ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ດຳເນີນການ ຢ່າງຮີບຮ້ອນ ເພື່ອຊອກຫາ ຜູ້ລອດຊີວິດ ຢູ່ບ່ອນເຮືອຫຼົ້ມ


ທະຫານຈີນ ກຳລັງຂີ່ເຮືອ ຈອດຢູ່ເຂື່ອນ ຫລັງຈາກໄດ້ປະຕິບັດງານ ຊອກຫາຜູ້ເຄາະຮ້າຍເຮືອຫລົ້ມ.
ທະຫານຈີນ ກຳລັງຂີ່ເຮືອ ຈອດຢູ່ເຂື່ອນ ຫລັງຈາກໄດ້ປະຕິບັດງານ ຊອກຫາຜູ້ເຄາະຮ້າຍເຮືອຫລົ້ມ.

ພວກ​ກູ້​ໄພ​ຈີນ ໃນ​ວັນ​ພຸດ​ມື້​ນີ້ ຍັງສືບຕໍ່ຊອກ​ຫາ 430 ກວ່າຄົນ
​ທີ່​ຫາຍ​ສາບ​ສູນ ຫລັງ​ຈາກ​ເຮືອ​ໂດຍສານ​ປີ້ນ​ຂວໍ້າ ລະຫວ່າ​ງ
​ເກີ​ດລົມພາຍຸ ຢູ່​ໃນ​ແມ່​ນໍ້່າຢັງ​ຊີ.

ສື່ມວນຊົນຂອງ​ລັດຖະບານ​ກ່າ​ວວ່າ ມີພຽງ​ແຕ່ 14 ຄົນ​ເທົ່າ​
ນັ້ນ​ໄດ້ຮັບການ​ກູ້ໄພ ຊ່ວຍຊີວິດໄວ້ໄດ້ນັບ​ຕັ້ງ​ແຕ່​ເຮືອນຳ
ທ່ຽວທີ່ບັນທຸກພວກ​ນັກ​ທ່ອງ​ທ່ຽວທີ່ສ່ວນ​ໃຫຍ່​ເປັນ​ຜູ້ເຖົ້າ
​ຫລົ້ມ​ໃນ​ຕອນ​ແລງ​ວັນ​ຈັນ​ທີ່​ຜ່ານ​ມາ. ມີສິ​ບແປດຄົນ​ແລ້ວ
ໄດ້ຮັບການ ຢືນຢັນ​ວ່າ​ເສຍ​ຊີວິດ.

ບັນດາ​ພວກ​ກູ້​ໄພ​ພາກັນ​ເຮັດ​ວຽກຢ່າງ​ຮີ​ບຮ້ອນ ຕັດ​ທ້ອງ​ເຮືອ
ທີ່​ປີ້ນ​ຫງາຍ​ຂຶ້ນມາ ໃນ​ຄວາມ​ພະຍາຍາມ ເພື່ອຊອກ​ຫາ​ບັນດາ​ຜູ້​ໂດຍສານ​ທີ່​ຍັງຕົກຄ້າງ​ ​ແລະຜູ້​ທີ່​ອາດຈະ​ລອດ​ຊີ​ວິດມາໄດ້ ຢູ່ໃນບ່ອນທີ່ຍັງ​ມີ​ອາກາດ.

ທ່ານ Zhang Hucheng ນັກ​ດຳນຳ້ ທີ່​ເຂົ້າໄປຊອກ​ຫາ​ຢູ່​ໃນ​ເຮືອ ກ່າວວ່າ “ມີ​ຫລາຍ​ສິ່ງ​
ຫລາຍ​ຢ່າງ​ເຄື່ອນໄຫວຢູ່​ໃນ​ຫ້ອງ​ນອນ. ເຮືອ​ໄດ້​ປີ້ນ​ຂວໍ້າ ມີ​ຫລາຍ​ອັນ​ທີ່ເຄື່ອນຍ້າຍ​ບໍ່​ຢູ່
​ບ່ອນ​ເກົ່າ. ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ ​ຢ້ານວ່າ ເຊືອກຈະໄປເກາະເອົາຫັ້ນເອົາໜີ້ ເວລາ​
ເຮົາ​ດຳ​ນໍ້າ. ມັນ​ງ່າຍທີ​ສຸດ​ທີ່​ຈະ​ຕົກ​ຄ້າງ​ຢູ່​ທີ່​ນັ້ນ.”

ການ​ກູ້​ໄພ ​ໄດ້​ປະສົບ​ກັບ​ລົມແຮງ ​ແລະ​ຝົນຕົກໜັກ ພ້ອມ​ທັງກະແສນ້ຳທີ່ຊ່ວຍ​ຍູ້​ໃຫ້​ເຮືອ​
ໄຫລ​ລົງໄປ​ກັບ​ແມ່​ນໍ້າ ເກືອບ​ສາມ​ກິ​ໂລ​ແມັດ​.

ອົງ​ການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນ ກ່າວ​ວ່າ ນັກ​ດຳ​ນໍ້າ 135 ຄົນ​ພາກັນປະ ​ຕິ​ບັດ​ງານ
ຕະຫລອດ​ຄືນ ​ໃນ​ການ​ຊອກ​ຫາ​ບັນດາ​ຜູ້​ໂດຍສານ ​ທີ່​ຫາຍ​ສາບ​ສູນໄປ. ທະຫານ​ຫລາຍ​
ກວ່າ 3,000 ຄົນ ​ແລະ​ເຮືອ 48 ລຳ​ຍັງໄດ້​ເຂົ້າຮ່ວມການ​ປະຕິ ບັດ​ງານດັ່ງກ່າວ.

China Ship
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG