ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈີນ ປະຕິບັດ 'ການຊ້ອມລົບລາດຕະເວນ' ໃນຂະນະທີ່ ສະຫະລັດ ຈັດການຝຶກຊ້ອມໃນນ່ານນໍ້າທີ່ມີຂໍ້ພິພາດກັນ


ຮູບທີ່ໄດ້ຮັບການສະໜອງໃຫ້ຈາກກອງທັບອາກາດຂອງຟີລິບປິນ, ທີ່ເຜີຍແຜ່ອອກມາໃນວັນທີ 7 ເມສາ 2024, ສະແດງໃຫ້ເຫັນບັນດາກໍາປັ່ນ ກໍາລັງປະຕິບັດກິດຈະກໍາຮ່ວມກັນຄັ້ງທໍາອິດ ລະຫວ່າງ ຟີລິບປິນ, ສະຫະລັດ, ອອສເຕຣເລຍ ແລະ ຍີ່ປຸ່ນ ໃນຂົງເຂດທະເລຈີນໃຕ້.
ຮູບທີ່ໄດ້ຮັບການສະໜອງໃຫ້ຈາກກອງທັບອາກາດຂອງຟີລິບປິນ, ທີ່ເຜີຍແຜ່ອອກມາໃນວັນທີ 7 ເມສາ 2024, ສະແດງໃຫ້ເຫັນບັນດາກໍາປັ່ນ ກໍາລັງປະຕິບັດກິດຈະກໍາຮ່ວມກັນຄັ້ງທໍາອິດ ລະຫວ່າງ ຟີລິບປິນ, ສະຫະລັດ, ອອສເຕຣເລຍ ແລະ ຍີ່ປຸ່ນ ໃນຂົງເຂດທະເລຈີນໃຕ້.

ຈີນ ໄດ້​ດຳ​ເນີນ​ການ “ຊ້ອມ​ລົບ​ໃນການລາດຕະ​ເວນ” ເມື່ອ​ວັນ​ອາທິດ​ວານ​ນີ້ ຢູ່ບໍລິເວນທະ​ເລ​ຈີນ​ໃຕ້, ອີງຕາມການກ່າວຂອງກອງທັບພວກເຂົາເຈົ້າ. ​ໃນ​ມື້​ດຽວ​ກັນ, ຟີ​ລິບ​ປິນ, ສະຫະລັດ, ຍີ່ປຸ່ນ ​ແລະ ອອສເຕຣເລຍ ກໍໄດ້​ດຳ​ເນີນ​ການ​ຊ້ອມ​ລົບ​ຮ່ວມກັນ​ຄັ້ງ​ທຳ​ອິດ​ຢູ່​ຂົງເຂດ​ນ່ານ​ນ້ຳ​ທີ່​ມີ​ຂໍ້ພິພາດກັນນັ້ນ.
ການ​ເຄື່ອນ​ໄຫວ​ທາງ​ທະ​ເລດັ່ງກ່າວ ​ໄດ້​ດຳ​ເນີນການ​ມາຫຼາຍວັນ​ກ່ອນທີ່​ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ມີກໍານົດຈະຈັດ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ຄັ້ງ​ທຳ​ອິດ​ ກັບ​ບັນດາຜູ້ນຳ​ຂອງ ຟີ​ລິບ​ປິນ​ ແລະ ​ຍີ່ປຸ່ນ, ​ເຊິ່ງ​ຄວາມ​ເຄັ່ງ​ຕຶງ​ກໍາລັງ​ເພີ້ມ​ຂຶ້ນ​ຢູ່​ຂົງເຂດທະ​ເລ​ຈີນ​ໃຕ້ ​ທີ່​ມີ​ການ​ໂຕ້ແຍ້ງກັນຢ່າງຮ້ອນແຮງ ​ໃນ​ວາລະຂອງກອງປະຊຸມ.
ກອງ​ບັນຊາການສະມໍລະພູມປະຈໍາພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນ ຫຼື PLA ຂອງປັກກິ່ງ ​ກ່າວ​ວ່າ ຕົນ​ກໍາລັງຈັດ "ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ເລ ​ແລະ​ທາງ​ອາກາດ ​ຢູ່ບໍລິເວນ​ທະ​ເລ​ຈີນ​ໃຕ້."
ພວກເຂົາກ່າວໃນຖະແຫຼງການວ່າ "ທຸກໆກິດຈະກໍາທາງທະຫານທີ່ເຮັດໃຫ້ເກີດຄວາມຫຍຸ້ງຍາກສັບສົນໃນທຸກສະຖານະການຢູ່ຂົງເຂດທະເລຈີນໃຕ້ ແລະສ້າງຈຸດເຄັ່ງຕຶງຂຶ້ນຫຼາຍແຫ່ງ ແມ່ນຢູ່ພາຍໃຕ້ການຄວບຄຸມ,” ໃນສິ່ງທີ່ປາກົດວ່າ ເປັນການຕ້ອງຕິ ຕໍ່ການຊ້ອມລົບອື່ນໆ ທີ່ກໍາລັງຈັດຂຶ້ນໃນນ່ານນ້ໍາຕ່າງໆນັ້ນ.

ຂົງເຂດທີ່ມີການກ່າວອ້າງ ຢູ່ໃນບໍລິເວນທະເລຈີນໃຕ້.
ຂົງເຂດທີ່ມີການກ່າວອ້າງ ຢູ່ໃນບໍລິເວນທະເລຈີນໃຕ້.

ກອງທັບຟີລິບປິນ ກ່າວວ່າ ການຊ້ອມລົບຂອງຕົນກັບ ສະຫະລັດ, ອອສເຕຣເລຍ ແລະຍີ່ປຸ່ນ "ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງການຮ່ວມມືລະຫວ່າງທັງສາມປະເທດ ໃນການເພີ້ມທະວີການຮ່ວມມືຢູ່ໃນພາກພື້ນ ແລະການຮ່ວມມືລະດັບສາກົນ ເພື່ອສະໜັບສະໜຸນອິດສະຫຼະພາບ ແລະເປີດກວ້າງຢູ່ໃນຂົງເຂດ ອິນໂດ-ປາຊີຟິກ ໂດຍຜ່ານບັນດາການຊ້ອມລົບຮ່ວມກັນຢູ່ໃນຂອບເຂດການເດີນເຮືອທາງທະເລ."
ການ​ຊ້ອມ​ລົບ​ດັ່ງກ່າວ ​ໄດ້​ຮັບ​ການ​ໃຫ້​ຂະໜານ​ນາມວ່າ “ເປັນກິດຈະກຳ​ຮ່ວມ​ມື​ທາງ​ທະ​ເລ​ຫຼາຍ​ຝ່າຍ,” ການ​ຊ້ອມລົບນັ້ນ ລວມມີ ​ບັນດາ​ກອງກຳລັງ​ທະຫານ​ເຮືອ ​ແລະ ກອງທັບ​ອາກາດ​ຈາກ​ທັງ 4 ປະ​ເທດເຂົ້າຮ່ວມ.

ຖະ​ແຫຼງການ​ຂອງ​ຟີ​ລິບ​ປິນ ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ທຳ​ການ​ຝຶກຊ້ອມ​ກ່ຽວກັບການ​ສື່ສານ, ຍຸດ​ທະ​ສາດ​ດ້ານກອງທະຫານ, ​ແລະ​ການ​ຝຶກຊ້ອມໃນການເກັບກໍາ​ຮູບ​ພາບ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG