດ​ແລ້ວ."

ລັດຖະບານຈີນ​ໄດ້​ຈັດ​ຕັ້ງປະຕິບັດ​ແຜນການ​ຕອບ​ໂຕ້ສຸກ​ເສີນ ​ໂດຍ​ໄດ້ກໍານົດ​ເອົາ​ຂົງ​ເຂດ
ແຫ້ງ​ແລ້ງ​ທັງຫລາຍ ໃຫ້​ຢູ່​ພາຍ​ໃຕ້​ການລະ​ວັງ​ໄພຕະຫລອດ 24 ຊົ່ວ​ໂມງ ​ໂດຍຈັດ​ສົ່ງ​ພວກ
ນັກ​ຊ່ຽວຊານ​ແລະ​ການ​ຊ່ວຍ​ເຫລືອ​ໄປ​ຍັງ​ເຂດ​ເຫລົ່າ​ນັ້ນ ​ແລະສັ່ງ​ເອົາລາຍ​ງານ​ຜົນ​ເສຍ​ຫາຍ​ ປະ​ຈໍາ​ວັນ.

ສະພາວະ​ແຫ້ງ​ແລ້ງ​ດັ່ງກ່າວ​ນີ້​ ໄດ້​ກະ​ຕຸ້ນ​ໃຫ້​ອົງການໂຄງການອາຫານ​ໂລກ​ຂອງສະຫະ​ປະ
ຊາ​ຊາດ​ ​ອອກ​ມາຕຸ​ກ​ເຕືອນ​ເມື່ອ​ວັນ​ອັງຄານຜ່ານ​ມາ​ນີ້​ວ່າ ​ເວລານີ້ ຜົນ​ລະ​ປູກ​ເຂົ້າວີ​ທຂອງ
ຈີນ​ ​ແມ່ນ​ຕົກຢູ່​ພາຍ​ໃຕ້​ໄພ​ຂົ່ມຂູ່.

ພວກ​ຊ່ຽວຊານດ້ານ​ການ​ກະ​ເສດ​ກ່າວ​ວ່າ ນີ້ບໍ່ແມ່ນ​ເປັນ​ຂ່າວ​ຮ້າຍ ສໍາລັບແຕ່ຈີນປະ​ເທດ​ ດຽວເທົ່ານັ້ນ ​ແຕ່​ສໍາ​ລັບ​ທົ່ວ​ໂລກ​ນັ້ນ​ນໍາ.

ຜົນ​ເກັບ​ກ່ຽວ​ທີ່​ຕົກ​ຕໍ່າລົງ​ນັ້ນ​ ຈະ​ສົ່ງ​ຜົນ​ໃຫ້​ຈີນຕ້ອງ​ນໍາ​ເຂົ້າອາຫານ​ຈໍາພວກ​ເມັດ​ເພີ່ມ​ຫລາຍ​ ຂື້ນ ຊຶ່ງ​ອາດ​ສາ​ມາດ​ຊຸກຍູ້​ໃຫ້​ລາຄາ​ອາຫານ​ທົ່ວ​ໂລກ​ຖີບ​ຕົວ​ສູງ​ຂື້ນ ​ເຮັດ​ໃຫ້ລາຄາ​ອາຫານ​ເຟີ້ສູງ​ຂື້ນອີກ​ ຢູ່ໃນຫລາຍໆພາກສ່ວນ​ຂອງ​ໂລກ.

ປັດຈຸບັນ​ນີ້ ລັດຖະບານ​ຈີນ​ແມ່ນ​ກໍາລັງ​ໃຊ້​ຈ່າຍ​ເງິນ​ຫລາຍ​ຮ້ອຍ​ລ້ານ​ໂດ​ລາ​ ເພື່ອ​ບັນ​ເທົາ​
ສະພາວະ​ແຫ້ງ​ແລ້ງ​ໃນ​ປີ​ນີ້ ​ແລະ​ພ້ອມ​ດຽວ​ກັນ ລັດຖະບານ​ກໍ​ກໍາລັງ​ສ້າງ​ລະບົບ​ປໍ້າ​ນໍ້າ​ອັນ
ນຶ່ງ​ ​ເພື່ອ​ປໍ້າ​ເອົາ​ນໍ້າຈາກ​ເຂດ​ໃຕ້​ທີ່​ປຽກ​ຊຸ່ມອຸດົມສົມບູນ​ໄປ​ດ້ວຍ​ນໍ້າ​ນັ້ນ ຂຶ້ນໄປ​ສູ່ຂົງເຂດ
ຕອນ​ເໜືອ​ທີ່​ແຫ້ງ​ແລ້ງ​ ຊຶ່ງ​ມີລະຍະ​ທາງ​ຫລາຍ​ຮ້ອຍ​ຫລັກ​ກິ​ໂລ​ແມດ​ນັ້ນ.

ສື່​ມວນ​ຊົນ​ຂອງ​ລັດ​ລາຍ​ງານ​ເມື່ອວັນ​ພຸດ​ທີ່​ຜ່ານ​ມາ​ນີ້​ວ່າ ​ເຂຶ່ອນສາມໜ້າຜາ ​ກໍໄດ້​ປ່ອຍ​ນໍ້າ
ອອກ​ໄປ​ຫລາຍ​ລ້ານ​ລິດ​ ເພື່ອ​ຊ່ວຍ​ຂົງ​ເຂດ​ທີ່ຢູ່​ທາງລຸ່ມ​ເຂື່ອນລົງ​ໄປ ຫລາຍ​ຫລັກ​ກິ​ໂລ​ແມ​ດ ນັ້ນ​ແລ້ວ.

XS
SM
MD
LG