ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳ​ປັ່ນ ຈາກ​ໜ່ວຍ​ຍາມ​ຝັ່ງ​ຈີນ ​ຂັດ​ຂວາງກຳ​ປັ່ນ​ຂົນ​ສົ່ງ​ຟີ​ລິບ​ປິນ ໃນ​​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ​ກັນ


ພ​ວກ​ປະ​ທ້ວງ ຖື​ປ້າຍ​ຄຳ​ຂວັນ​ ຮຽກ​ຮ້ອງ​ໃຫ້​ຈີນ​ຖອນ​ອອກ​ໄປ ໃນ​ການ​ປະ​ທ້ວງ​ຢູ່​ຕໍ່​ໜ້າ​ກົງ​ສຸນ​ຈີນ ທີ່​ເມືອງ Makati ປະ​ເທດ​ຟີ​ລິບ​ປິນ ເມື​່ອ​ວັນ​ທີ 12 ກໍ​ລະ​ກົດ 2021.
ພ​ວກ​ປະ​ທ້ວງ ຖື​ປ້າຍ​ຄຳ​ຂວັນ​ ຮຽກ​ຮ້ອງ​ໃຫ້​ຈີນ​ຖອນ​ອອກ​ໄປ ໃນ​ການ​ປະ​ທ້ວງ​ຢູ່​ຕໍ່​ໜ້າ​ກົງ​ສຸນ​ຈີນ ທີ່​ເມືອງ Makati ປະ​ເທດ​ຟີ​ລິບ​ປິນ ເມື​່ອ​ວັນ​ທີ 12 ກໍ​ລະ​ກົດ 2021.

ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ​ແຈ້ງວ່າ ກຳ​ປັ່ນ​ຈາກ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນໄດ້​ຂັດ​ຂວາງ​ແລະ​ໃຊ້​ທໍ່​ສີດ​ນ້ຳ ສີດ​ເຂົ້າ​ໃສ່​ກຳ​ປັ່ນ​ຂົນ​ສົ່​ງ ​ຂອງ​ຟີ​ລິບ​ປິນ 2 ລຳ ທີ່​ພວມ​ເດີນ​ທາງ​ມຸ່ງ​ໜ້າໄປ​ຍັງ​ຫາດ​ທີ່​ມີ​ການ​ຂັດແຍ້ງ ຊຶ່ງ​ທະ​ຫານ​ມາ​ຣີນ​ຂອງ​ຟີ​ລິບ​ປິນ​ຍັງ​ຢຶດ​ຄອງ​ຢູ່ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ໄດ້ພາ​ໃຫ້​ມີ​ການ​ປະ​ທ້ວງ​ຢ່າງ​ໂກດ​ແຄ້ນ​ຕໍ່​ຈີນ ແລະ​ມີ​ການ​ເຕືອນ​ໂດຍ​ລັດ​ຖະ​ບານຟີ​ລິບ​ປິນ​ວ່າ ກຳ​ປັ່ນ​ຂອງ​ຕົນ ​ແມ່ນ​ໄດ້​ຮັບ​ການຄຸ້ມ​ຄອງ ​ໂດຍ​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ປະ​ເທດກັບ​ສະ​ຫະ​ລັດ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ຟີ​ລິບ​ປິນ​ໃນ​ວັນ​ພະ​ຫັດ​ມື້ນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຟີ​ລິບ​ປິນ ທ່ານ​ເຕ​ໂອ​ດໍ​ໂຣ ລັອກ​ຊິນ ຈູ​ເນຍ (Teodoro Locsin Jr.) ກ່າວ​ວ່າ ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບໃນ​ເຫດ​ການທີ່​ເກີດຂຶ້ນ​ຢູ່​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງດັ່ງ​ກ່າວໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ແຕ່​ກຳ​ປັ່ນຂົນ​ສົ່ງ​ທັງ​ສອງ​ຕ້ອງ​ໄດ້​ຍົກ​ເລີກ​ການ​ປະ​ຕິ​ບັດ​ງານ ເພື່ອ​ນຳ​ອາ​ຫານ​ໄປ​ສົ່ງ​ໃຫ້​ທະຫານ​ມາ​ຣີນທີ່​ຍັງ​ຢຶດ​ຄອງ​ຫາດ Second Thomas ຊຶ່ງ​ຕັ້ງ​ຢູ່ທີ່​ແຂວງປາ​ລາ​ວານ​ຕາ​ເວັນ​ຕົກ​ ຊຶ່ງ​ເປັນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ຟີ​ລິບ​ປິນ ທີ່​ນາໆ
ຊາດ​ຮັບ​ຮູ້.

ທ່ານ​ລັອກ​ຊິນ ​ກ່າວ​ຢູ່​ໃນ​ທວີດ​ເຕີ້​ວ່າ ການ​ກະ​ທຳ​ຂອງ​ກຳ​ປັ່ນ​ຈາກ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນ ແມ່ນ​ຜິດ​ກົດ​ໝາຍ ແລະ​ໄດ້​ຮ້ອງ​ຂໍ້​ໃຫ້​ພວກ​ເຂົາ “ລະ​ວັງ​ແລະ​ຢຸດ​ເຊົາ” ໃນ​ການ​ກະ​ທຳ​ດັ່ງ​ກ່າວ.

ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ແຈ້ງ​ໃຫ້​ຈີນ​ຊາບ​ເຖິງ “ຄວາມ​ບໍ່​ພໍ​ໃຈ​ ການ​ປະ​ນາມ​ແລະ​ການ​ປະ​ທ້ວງ​ຕໍ່​ເຫດ​ການ​ດັ່ງ​ກ່າວນີ້” ຊຶ່ງ​ທ່ານ​ລັອກ​ຊິນ ກ່າວ​ຕື່ມ​ວ່າ “ຄວາມ​ບໍ່​ສາ​ມາດ​ໃນ​ການ​ໃຊ້​ຄວາມ​ຢັບ​ຢັ້ງຂອງ​ຕົນດັ່ງ​ກ່າວ ເປັນ​ໄພ​ຂົ່ມ​ຂູ່ ​ຕໍ່​ຄວາມ​ສຳ​ພັນ​ພິ​ເສດລະ​ຫວ່າງ​ຟີ​ລິບ​ປິນ​ແລະ​ຈີນ” ທີ່​ປະ​ທາ​ນາ​ທິ​ບໍ​ດີໂຣດ​ຣີ​ໂກ ດູ​ເຕີ​ເຕ ແລະ​ປະປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ເມື່ອຍ ​ເພື່ອ​ບຳ​ລຸງ​ຮັກ​ສາມັນ​ນັ້ນ.

ຍັງ​ບໍ່​ມີການ​ໃຫ້​ຄວາມ​ເຫັນໃດໆ​ຈາກ​ເຈົ້າ​ໜ້າ​ທີ່​ຈີນ​ເທື່ອ​ທີ່​ນະ​ຄອນ​ມະ​ນີ​ລາ​ຫລື​ປັກກິ່ງ.

ເຫດ​ຮ້າຍ​ດັ່ງ​ກ່າວ​ໄດ້​ລະ​ເບີດ​ຂຶ້ນ​ ໃນບັນ​ຫາ​ການ​ຂັດ​ແຍ້ງ​ເລື້ອງ​ດິນ​ແດນ​ທີ່​ມີ​ມາ​ເປັນ​ເວ​ລາ​ຊ້າ​ນານ ຢູ່​ໃນ​ເຂດ​ທະ​ເລ​ຍຸດ​ທະ​ສາດ ບ່ອນ​ທີ່​ຈີນ ຟີ​ລິບ​ປິນ ຫວຽດ​ນາມ ມາ​ເລ​ເຊຍ ບ​ຣູ​ນາຍ ແລະ​ໄຕ້​ຫວັນ ໄດ້​ອ້າງ​ເອົາ​ກຳ​ມະ​ສິດກວມ​ກັນ. ຈີນ ແມ່ນ​ອ້າງ​ເອົາກຳ​ມະ​ສິດ​ເກືອບ​ທັງ​ໝົດ​ຂອງ​ທະ​ເລ​ຈີນ​ໃຕ້ ແລະ​ໄດ້​ຫັນ​ປ່ຽນ​ຫາດ​ແລະ​ເກາະຫີນ​ປະ​ກາ​ລັງ 7 ແຫ່ງ ໃຫ້​ກາຍ​ເປັນຄ້າຍ​ທະ​ຫານ ​ເທິງເກາະ​ດອນ​ ທີ່​ປ້ອງ​ກັນ​ດ້ວຍລູກ​ສອນ​ໄຟເພື່ອ​ເຮັດ​ໃຫ້​ການ​ອ້າງ​ເອົາ​ກຳ​ມະ​ສິດ​ຂອງ​ຕົນ​ໜັກ​ແໜ້ນ​ຂຶ້ນ​ຕື່ມຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ ແລະ​ສ້າງ​ຄວາມ​ເປັນ​ຫ່ວງ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ຄູ່​ແຂ່ງ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ ແລະ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕາ​ເວັ​ນ​ຕົກ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ.

ວໍ​ຊິງ​ຕັນ​ບໍ່​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ໃດໆ​ໃນ​ເຂດ​ທະ​ເລ​ທີ່​ມີ​ການ​ລຳ​ລຽງ​ຂົນ​ສົ່ງ​ໄປ​ມາ​ຢ່າງ​ບໍ່​ຂາດ​ໄລ​ຍະ ແຕ່​ໄດ້​ທຳ​ການ​ລາດ​ຕະ​ເວນ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ດັ່ງ​ກ່າວ​ໂດຍ​ກຳ​ປັ່ນ ແລະ​ເຮືອ​ບິນ ຂອງກອງ​ທັບ​ເຮືອ ເພື່ອ​ໃຫ້​ການຄ້ຳ​ປະ​ກັນ ​ຕໍ່​ປະ​ເທດພັນ​ທະ​ມິດ​ຂອງ​ຕົນ ຮວມ​ທັງ​ຟີ​ລິບ​ປິນ ແລະ​ຄ້ຳ​ປະ​ກັນ​ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນເຮືອ ແລະ​ການ​ບິນ​ຜ່ານ. ຈີນ​ໄດ້​ກ່າວ​ເຕືອນ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ຕໍ່​ສະ​ຫະ​ລັດ ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ​ດັ່ງ​ກ່າວ ແລະ​ບໍ່​ໃຫ້​ເຂົ້າໄປ​ຫຍຸ້ງ​ກ່ຽວ​ໃນ​ອັນທີ່​ຈີນ​ເອີ້ນ​ວ່າ ເປັນ​ບັນ​ຫາ​ຂອງ​ຂົງ​ເຂດ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ກ່ອນ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ໃຫ້​ການ​ຄ້ຳ​ປະ​ກັນ​ຕະ​ຫຼອດ​ມາ​ແກ່​ຟີ​ລິບ​ປິນ​ວ່າ ສະ​ຫະ​ລັດ​ຈະ​ປະ​ຕິ​ບັດ​ຕາມພັນ​ທະ​ຂອງ​ຕົນ​ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ກັນ ຖ້າ​ກຳ​ລັງ​ຂອງຟີ​ລິບ​ປິນ ກຳ​ປັ່ນ ຫຼື​ເຮືອ​ບິນ ຫາກ​ຖືກ​ໂຈມ​ຕີ ​ຢູ່​ໃນ​ເຂດ​ທະ​ເລ ​ທີ່​ມີ​ການ​ຂັດ​ແຍ້ງ​ມາເປັນ​ເວ​ລາ​ດົນ​ນານ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG