ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສືບຕໍ່ເກັບກຳຂໍ້ມູນ ການລຳດັບພັນທຸກຳ ຂອງໂຄວິດ-19 ໄວ້ ສຳລັບຕົນເອງ


ແຟ້ມພາບ - ຜູ້ໂດຍສານຈາກຈີນຄົນນຶ່ງ ທີ່ເດີນທາງໄປຮອດສະໜາມບິນ ໂຣຍຊີ ຊອຣສ໌ ເດີ ກອລ ກຳລັງກວດຫາພະຍາດໂຄວິດ-19, ຢູ່ພາກເໜືອຂອງນະຄອນຫຼວງປາຣີ, ວັນທີ 1 ມັງກອນ 2023.
ແຟ້ມພາບ - ຜູ້ໂດຍສານຈາກຈີນຄົນນຶ່ງ ທີ່ເດີນທາງໄປຮອດສະໜາມບິນ ໂຣຍຊີ ຊອຣສ໌ ເດີ ກອລ ກຳລັງກວດຫາພະຍາດໂຄວິດ-19, ຢູ່ພາກເໜືອຂອງນະຄອນຫຼວງປາຣີ, ວັນທີ 1 ມັງກອນ 2023.

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ຈີນ ສືບຕໍ່ເກັບຮັກສາຂໍ້ມູນການລຳດັບພັນທຸກຳທີ່ສຳຄັນໄວ້ ທີ່ອົງການຕ້ອງການເພື່ອການວິໄຈ ແລະທຳຄວາມເຂົ້າໃຈ ວິວັດທະນາການໃນທົ່ວໂລກຂອງພະຍາດໂຄວິດ-19 ແລະການເກີດຂຶ້ນມາຂອງສາຍພັນໃໝ່ ແລະການປ່ຽນສາຍພັນ ທີ່ສ້າງຄວາມກັງວົນນັ້ນ. ລີຊາ ສະໄລນ໌ ມີລາຍງານຈາກນະຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງການ WHO ກ່າວວ່າ ຈີນ ຍັງຄົງບໍ່ຍິນຍອມທີ່ຈະແບ່ງປັນຂໍ້ມູນ ທີ່ຈຳ ເປັນເພື່ອຈະໃຫ້ຕົນດຳເນີນການປະເມີນຄວາມສ່ຽງດ້ານສະພາບການຂອງໂຣກລະບາດ ໃນປັດຈຸບັນນີ້. ຕົນກ່າວວ່າ ອົງການນີ້ ຕ້ອງການຂໍ້ມູນດັ່ງກ່າວ ເພື່ອທີ່ຕົນຈະສາມາດປັບຂໍ້ແນະນຳແລະຂໍ້ຊີ້ນຳ ເພື່ອການຊ່ອຍຊີວິດຄົນ.

ບັນດາເຈົ້າໜ້າທີ່ຂອງອົງການ WHO ໄດ້ຈັດກອງປະຊຸມຂັ້ນສູງຫຼາຍຮອບຮ່ວມ ກັບຄູ່ຕຳແໜ່ງຈາກຈີນ ຕະຫຼອດໄລຍະສອງສາມອາທິດທີ່ຜ່ານມານີ້. ເຖິງແມ່ນພວກເພິ່ນກ່າວວ່າ ພວກເພິ່ນເຊື່ອວ່າ ຈີນຍັງລາຍງານຕ່ຳກວ່າຜົນກະທົບທີ່ເປັນຈິງຂອງພະຍາດດັ່ງກ່າວ ຊຶ່ງເປັນການເພີ້ມຂຶ້ນໃນປະເທດ.

ຜູ້ອຳນວຍການອົງການອະນາໄມໂລກ ທ່ານເຕໂດຣສ ອາດານົມ ເກເບຣເຢຊຸສ ກ່າວວ່າ ໂຣກລະບາດແມ່ນກຳລັງຫລຸດລົງ. ເຖິງຢ່າງໃດກໍຕາມ ທ່ານເຕືອນວ່າ ພະຍາດໂຄວິດ-19 ຍັງຄົງເປັນໄວຣັສທີ່ອັນຕະລາຍ ຕໍ່ສຸຂະພາບ ເສດຖະກິດຕ່າງໆ ແລະສັງຄົມຂອງພວກເຮົາໂດຍລວມ.

ທ່ານເຕໂດຣສ ກ່າວວ່າ “ພວກເຮົາສືບຕໍ່ຂໍໃຫ້ຈີນ ຈົ່ງໃຫ້ຂໍ້ມູນກ່ຽວກັບການເຂົ້າຮັກສາໃນໂຮງໝໍ ແລະການເສຍຊີວິດ ຢ່າງວ່ອງໄວ ສະມ່ຳສະເໝີ ແລະ ເຊື່ອຖືໄດ້ ຫຼາຍຂຶ້ນ ພ້ອມກັນນັ້ນ ການຈັດລຳດັບໄວຣັສທີ່ຮອບດ້ານຫຼາຍຂຶ້ນຕາມສະພາບທີ່ເປັນຈິງ. ອົງການ WHO ເປັນຫ່ວງເປັນໃຍກ່ຽວກັບຄວາມສ່ຽງຕໍ່ຊີວິດ ຢູ່ໃນຈີນ ແລະໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງການສັກຢາວັກຊີນກັນພະຍາດ ລວມທັງເຂັມສັກເພີ້ມປະສິດທິພາບຕ່າງໆ ເພື່ອປົກປ້ອງຕໍ່ການເຂົ້າໂຮງໝໍ ການມີພະຍາດທີ່ສາຫັດ ແລະການເສຍຊີສິດ.”

ທ່ານເຕໂດຣສ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບພະຍາດໂຄວິດ-19 ໃນປັດຈຸບັນ ອີງຕາມພາບພົດຂອງພະຍາດລະບາດວິທະຍາ ທີ່ມີລັກຊະນະການແຜ່ລະບາດຢ່າງໜັກຢູ່ໃນຫຼາຍເຂດຂອງໂລກ ແລະແຜ່ລະບາດຂອງສາຍພັນທີ່ປະສົມປະສານກັນນັ້ນ ອອກໄປຢ່າງວ່ອງໄວ.

ນັກວິຊາການນຳພາໃນດ້ານພະຍາດໂຄວິດ-19 ຂອງອົງການ WHO ທ່ານນາງມາເຣຍ ແວນ ເຄີໂຄບວ໌ ກ່າວວ່າ ອົງການ WHO ກັງວົນກ່ຽວກັບສາຍພັນຍ່ອຍໃໝ່ຂອງໂອໄມຄຣອນ ທີ່ຮູ້ຈັກກັນຄື XBB.1.5. ທ່ານນາງກ່າວວ່າ ໂອໄມຄຣອນສາຍພັນຍ່ອຍໃໝ່ທີ່ເປັນເຊື້ອສາຍດຽວກັນນັ້ນ ມາເຖິງເວລານີ້ ໄດ້ຖືກກວດພົບຢູ່ໃນ 29 ປະເທດ.

ທ່ານນາງແວນ ເຄີໂຄບວ໌ ກ່າວອະທິບາຍວ່າ “ມັນເປັນສາຍພັນຍ່ອຍໃໝ່ທີ່ສາມາດຕິດແປດກັນໄດ້ຫຼາຍທີ່ສຸດ ທີ່ໄດ້ກວດພົບເຫັນ. ສາເຫດສຳລັບອັນນີ້ ກໍແມ່ນ ການປ່ຽນສາຍພັນ ທີ່ວ່າພາຍໃນການປະສົມປະສານກັນນີ້ ສາຍພັນໃໝ່ຂອງໂອໄມຄຣອນນີ້ ໂດຍຈະອຳນວຍໃຫ້ໄວຣັສນີ້ ທີ່ຈະຍຶດຕິດກັບແຊລ ແລະແຜ່ພັນໄດ້ງ່າຍຂຶ້ນ. ແລະພວກເຮົາເປັນຫ່ວງກ່ຽວກັບການຂະຫຍາຍຕົວທີ່ໄດ້ປຽບຂອງມັນນັ້ນ ໂດຍສະເພາະໃນບາງປະເທດຢູ່ໃນຢູໂຣບ ແລະສະຫະລັດ.”

ຕາບໃດທີ່ໄວຣັສນີ້ແຜ່ລະບາດອອກໄປຫຼາຍຊຳໃດ ທ່ານນາງເຕືອນວ່າ ກໍຈະມີໂອກາດຫຼາຍຂຶ້ນ ທີ່ມັນຈະປ່ຽນແປງ. ທ່ານນາງເຄີໂຄບວ໌ ກ່າວວ່າ ຄື້ນຟອງຂອງການຕິດເຊື້ອໄວຣັສທີ່ມີຢູ່ຕໍ່ເນື່ອງ ແມ່ນຄາດກັນວ່າ ຈະເກີດຂຶ້ນຢູ່ໃນທົ່ວໂລກ. ເຖິງຢ່າງໃດກໍຕາມ ທ່ານນາງໃຫ້ຂໍ້ສັງເກດວ່າ ພວກເຂົາເຈົ້າ ບໍ່ໄດ້ແປວ່າ ຈະກາຍເປັນຄື້ນຟອງຂອງການເສຍຊີວິດຕື່ມຂຶ້ນອີກ ກໍຍ້ອນມາດຕະການສະກັດກັ້ນ ເຊັ່ນວ່າ ຢາວັກຊີນ ຍັງສືບຕໍ່ໃຊ້ການໄດ້ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG