ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ ໄດ້ຮັບຜົນສະທ້ອນ ຈາກການ “ການບີບບັງຄັບທາງການທູດ” ໃນຂະນະທີ່ ສະມາຊິກສະພາສູງປະເທດ ເຊັກສ໌ ຢ້ຽມຢາມ ໄຕ້ຫວັນ


ປະທານສະພາສູງຂອງປະເທດ ເຊັກສ໌ ທ່ານ ມິລອສ໌ ວິສເຕຼິຊິລ
ແລະທ່ານໂຈເຊຟ ວູ ລັດຖະມົນຕີຕ່າງປະເທດໄຕ້ຫວັນ ທີ່ສະໜາມບິນສາກົນຕາວຢວນ ວັນທີ 30 ສິງຫາ 2020.
ປະທານສະພາສູງຂອງປະເທດ ເຊັກສ໌ ທ່ານ ມິລອສ໌ ວິສເຕຼິຊິລ ແລະທ່ານໂຈເຊຟ ວູ ລັດຖະມົນຕີຕ່າງປະເທດໄຕ້ຫວັນ ທີ່ສະໜາມບິນສາກົນຕາວຢວນ ວັນທີ 30 ສິງຫາ 2020.

ໃນການຄັດຄ້ານຕໍ່ ຈີນ ນັ້ນ, ຄະນະຜູ້ແທນກຸ່ມນຶ່ງທີ່ນຳໜ້າໂດຍປະທານ ສະພາສູງຂອງປະເທດ ເຊັກສ໌ ທ່ານ ມິລອສ໌ ວິສເຕຼິຊິລ ໄດ້ເດີນທາງໄປຮອດ ໄຕ້ຫວັນ ໃນວັນອາທິດວານນີ້, ໃນການຢ້ຽມ ຢາມເປັນເວລາຫົກມື້, ເຊິ່ງເປັນການແລກປ່ຽນລະດັບສູງສຸດລະຫວ່າງສອງປະເທດ ເພື່ອຜູ້ມັດຄວາມສຳພັນທາງເສດຖະກິດ ແລະວັດທະນາທຳໃຫ້ແໜ້ນແຟ້ນຂຶ້ນ.

ບັນດາຜູ້ສັງເກດການທີ່ ວີໂອເອ ໄດ້ໂອ້ລົມກັບໄດ້ກ່າວຢໍ້າວ່າ ການຢ້ຽມຢາມ ໄດ້ບອກໃຫ້ຮູ້ຢ່າງຫຼວງ ຫຼາຍກ່ຽວກັບ “ການບີບບັງຄັບທາງການທູດ” ທີ່ກຳລັງລົ້ມແຫຼວຢູ່ໃນ ສາທາລະນະລັດ ເຊັກສ໌, ເຖິງແມ່ນມັນຍັງບໍ່ແນ່ນອນວ່າ ປະເທດ ຢູໂຣບ ອື່ນໆ ຈະປະຕິບັດຕາມ ເພື່ອກະຕຸ້ນໃຫ້ເກີດຜົນກະທົບ ເປັນຕ່ອງໂສ້ກໍຕາມ.

ສາທາລະນະລັດເຊັກສ໌ ເຫັນພ້ອມກັບນະໂຍບາຍຈີນດຽວ ແຕ່ຍັງຮັກສາຄວາມ ສຳພັນທີ່ບໍ່ເປັນທາງການກັບ ໄຕ້ຫວັນ ໄວ້ຢູ່.

ທ່ານ ວິສເຕຼິຊິລ ໄດ້ກ່າວຕໍ່ບັນດາສະມາຊິກຜູ້ແທນ 89 ຄົນ ກ່ອນໜ້າການ ເດີນທາງວ່າ ນີ້ຈະເປັນການເດີນທາງເພື່ອໃຫ້ກຽດແກ່ມື້ລາງ ປະທານາທິບໍດີ ເຊັກສ໌ ທ່ານ ວາກລາຟ ຮາແວລ,” ອີງຕາມກະຊວງຕ່າງປະເທດ ໄຕ້ຫວັນ.

ທ່ານຮາແວລ, ຜູ້ທີ່ເຄີຍເປັນອະດີດນັກຂຽນບົດລະຄອນນັ້ນ, ໄດ້ເປັນປະທານາ ທິບໍດີ ເຊັກສ໌ ຄົນທຳອິດໃນປີ 1993. ທ່ານໄດ້ຕິດຄຸກເປັນເວລາຫຼາຍປີ ສຳລັບທັດສະນະຄະຕິການເມືອງທີ່ບໍ່ເຫັນພ້ອມກັບລັດຖະບານ,

ການສົ່ງເສີມການເຄື່ອນໄຫວກາງເມືອງ, ປະຊາທິປະໄຕໂດຍກົງ ແລະສິດທິມະນຸດ, ເຊິ່ງແມ່ນຄຸນຄາທີີທ່ານ ວິສເຕຼິຊິລ ກ່າວວ່າ ຈີນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG