ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໄດ້ສັ່ງປິດ ສະຖານກົງສຸນ ສະຫະລັດ ທີ່ເມືອງເຊັງດູ


ພາບທີ່ຖ່າຍໃນວັນທີ 18 ກັນຍາ, 2012 ສະແດງໃຫ້ເຫັນວ່າ ຕໍາຫລວດຍາມ ທີ່ເປັນຄົນຈີນ ຊີ້ມືໃສ່ພວກນັກຖ່າຍຮູບຢູ່ທາງເຂົ້າສະຖານກົງສູນ ສະຫະລັດທີ່ເມືອງ Chengdu, ທາງຕາເວັນຕົກສຽງໃຕ້ຂອງແຂວງ ເສສວນ ຂອງຈີນ
ພາບທີ່ຖ່າຍໃນວັນທີ 18 ກັນຍາ, 2012 ສະແດງໃຫ້ເຫັນວ່າ ຕໍາຫລວດຍາມ ທີ່ເປັນຄົນຈີນ ຊີ້ມືໃສ່ພວກນັກຖ່າຍຮູບຢູ່ທາງເຂົ້າສະຖານກົງສູນ ສະຫະລັດທີ່ເມືອງ Chengdu, ທາງຕາເວັນຕົກສຽງໃຕ້ຂອງແຂວງ ເສສວນ ຂອງຈີນ

ຈີນໄດ້ສັ່ງປິດສະຖານກົງສຸນສະຫະລັດທີ່ເມືອງເຊັງດູ ເພື່ອເປັນການຕອບໂຕ້ຕໍ່ການປິດສະຖານກົງສຸນຂອງຈີນທີ່ນະຄອນຮຸສຕັນ ລັດເທັກຊັສພາຍໃນວັນສຸກນີ້.

ຍັງມີການຮຽກຮ້ອງຈາກຂ່າວສານຂອງຈີນ ແລະຜົນຂອງການຢັ່ງຫາງສຽງທາງ ທວີດເຕີ ເຊັ່ນກັນວ່າ ໃຫ້ປັກກິ່ງ “ສົກໃຫ້ແຮງກວ່າເກົ່າ” ໂດຍການປິດສະຖານກົງສຸນຂອງສະຫະລັດໃນຮົງກົງໄວ້ ຂະນະທີ່ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ໃຫ້ຄໍາເຫັນເປັນໄນໆ ວ່າ ຈະປິດສະຖານກົງສູນຈີນອີກຫລາຍ ແຫ່ງໃນສະຫະລັດ.

ນັກວິເຄາະເຫດການສອງທ່ານ ທີ່ລົມກັບວີໂອເອ ເວົ້າວ່າ ຖ້າຫາກມີການປິດກົງ ສູນຂອງກັນແລະກັນເພີ້ມຂຶ້ນອີກ, ສາຍພົວພັນລະຫວ່າງສະຫະລັດ ກັບຈີນ ຈະ ເສື່ອມໂຊມລົງຢ່າງໄວວາ ໂດຍທີ່ຍັງຈະຮ້າຍແຮງໄປກວ່ານັ້ນອີກຕື່ມ.

“ມັນເປັນການເພີ້ມ (ຄວາມເຄັ່ງຕຶງທາງການທູດ) ຂຶ້ນອັນນຶ່ງ. ແລະມັນເປັນສົງ ຄາມເຢັນອັນໃໝ່ ທີ່ໄດ້ເລີ້ມຂຶ້ນແບບເປັນກ້າວໆ ໄປໂດຍສະຫະລັດ ແລະຈີນ,” ນັ້ນຄືຄໍາເວົ້າຂອງທ່ານ ຊາງ ປູ (Sang Pu), ຜູ້ໃຫ້ຄໍາເຫັນທາງການເມືອງໃນ ຮົງກົງ.

“ສາຍພົວພັນລະຫວ່າງສະຫະລັດກັບຈີນ ໄດ້ຮັບຜົນກະທົບໃຫ້ຕົກຕໍ່າຢູ່ຕະຫຼອດ ນັບແຕ່ການລະບາດຢ່າງໜັກຂອງໄວຣັສໂຄໂຣນາເກີດຂຶ້ນ ຫລື ໂດຍສະເພາະ ແລ້ວ ກໍແມ່ນກົດໝາຍດ້ານຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ ມີຜົນບັງຄັບໃຊ້ ເປັນຕົ້ນມາ,” ນັ້ນຄືຄໍາເວົ້າຂອງທ່ານ ຊີ ຢິນຮົງ (Shi Yinhong), ອາຈານ ສອ ວິຊາການພົວພັນສາກົນ ທີ່ມະຫາວິທະຍາໄລເຣນມິນ ຂອງປັກກິ່ງ ທີ່ກ່າວ ຕໍ່ວີໂອເອ.

ອາຈານທ່ານນັ້ນ ຄາດຄະເນວ່າ “ຍັງມີເວລາອີກ 4 ເດືອນກ່ອນຈະຮອດວັນ ເລືອກຕັ້ງປະທານາທິບໍດີສະຫະລັດ ແລະອີກ 6 ເດືອນກ່ອນຈະຮອດເວລາ ທີ່ຄະນະລັດຖະບານຊຸດໃໝ່ຈະເຂົ້າຮັບຕໍາແໜ່ງຢູ່ໃນທໍານຽບຂາວ. ຢູ່ໃນຊ່ວງ ເວລາອັນນັ້ນ ມັນບໍ່ຕ້ອງການຄາດເດົາຫຍັງເລີຍດອກວ່າ ທ່ານ ທຣໍາ ຈະເອົາ ບາດກ້າວຫລາຍອັນ ເພື່ອເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດເສື່ອມ ໂຊມລົງໄປອີກ.

ທ່ານ ຊີ ເຊື່ອວ່າ (Shi) ການປິດສະຖານກົງສູນໃນເມືອງຮຸສຕັນ ບໍ່ແມ່ນອອກ ແບບມາພຽງແຕ່ເພື່ອເກາະຜິດກັບຈີນເທົ່ານັ້ນດອກ ແຕ່ຍັງເປັນກົນລະຍຸດຂອງ ທ່ານ ທຣໍາ ເພື່ອຈະໃຫ້ມີການຕ່າວປີ້ນຜົນຂອງການຢັ່ງຫາງສຽງທີ່ກໍາລັງຫລຸດ ລົງໄປຢູ່ນັ້ນ.

ທ່ານເວົ້າວ່າ ຈີນພົບວ່າ ການກ່າວຫາຂອງກະຊວງການຕ່າງປະເທດສະຫະລັດ ແມ່ນບໍ່ມີມູນຄວາມຈິງຫຍັງໝົດ ເຖິງແມ່ນວ່າ ຄະນະລັດຖະບານທ່ານ ທຣໍາ ເວົ້າວ່າ ການປິດສະຖານກົງສຸນໃນເມືອງຮຸສຕັນ ເປັນການເຮັດທີ່ມີເຫດມີຜົນ ຢ່າງເຕັມສ່ວນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG