ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍິງ​ສາວ​ຊາວ​ວີ​ເກີ​ ໝູນໃຊ້​ສື່​ສັງ​ຄົມ​ອອນ​ລາຍ ເພື່ອກົດ​ດັນ​ໃຫ້​ຈີນ ປ່ອຍພໍ່​ຂອງ​ນາງ​ໃຫ້ ເປັນ ​ອິດ​ສະ​ຫລະ


ພວກ​ກຳ​ມະ​ກອນ ຍ່າງ​ໄປ​ໃກ້​ກຳ​ແພງຂອງ​ບ່ອນທີ່​ຮູ້​ກັນ​ໃນ​ຊື່​ທາງ​ການ​ວ່າ​ເປັນສູນ​ຝຶກ​ສີ​ມື​ແ​ຮງ​ງານ ຢູ່​ເມືອງ Dabancheng ໃນເຂດ​ຊິນ​ຈຽງ ທີ່​ເປັນ​ເຂດ​ປົກ​ຄອງ​ຕົ​ນ​ເອງ​ຂອງ​ຊາ​ວ​ວີ​ເກີ​ໃນ​ຈີນ, ວັນ​ທີ 4 ກັນ​ຍາ 2018.
ພວກ​ກຳ​ມະ​ກອນ ຍ່າງ​ໄປ​ໃກ້​ກຳ​ແພງຂອງ​ບ່ອນທີ່​ຮູ້​ກັນ​ໃນ​ຊື່​ທາງ​ການ​ວ່າ​ເປັນສູນ​ຝຶກ​ສີ​ມື​ແ​ຮງ​ງານ ຢູ່​ເມືອງ Dabancheng ໃນເຂດ​ຊິນ​ຈຽງ ທີ່​ເປັນ​ເຂດ​ປົກ​ຄອງ​ຕົ​ນ​ເອງ​ຂອງ​ຊາ​ວ​ວີ​ເກີ​ໃນ​ຈີນ, ວັນ​ທີ 4 ກັນ​ຍາ 2018.

ຍິງ​ສາວ​ຊາວ​ວີ​ເກີ​ຢູ່​ໃນ​ນະ​ຄອນບອ​ສ​ຕັນຂອງ​ສະ​ຫະ​ລັດ​ ກຳ​ລັງໝູນໃຊ້​ອຳ​ນາດ​ຂອງສື່​ສັງ​ຄົມ​ອອນ​ລາຍ ເພື່ອ​ຍົກ​ສູງ​ຄວາມ​ຮູ້​ຂອງສັງ​ຄົມ​ກ່ຽວ​ກັບ​ໂຊກ​ຊາ​ຕາ​ກຳ​ຂອງຄົນຂອງ​ນາງ ​ຢູ່​ໃນ​ເຂດ​ຊິນ​ຈຽງ​ຂອງ​ຈີນ, ຊຶ່ງ​ລວມ​ທັງ​ພໍ່​ຂອງ​ນາງ ຜູ້​ທີ່ຖືກ​ຂັງ​ຢູ່​ໃນ​ບ່ອນ​ທີ່​ຈີນ​ເອີ້ນ​ວ່າ "ສູນດັດ​ສ້າງ" ນັ້ນ​ມາ​ໄດ້ 2 ປີ ແລ້ວ.

​ນາງ ຊາ​ມາ​ຣາ ອີ​ມິນ (Samira Imin), ອ​າ​ຍຸ 27 ປີ ໄດ້​ສົ່ງ​ຂໍ້​ຄວາມ​ໄປ​ເຖິງ​ຫລາຍ​ພັນ​ຄົນ ຢູ່​ໃນ​ເວ​ທີຂອງສື່​ສັງ​ຄົມ​ອອນ​ລາຍ ເຊັ່ນ ທວີດ​ເຕີ ເພື່ອ​ນຳ​ເອົາ​ເລື້ອງ​ລາວ​ຕ່າງໆກ່ຽວ​ກັບ​ພໍ່​ຂອງ​ນາງ, ອາ​ຍຸ 54 ປີ, ທ່ານ ອິ​ມິນ​ຈານ ຊີ​ດິນ (Iminjan Seydin) ຜູ້​ທີ່​ຫາຍ​ສາບ​ສູນ​ໃນ​ປີ 2017 ຢູ່​ເຂດ​ຊິນ​ຈຽງທີ່​ຄົນ​ສ່ວນ​ໃຫຍ່​ເປັນ​ຊາ​ວີ​ເກີນັ້ນ.

ນາງ​ອິ​ມິນ​ຄຳ​ເວົ້າຕໍ່​ວີ​ໂອ​ເອວ່າ ເມື່ອມໍ່ໆ​ມານີ້ ນາງ​ໄດ້​ຍິນ​ຂ່າວ​ຈາກເພື່ອນ​ຂອງ​ນາງໃນ​ປັກ​ກິ່ງ​ເວົ້າ​ວ່າ ພໍ່​ຂອງ​ນາງ​ໄດ້​ຖືກ​ຕັດ​ສິນຈຳ​ຄຸກເປັນ​ເວ​ລາ 15 ປີ ຍ້ອນ​ປຶ້​ມ​ທີ່ເພິ່ນ​ໄດ້​ພິມ​ອອກ​ເຜີຍ​ແຜ່​ໃນ​ສາມ​ປີ​ກ່ອນ​ໜ້າ​ທີ່​ເພິ່ນ​ຈະ​ຖືກ​ຈັບ​ນັ້ນ.

"ພໍ່​ຂອງ​ຂ້ອຍ​ຖືກຕັດ​ສິນ​ໂທດໃນຂໍ້​ກ່າວ​ຫາທີ່​ເວົ້າ​ເກີນ​ຕົວ​ຈິງວ່າ ໄດ້​ຊັກ​ຊວນຄົນ​ມີ​ຫົວ​ແຮງຈັດ ພາຍ​ຫລັງ​ທີ່​ໄດ້​ຖືກ​ຄຸມ​ຂັງ ແລະ​ເອົາ​ໄປ​ດັດ​ສ້າງ​ຢູ່​ໃນ​ສູນເຮັດ​ໃຫ້ຫັນປ່ຽນແນວ​ຄິດໄດ້ສອງ​ປີແລ້ວ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນາງ​ອິ​ມິນທີ່​ກ່າວ​ຕໍ່​ວີ​ໂອ​ເອ ໂດຍ​ເວົ້າ​ອີກວ່າ​ປຶ້​ມ​ທີ່​ຊື່​ວ່າ “ສອນ​ພາ​ສາ​ອາ​ຣັບ, ວິ​ທະ​ຍ​າ​ສາດ​ໃນ​ການ​ເວົ້າ” ເປັນປຶ້ມ​ຮຽນ​ພ​າ​ສາອ​າ​ຣັບ ທີ່​ເພິ່ນ​ໄດ້​ພິມ​ໃນ​ປີ 2014 ພາຍ​ຫລັງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ລັດ​ຖະ​ບານ​ແລ້ວ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG