ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼັງຈາກ ປ. ທຣຳ ຕັດລະບຽບ ສິ່ງແວດລ້ອມລົງ ຈີນຍັງຢືນຢັນ ຈະຕໍ່ສູ້ ກັບການປ່ຽນແປງ ຂອງ ອາກາດ


ຄວັນພຸ່ງອອກມາຈາກທໍ່ ຂອງໂຮງໄຟຟ້າ ທີ່​ແລ່ນ​ດ້ວຍຖ່ານຫີນ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 13 ພະຈິກ 2014.
ຄວັນພຸ່ງອອກມາຈາກທໍ່ ຂອງໂຮງໄຟຟ້າ ທີ່​ແລ່ນ​ດ້ວຍຖ່ານຫີນ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 13 ພະຈິກ 2014.

ຈີນ​ກ່າວ​ໃນ​ວັນ​ພຸດ​ມື້ນີ້ວ່າ ຕົນ​ມີ​ຄວາມ​ໝັ້ນໝາຍ​ທີ່​ຈະ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ທີ່​ຕົນ
​ໄດ້​ໃຫ້​ໄວ້​ ພາຍໃຕ້​ຂໍ້​ຕົກລົງວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ອາກາດ​ທີ່​ປາຣີ ນຶ່ງ​ມື້ຫລັງ​ຈາກ​
ປະທານາທິບໍດີດໍໂນລ ທຣຳ ໄດ້ລົງນາມໃນດຳລັດຝ່າຍບໍລິຫານ ໃນວັນອັງ ຄານວານ​ນີ້
ທີ່ຈະ​ເປັນຜົນພາ​ໃຫ້​ມີ​ການທັບມ້າງ ກົດລະບຽບຕ່າງໆ ດ້ານສະພາບແວດລ້ອມໃນສະໄໝ
ລັດຖະບານ ທ່ານໂອບາມາ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ ລູ ກັງ ກ່າວ​ວ່າ ການ​ຮັບ​ມື​ກັບ​ການ ປ່ຽນ​ແປງ​
ຂອງ​ອາກາດ ​ແມ່ນ​ບັນຫາ​ທ້າ​ທາຍ​ສຳລັບ​ໂລກ​ທັງ​ໂລກ ​ແລະ​ຈີນ​ຈະ​ສືບ​ຕໍ່​ວິທີ​ການ​ຮັບ​ມື​
ຂອງ​ຕົນ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ອື່ນໆ​ຈະ​ປ່ຽນ​ນະ​ໂຍບາຍ ກໍ​ຕາມ.

ດຳລັດ​ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ລົງນາມ​ໄປ​ນັ້ນ ຈະກໍ່​ໃຫ້​ເກີດ​ມີການໂຕ້ຖຽງ
ກັນຢ່າງຮ້ອນແຮງທີ່ສຸດ ກ່ຽວກັບວ່າ ກິດຈະກຳຂອງມະນຸດສົ່ງຜົນກະ ທົບຕໍ່ສະພາບ
ອາກາດຂອງໂລກ​ແບບ​ໃດ ແລະ ຈະເຮັດໃຫ້ເກີດຄວາມກັງວົນຫຼາຍຂຶ້ນວ່າ ວຽກ​ງານ
​ທີ່​ດຳ​ເນີນ​ມາ​ເປັນ​ເວລາຫຼາຍທົດສະວັດ ​ໃນສົນທິສັນຍາຕ່າງໆ ກ່ຽວກັບສະພາບອາກາດ
ອາດຖືກຍົກເລີກໄດ້.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ມີປະຕິກິລິຍາ ຫຼັງຈາກໄດ້ລົງນາມ ໃສ່ດຳລັດ ຝ່າຍບໍລິຫານ ດ້ວຍການຕັດອອກກົດລະບຽບຕ່າງໆ ວ່າດ້ວຍການປ່ຽນແປງ ດ້ານສະພາບອາກາດ ສະໄໝ ລັດຖະບານຂອງທ່ານໂອບາມາ ຢູ່ທີ່ອົງການປົກປ້ອງສະພາບແວດລ້ອມ ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ມີນາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ມີປະຕິກິລິຍາ ຫຼັງຈາກໄດ້ລົງນາມ ໃສ່ດຳລັດ ຝ່າຍບໍລິຫານ ດ້ວຍການຕັດອອກກົດລະບຽບຕ່າງໆ ວ່າດ້ວຍການປ່ຽນແປງ ດ້ານສະພາບອາກາດ ສະໄໝ ລັດຖະບານຂອງທ່ານໂອບາມາ ຢູ່ທີ່ອົງການປົກປ້ອງສະພາບແວດລ້ອມ ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ມີນາ 2017.

ທ່ານທຣຳ ໄດ້ກ່າວໃນລະຫວ່າງພິທີລົງນາມວ່າ “ພວກເຮົາຈະອຳນວຍ​ໃຫ້ພວກຂຸດ
ຄົ້ນແຮ່ທາດ ກັບຄືນໄປເຮັດວຽກ”
ແລະ ຈະຜະລິດ “ຖ່ານຫີນທີ່ສະອາດແທ້ໆ.”

ທ່ານ Paul Crutzen ຊາວ Denmark ຜູ້ທີ່ໄດ້ຮັບລາງວັນ Nobel ໄດ້ບອກຕໍ່ວີໂອເອ
ໃນການສຳພາດທາງໂທລະສັບ ວ່າ “ຫຼາຍໆຄົນ ເຫັນດີນຳກັນວ່າ ມັນຈະເປັນໄພ
ຫາຍະນະ.”
ທ່ານ Crutzen ຜູ້ທີ່ໄດ້ຮັບລາງວັນ Nobel ໃນປີ 1995 ​ໃນວຽກງານ
ການອະທິບາຍ ກ່ຽວກັບ ການສະຫຼາຍຕົວລົງ ຂອງຊັ້ນບັນຍາກາດ ozone ຂອງໂລກ
ກ່າວຕື່ມວ່າ “ອັນໃດກໍຕາມທີ່ໄດ້ບັນລຸມາແລ້ວນັ້ນອາດ ຈະຖືກທຳລາຍ ສະນັ້ນ
ຂ້າພະເຈົ້າ ບໍ່ຄິດວ່າ ພວກນັກວິທະຍາສາດ ຈະເພິ່ງພໍໃຈ ກັບສິ່ງນີ້.”

ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ກ່າວວ່າ ທ່ານ Trump ເຊື່ອວ່າ ທ່ານ
ສາມາດທີ່ຈະສ້າງ​ຄວາມ​ກ້ຳເກິ່ງ​ ຂອງທັງສອງຈຸດປະສົງ ໃນການປົກປ້ອງທັງສະພາບ
ແວດລ້ອມ ພ້ອມທັງສົ່ງເສີມ ການພັດທະນາພະລັງງານ ໃນສະຫະ ລັດ.

ທ່ານ Spicer ໄດ້ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວປະຈຳວັນ ວ່າ “ທ່ານ
ປະທານາທິບໍດີ ເຊື່ອຢ່າງແຮງກ້າ ວ່າ ການປົກປ້ອງສະພາບແວດລ້ອມ ແລະ
ການສົ່ງເສີມເສດຖະກິດ ຂອງພວກເຮົາ ບໍ່ແມ່ນເປົ້າໝາຍ ສະເພາະເຈາະຈົງ
ຂອງທັງສອງຝ່າຍເລີຍ.”
ທ່ານກ່າວຕໍ່ໄປວ່າ “ດຳລັດຝ່າຍບໍລິຫານສະບັບນີ້
ຈະຊ່ອຍຮັບປະກັນ ວ່າ ພວກເຮົາຈະມີອາກາດທີ່ສະອາດ ແລະ ນ້ຳທີ່ສະອາດ ​
ໂດຍປາດສະຈາກ ການເສຍສະລະ ໃນດ້ານການຂະຫຍາຍໂຕ ຂອງເສດຖະກິດ
ແລະ ການສ້າງວຽກເຮັດງານທຳ.”

ດຳລັດຂອງທ່ານທຣຳ ຈະຫາທາງເພື່ອທີ່ຈະໂຈະ ຍົກເລີກ ຫຼືລະບຸ ຫຼາຍກວ່າສິບກົດ
ລະບຽບ ເພື່ອໃຫ້ທົບທວນຄືນ ໃນຄວາມພະຍາຍາມ ທີ່ຈະເພີ່ມການຜະ ລິດພະລັງງານ
ພາຍໃນປະເທດ ໃນຮູບແບບ ຂອງເຊື້ອໄພຈາກຊາກພືດ ແລະ ສັດ ທີ່ກາຍເປັນຫີນ ຫຼື
fossil fuel. ມັນຈະຊີ້ນຳໃຫ້ແກ່ອົງການລັດຖະບານກາງທັງຫຼາຍ ລະບຸກົດລະບຽບຕ່າງໆ
ທີ່ຄະນະລັດຖະບານ ກ່າວວ່າ ເປັນການກີດກັນ ການຜະລິດພະລັງງານ ພາຍໃນປະເທດ
ອັນເປັນບາດກ້າວທຳອິດ ໃນໄລຍະ 6 ເດືອນຂອງຂະບວນການ ເພື່ອທີ່ຈະສ້າງແຜນ​ແມ່​
ບົດ ໃຫ້ແກ່ນະໂຍບາຍພະລັງງານ ໃນອະນາຄົດ ຂອງລັດຖະບານ. ລວມຢູ່ໃນການທົບ
ທວນ ຈະມີແຜນພະລັງງານທີ່ສະອາດ ຊຶ່ງຈຳກັດການປ່ອຍແກັສເຮືອນແກ້ວ ຢູ່ໂຮງໄຟ
ຟ້າທີ່​ແລ່ນ​ດ້ວຍຖ່ານຫີນທັງຫຼາຍ. ການຕັດລົງນີ້ ຍັງຈະລົບລ້າງຂໍ້ລິເລີ່ມດ້ານສະພາບ
ແວດລ້ອມ ຫຼາຍຢ່າງຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ແລະຈະຍົກ​ເລີກ​ກົດ​
ລະບຽບຕ່າງໆ ​ທີ່ບັນດາເຈົ້າໜ້າທີ່ລັດຖະບານກາງ ຊັ່ງຊາເບິ່ງຜົນກະທົບ​ ໃນການປ່ຽນ
ແປງ ຂອງສະພາບອາກາດ ເວລາທີ່ຈະມີການຕັດສິນຕ່າງໆນັ້ນ ອອກໄປ.

Trump Orders Review of Obama Climate Rule
please wait

No media source currently available

0:00 0:01:48 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG