ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມສຳພັນ ທີ່ໃກ້ຊິດ ໃນເອເຊຍ ຊ່ອຍຈີນ ຮັບມື ກັບການຕ້ອງຕິ


ຮູບຖ່າຍທາງອາກາດຂອງເກາະ Pagasa ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly ທີ່ມີການຂັດແຍ້ງ ໃນທະເລຈີນໃຕ້ ຕັ້ງຢູ່ນອກແຄມຝັ່ງທະເລກໍ້າ ຕາເວັນຕົກຂອງຟີລິບປິນ
ຮູບຖ່າຍທາງອາກາດຂອງເກາະ Pagasa ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly ທີ່ມີການຂັດແຍ້ງ ໃນທະເລຈີນໃຕ້ ຕັ້ງຢູ່ນອກແຄມຝັ່ງທະເລກໍ້າ ຕາເວັນຕົກຂອງຟີລິບປິນ

​ຄວາມ​ສຳພັນ ທີ່ໃກ້ຊິດຍິ່ງຂຶ້ນຂອງຈີນ ກັບ​ບັນດາ​ປະ​ເທດ ​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ ຢູ່ໃນເຂດ​ເອ​
ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ເຮັດຈີນຢູ່ໃນ​ທ່າ​ທີ​ ບໍ່​ໃຫ້​ຄວາມ​ສຳຄັນ ຕໍ່​ຖະ​ແຫຼງການ ທີ່​ໃຊ້​ຄຳ
ເວົ້າຢ່າງແຮງຂອງກຸ່ມລັດຖະມົນຕີການຕ່າງປະເທດໃນເດືອນນີ້ ຕະຫຼອດທັງການຕ້ອງຕິ
​ອື່ນໆ ກ່ຽວ​ກັບ​ການ​ແຜ່​ອານາ​ເຂດ​ຂອງ​ຕົນ ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ປັກ​ກິ່ງ ຊຶ່ງ​ໄດ້​ຂະຫຍາຍ​ດິນ​ແດນ​ຂອງ​ຕົນ ​ຢ່າງ​ວ່ອງ​ໄວ ​ເຂົ້າ​ໄປ​ໃນ​ທະ​ເລ ​ທີ່​ຍັງ​ມີການ​ຂັດ
​ແຍ້​ງ​ແລະ​ກວ້າງ​ໃຫຍ່​ດັ່ງກ່າວ ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາທັງໆ​ທີ່​ໄດ້​ມີ​ການແຂ່ງຂັນໃນ​ການ​
ອ້າງ​ເອົາ​ກຳມະສິດ ​ຂອງ​ປະ​ເທດ​ນ້ອຍ​ອື່ນໆ ​ໄດ້​ຮັບ​ການ​ຕ້ອງ​ຕິຄັ້ງ​ໃໝ່ ຈາກ​ລັດຖະມົນຕີ​
ການ​ຕ່າງປະ​ເທດຂອງ​ກຸ່ມຈີ 7 ຫລື 7 ປະ​ເທດ ​ທີ່​ຈະ​ເຣີນທາງດ້ານ​ອຸດສາະຫະກຳ​ໃນ​ກາງ​
ເດືອນ​ນີ້.

ຖະ​ແຫຼງການ​ຮ່ວມ ​ຂອງ​ກຸ່ມ​ຈີ 7 ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ​ທີ່ຢູ່​ອ້​ອມ​ແອ້ມ​ ທະ​ເລ​ຈີນ
​ໃຕ້ໃຊ້​ການ​ຕັດສິນ​ຂອງ​ສານໂລກ​ຕໍ່​ຈີນ ​ເປັນ​ພື້ນຖານ​ທີ່​ເປັນ​ປະ​ໂຫຍ​ດໃນ​ການ​ແກ້​ໄຂ​ບັນ
ຫາ​ຂັດ​ແຍ້​ງ. ສານ​ທີ່​ນະຄອນ Hague ​ໄດ້​ຕັດສິນ​ໃນ​ປີ​ກາຍນີ້ວ່າ ປັກ​ກິ່ງ​ບໍ່​ມີ​ພື້ນຖານ​ທາງ​
ດ້ານ​ກົດໝາຍ ທີ່​ຈະ​ອ້າງ​ເອົາ​ກຳມະສິດ 90 ​ເປີ​ເຊັນ ​ຂອງ​ທະ​ເລ​ຈີນ​ໃຕ້ ທີ່​ອຸດົມສົມບູນ​ໄປ
​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ ​ໃນພື້ນທີ່ 3 ລ້ານ 5 ​ແສນ​ກິ​ໂລ​ແມັດ​ມົນທົນ ທີ່​ຍັງ​ມີ​ການ​
ອ້າງ​ເອົາ​ກຳມະສິດ​ຈາກອີກ 5 ລັດ ຖະ​ບານນັ້ນ.

ການອ້າງເອົາດິນແດນ ຢູ່ທະເລຈີນໃຕ້
ການອ້າງເອົາດິນແດນ ຢູ່ທະເລຈີນໃຕ້

ທ່ານ Herman Kraft ອາຈານສອນລັດຖະສາດການເມືອງ ທີ່ມີຫາວິທະຍາໄລ Diliman
ຂອງຟີລິບປິນ ກ່າວວ່າ “ຢ່າງຫຼາຍທີ່ສຸດ ຈີນອາດຈະບໍ່ເຮັດຊ້ຳຄືນ ໃນອັນທີ່ພວກເຂົາເຈົ້າ
ໄດ້ກ່າວເຖິງ ມັນແມ່ນການຕັດສິນທີ່ພວກເຂົາເຈົ້າບໍ່ຮັບຮູ້. ຂ້າພະເຈົ້າບໍ່ຄິດວ່າ ຈີນຈະໃຫ້
ຄວາມສົນໃຈໃດໆຕໍ່ເລື່ອງນີ້ ຊຶ່ງຈະໃຫ້ຮ່ອງຮ້ອຍທີ່ສຳຄັນ ຕໍ່ການປ່ຽນແປງໃດໆ ໃນທ່າທີ
ຂອງພວກເຂົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG