ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ງົບປະມານ ດ້ານການ ປ້ອງກັນປະເທດຂອງ ຈີນ ເພີ້ມຂຶ້ນ ລະຫວ່າງ 7​ ຫາ 8​ ເປີເຊັນ


ທະຫານນາວິກະໂຍທິນກອງທັບປົດປ່ອຍປະຊາຊົນຈີນ ທີ່ພວມຝຶກແອບ ຢູ່ຄ້າຍ Bayingol ໃນເຂດປົກຄອງຕົນເອງ Xinjiang.
ທະຫານນາວິກະໂຍທິນກອງທັບປົດປ່ອຍປະຊາຊົນຈີນ ທີ່ພວມຝຶກແອບ ຢູ່ຄ້າຍ Bayingol ໃນເຂດປົກຄອງຕົນເອງ Xinjiang.

ຈີນ​ກ່າວ​ວ່າ ຕົນ​ຈະ​ເພີ້ມການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ
ຂຶ້ນລະຫວ່າງ 7 ​ຫາ 8 ​ເປີ​ເຊັນ​ໃນ​ປີນີ້​ ຫຼັງ​ຈາກ​ທີ່ໄດ້​ມີ​ການ​ເພີ້ມ
ງົບປະມານ​ການ​ໃຊ້​ຈ່າຍ​ທາງ​ດ້ານ​ທະຫານສູງ​ກວ່າ 10 ​ເປີ​ເຊັນ
​ມາ​ເປັນ​ເວລາ​ຫຼາຍໆ​ປີ.

ທ່ານນາງ Fu Ying ​ໂຄສົກ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ
​ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ສຸກ​ມື້ນີ້ວ່າ ​ໂຕ​ເລກ​ທີ່​ແນ່ນອນ​ຈະ​ມີ
​ການ​ເປີດ​ເຜີຍ​ໃນ​ວັນເສົາ​ມື້ອື່ນ​ນີ້ ຫຼັງຈາກ​ສະພາ​ເປີດ​ສະ​ໄໝ​ປະ
ຊຸມ​ປະຈຳ​ປີ.

ຈີນ​ໄດ້​ທຸ້ມ​ເທ​ຊັບພະຍາກອນ​ຕ່າງໆ​ທີ່​ມີ​ຢູ່ ​ເຂົ້າ​ໃສ່​ການ​ປ້ອງ​ກັນ​
ປະ​ເທດ​ ​ໃນ​ໄລຍະສອງ​ທົດ​ສະ​ວັດ​ຜ່ານ​ມາ ​ໃນ​ຂະນະ​ທີ່​ຈີນ​ໄດ້​ອ້າງ​ເອົາ​ກຳມະສິດ​ແບບ​ມີ​
ຄວາມ​ໝັ້ນໃຈ​ຫລາຍຂຶ້ນຢູ່​ໃນ​ທະ​ເລ​ຈີນ​ໃຕ້.​ ​ໃນ​ປີ​ກາຍ​ນີ້ ປັກ​ກິ່ງ​ໄດ້​ເພີ້ມການ​ໃຊ້​ຈ່າຍໃນ​
ດ້ານທະຫານ​ຂອງ​ຕົນ​ 10.1 ​ເປີ​ເຊັນ ຊຶ່ງ​ຕົກ​ເປັນ​ເງິນ​ທັງ​ໝົດ 136​ ພັນ​ລ້ານ​ໂດ​ລາ.

​ໂຕ​ເລກ​ດັ່ງກ່າວ​ນີ້ ​ແມ່ນ​ປະມານ ​ນຶ່ງ​ສ່ວນ​ສີ່ ຂອງ​ການ​ໃຊ້​ຈ່າຍ ​ໃນ​ດ້ານ​ປ້ອງ​ກັນປະ​ເທດ​
ຂອງ​ສະຫະລັດ ​ໃນ​ປີ​ກາຍ​ນີ້.

​ແຕ່​ແນວ​ໃດ​ກໍ​ຕາມ ພວກ​ຕຳ​ໜິຕິຕຽນ​ຈີນກ່າວ​ວ່າ ປັກ​ກິ່ງ​ໄດ້​ໃຊ້​ຈ່າຍ​ທາງ​ທະຫານ​ຫລາຍ​
ກວ່າ​ທີ່​ໄດ້ມີ​ການ​ລາຍ​ງານ​ໃຫ້​ຊາບ.

China Defense Spending
please wait

No media source currently available

0:00 0:00:36 0:00

XS
SM
MD
LG