ລິ້ງ ສຳຫລັບເຂົ້າຫາ

logo-print

ເຂື່ອນໄຟຟ້ານໍ້າຕົກ ນໍາເອົາຄວາມທຸກຈົນ ມາສູ່ຊາວບ້ານ ຢູ່ລຽບຝັ່ງແມ່ນໍ້າຂອງ ໃນໄທ ຢ່າງຫລວງຫລາຍ


ຊາວບ້ານຂີ່ເຮືອໄປໃກ້ກັບບ່ອນທີ່ຈະສ້າງເຂື່ອນຫລວງພະບາງ ໃນອະນາຄົດໃນແມ່ນໍ້າຂອງ ຢູ່ແຂວງຫລວງພະບາງໃນປະເທດລາວ (ພາບຖ່າຍວັນທີ 5 ກຸມພາ, 2020 ໂດຍ REUTERS/Panu Wongcha-um)

ແມ່ນໍ້າຂອງເປັນແມ່ນໍ້າທີ່ຍິ່ງໃຫຍ່ສາຍນຶ່ງໃນໂລກ - ທີ່ມີສາຍນໍ້າຍາວ 5,000 ກິໂລແມັດ ໄຫລມາຈາກປະເທດຈີນຜ່ານລາວ, ໄທ, ໄປຫາກຳປູເຈຍ ແລະຫວຽດນາມ. ແຕ່ຢ່າງໃດກໍຕາມ, ເຂື່ອນຕ່າງໆໄດ້ສົ່ງຜົນເສຍຫາຍຕໍ່ລະບົບນິເວດ, ເຮັດໃຫ້ເກີດຄວາມແຫ້ງແລ້ງໃນຊ່ວງລະດູລົມມໍລະສຸມ ແລະນໍ້າຍື່ງຂຶ້ນເມື່ອມັນຄວນຈະແຫ້ງໄປ. ສິ່ງດັ່ງກ່າວໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຊຸມຊົນທີ່ກາງຕໍ່ອາໄສແມ່ນໍ້າຂອງເພື່ອຫາຢູ່ຫາກິນລ້ຽງຊີບປ່ຽນແປງໄປຕະຫຼອດການເລີຍ ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ, ຊຶ່ງເປັນເຂດທຸກຍາກທີ່ມີຊາຍແດນຕິດກັບລາວ ແລະ ກຳປູເຈຍນັ້ນ. ວິຈິດຕຣາ ດວງດີ (Vijitra Duangdee) ມີລາຍງານມາໃຫ້ວີໂອເອ, ຈາກໜອງຄາຍ, ປະເທດໄທ ຊຶ່ງບົວສະຫວັນ ຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໂດຍໄປຊອກເລາະຮ່ອນຄຳຢູ່ຕາມແຄມຝັ່ງແມ່ນໍ້າຂອງທາງພາກຕາເວັນອອກ ສຽງເໜືອຂອງປະເທດໄທ, ປ້າຣົດຈະນາ ເທບວົງ, ອາຍຸ 64 ປີ ເວົ້າວ່າສາຍນໍ້າໄດ້ເປັນສະໜາມຫຼິ້ນໃນຕອນເປັນເດັກນ້ອຍ, ເປັນບ່ອນສະໜອງອາຫານ ແລະແຫຼ່ງລາຍໄດ້ໃຫ້ແກ່ລາວມາຕະຫຼອດຊີວິດ. ດຽວນີ້, ມັນກຳລັງປ່ຽນແປງໄປໃນລະດັບທີ່ໄວລຈົນລາວບໍ່ຢາກຈະເຊື່ອເລີຍ.

ປ້າຣົດຈະນາ ເທບວົງ, ຄົນຮ່ອນຄໍາເວົ້າວ່າ:
“ຕອນຍັງນ້ອຍໃນລະດູແລ້ງນໍ້າຈະແຫ້ງລົງຈົນວ່າ ຂ້ອຍສາມາດຍ່າງຂ້າມໄປຫາຝັ່ງລາວໄດ້. ດຽວນີ້ນໍ້າຍື່ງຂຶ້ນໃນລະດູແລ້ງ…ສະນັ້ນຢູ່ນີ້ຂ້ອຍກໍຫາຮ່ອນຄຳ ບ່ອນໃດທີ່ຂ້ອຍຍັງສາມາດຮ່ອນໄດ້ ໜີ້ຫລະ.”

ບັນດາເຂື່ອນໄຟຟ້າທີ່ຢູ່ເທິງແມ່ນໍ້າຂອງ - ຫລາຍແຫ່ງແມ່ນສ້າງໂດຍຈີນ ໄດ້ຫັນປ່ຽນວົງຈອນທຳມະຊາດຂອງແມ່ນໍ້າ, ຊຶ່ງເປັນເສັ້ນທາງນໍ້າທີ່ຫລໍ່ລ້ຽງຊີບຂອງປະຊາຊົນ 60 ລ້ານຄົນ ໃນຂະນະທີ່ມັນໄຫລລະອິດລະອ້ຽວຜ່ານປະເທດລາວ, ໄທ, ກຳປູເຈຍ, ມຽນມາ ແລະຫວຽດນາມ.

ແຄມຝັ່ງແມ່ນໍ້າທີ່ເຄີຍຖືກນຳໃຊ້ເປັນດິນກະສິກຳສຳລັບຊາວບ້ານທີ່ທຸກຈົນທີ່ສຸດ ຢູ່ລຽບຕາມແຄມແມ່ນໍ້າຂອງ. ດຽວນີ້ລະດັບນໍ້າສູງຂຶ້ນແລະຫຼຸດລົງໂດຍບໍ່ໄດ້ມີ ການແຈ້ງເຕືອນເມື່ອເຂື່ອນຕ່າງໆ ຖືກປິດໄວ້ເພື່ອຜະລິດກະແສໄຟຟ້າ, ແລະເນື້ອທີ່ດິນກໍ່ໃຫ້ຜົນຜະລິດພຽງໜ້ອຍດຽວ.

ບັນດານັກໂຄສະນາປຸກລະດົມກ່າວວ່າ ຊະນິດພັນປາໄດ້ຖືກທຳລາຍ, ໃນຂະນະທີ່ສາຍນໍ້າຕອນລຸ່ມຂາດແຄນຕະກອນທີ່ສຳຄັນ ເພື່ອເປັນແຫລ່ງສະໜອງ ອາຫານທີ່ພວກປາເພິ່ງພາອາໄສເປັນອາຫານນັ້ນ -ຊຶ່ງໄດ້ສົ່ງຜົນໃຫ້ເກີດຄວາມສັ່ນສະເທືອນໄປທົ່ວທັງລະບົບນິເວດ.

ຜູ້ຢູ່ອາໄສໃນທ້ອງຖິ່ນຢ້ານວ່າໂຄງການສ້າງເຂື່ອນຊະນະຄາມທີ່ເປັນເຂື່ອນໃໝ່ ໄດ້ຮັບການສະໜັບສະໜູນຈາກຈີນທີ່ມີມູນຄ່າ 2 ພັນລ້ານໂດລາຢູ່ໃນກາງລໍາແມ່ນໍ້າຂອງໃນລາວ - ເຊິ່ງຢູ່ໄກຈາກທີ່ນັ້ນບໍ່ຮອດ 2 ກິໂລແມັດ - ຈະເປັນຈຸດສິ້ນສຸດຂອງແມ່ນໍ້າທີ່ມີຊີວິດຊີວາຢູ່ທາງພາກເໜືອຂອງປະເທດໄທ.

ປັດຈຸບັນນີ້ ມັນກຳລັງຢູ່ໃນຂັ້ນຕອນການປຶກສາຫາລື ແຕ່ວ່າການເຮັດແນວນັ້ນ ຖືກມອງເຫັນຈາກຄົນໃນວົງກວ້າງວ່າ ເປັນພິທີການເທົ່ານັ້ນ.

ຈາກເຂດອະນຸລັກທີ່ຫາຍາກຢູ່ໃນແຄມຝັ່ງເບື້ອງຂອງໄທ - ຊຶ່ງສອງສາມກິໂລແມັດໄປທາງໃຕ້ຂອງບ່ອນທີ່ຈະສ້າງເຂື່ອນທີ່ສະເໜີໄປນັ້ນ, ນັກຄົ້ນຄວ້າໃນທ້ອງຖິ່ນ, ທ່ານອະພິຊິດ ສູນທະຣາວິຣັດ ໄດ້ແຕ້ມແຜນທີ່ຂອງບ່ອນທີ່ຖືກທຳລາຍໃນແມ່ນໍ້າຂອງ.

ທ່ານ ອະພິຊິດ ສູນທະຣາວິຣັດ ໃຫ້ຄໍາເຫັນດັ່ງນີ້:
“ເຂື່ອນຂອງຈີນ ແລະລາວໄດ້ທຳລາຍລະບົບນິເວດວິທະຍາ; ປາຫຼາຍຊະນິດພັນ ໄດ້ສູນຫາຍໄປຍ້ອນຂາດຕະກອນ. ປາຫົກສິບເກົ້າຊະນິດ ໄດ້ສູນຫາຍໄປໝົດແລ້ວ, ແຕ່ມັນກໍ່ຍັງມີຜົນກະທົບຕໍ່ຊະນິດພັນພືດເຊິ່ງເປັນແຫລ່ງອາຫານຂອງປານັ້ນອີກດ້ວຍ.”

ຜູ້ດໍາເນີນກິດຈະການເຂື່ອນກ່າວວ່າ ພວກເຂົາເຈົ້າໄດ້ມີມາດຕະການລະມັດລະວັງທີ່ຕ້ອງໄດ້ເຮັດ ເພື່ອຫຼຸດຜ່ອນຄວາມເສຍຫາຍຕໍ່ສິ່ງແວດລ້ອມ, ລວມທັງການສ້າງຂັ້ນໄດປາ ເພື່ອໃຫ້ສັດຊະນິດຕ່າງໆ ສາມາດເຄື່ອນຍ້າຍຂຶ້ນລົງໃນຊ່ວງລະດູການເພາະພັນໄດ້.

ທ່ານອະພິດຊິດ ກ່າວອີກວ່າ ຫາກເມື່ອເບິ່ງຈາກມຸມມອງຢູ່ແຄມແມ່ນໍ້າ ຂອງທ່ານແລ້ວ, ທຸລະກິດໃຫຍ່ໆ - ໃນປະເທດຈີນ, ລາວ ແລະໄທ ກຳລັງຫາເງິນຈາກຊັບພະຍາກອນທຳມະຊາດທີ່ມີຮ່ວມກັນຢູ່ນີ້.

ທ່ານເວົ້າວ່າ:
“ຊາວບ້ານຈະບໍ່ໄດ້ຮັບຜົນປະໂຫຍດອັນໃດເລີຍ ຈາກເຂື່ອນເຫລົ່ານີ້, ຜູ້ທີ່ໄດ້ຮັບຜົນປະໂຫຍດແມ່ນມີແຕ່ນັກທຸລະກິດໃຫຍ່ໆ ເທົ່ານັ້ນ."

ຢູ່ຕູບນ້ອຍແຫ່ງນີ້, ເຄືອຂ່າຍຊາວປະມົງພາກັນປົກປ້ອງແມ່ນໍ້າຂອງໄວ້ບໍ່ໃຫ້ເຂົ້າໄປຢູ່ໃນແຜນການສ້າງພະລັງງານໄຟຟ້ານໍ້າຕົກໃຫຍ່ຕ່າງໆ.

ທ່ານ ໄຊວັດ ພະຣະກຸນ (Chaiwat Parakoon), ຈາກກຸ່ມຮັກແມ່ນໍ້າຂອງ ບອກວ່າ “ຂ້າພະເຈົ້າບໍ່ສາມາດພັນລະນາເຖິງຄວາມຜູກພັນທີ່ແຮງກ້າຂອງຂ້າ ພະເຈົ້າ ທີ່ມີກັບແມ່ນໍ້າແຫ່ງນີ້ ໄດ້ດອກ. ແມ່ນໍ້າຂອງເປັນແມ່ນໍ້າແຫ່ງຊີວິດຂອງພວກເຮົາ.”

ເມື່ອແຫຼ່ງທີ່ປາສະສົມທັງຫຼາຍສູນຫາຍໄປ, ຊາວປະມົງຫຼາຍຄົນໄດ້ພາກັນອອກໜີໄປຈາກສາຍແມ່ນໍ້າແຫ່ງນີ້ ເພື່ອໄປຊອກຫາເຮັດວຽກໃນສວນຢາງ ຫລືໂຮງຈັກ ໂຮງານຕ່າງໆ ຢູ່ໃນເມືອງ.

ສຳລັບຜູ້ທີ່ດໍາລົງຊີວິດໂດຍອາໄສສາຍນໍ້າເປັນແຫລ່ງຫາລ້ຽງຊີບແລ້ວ ເຂື່ອນອີກແຫ່ງນຶ່ງທີ່ຖືກສະເໜີ ໃນເມືອງປາກຊົມ ເຊິ່ງເປັນເຂື່ອນຢູ່ຟາກສາຍນໍ້າ ແຫ່ງທຳອິດຂອງໄທ, ກໍຈະເຮັດໃຫ້ປະຊາຊົນຜູ້ທີ່ຍັງດໍາລົງຊີວິດ, ກິນຢູ່ ແລະເຮັດວຽກຢູ່ຕາມສາຍນໍ້າຂອງນີ້ປະສົບກັບຄວາມຂັດສົນຫລາຍ.

ຊາວປະມົງ, ທ່ານສຸດຕາ ອິນສໍາຣານ ມີຄຳຂໍຮ້ອງແບບງ່າຍໆ ຕໍ່ຜູ້ທີ່ກໍ່ສ້າງເຂື່ອນ. ລາວບອກວ່າ: “ຢາກຂໍຮ້ອງວ່າ ກະລຸນາຢຸດຊະ…ຂ້ອຍຂໍຮ້ອງເຈົ້າໃຫ້ເອົາແມ່ນໍ້າຂອງອັນເດີມກັບມາໃຫ້ພວກເຮົາເທາະ. ກະລຸນາຢ່າສ້າງເຂື່ອນອີກເລີຍ. ພໍແລ້ວ ​ກໍ​ຄື​ວ່າພໍ."

ເບິ່ງວີດິໂອກ່ຽວກັບລາຍງານນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG