ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການອ້າງເອົາກຳມະສິດ ໃນທະເລຈີນໃຕ້ ຂອງຈີນ ແມ່ນຜິດກົດໝາຍ


ຮູບພາຍຈາກກະຊວງປ້ອງກັນປະເທດ ສະແດງໃຫ້ເຫັນກຳປັ່ນ ນຳເອົາວັດຖຸກໍ່າສ້າງ ມາຈອດຢູ່ຫາດຊາຍ ຢູ່ເກາະ Pag-asa ທີ່ຟິລິບປີນ ອ້າງເອົາກຳມະສິດ ໃນທະເລຈີນໃຕ້ ເມື່ອວັນທີ 9 ມິຖຸນາ 2020.
ຮູບພາຍຈາກກະຊວງປ້ອງກັນປະເທດ ສະແດງໃຫ້ເຫັນກຳປັ່ນ ນຳເອົາວັດຖຸກໍ່າສ້າງ ມາຈອດຢູ່ຫາດຊາຍ ຢູ່ເກາະ Pag-asa ທີ່ຟິລິບປີນ ອ້າງເອົາກຳມະສິດ ໃນທະເລຈີນໃຕ້ ເມື່ອວັນທີ 9 ມິຖຸນາ 2020.

ສະຫະລັດ ກ່າວໃນວັນຈັນວານນີ້ວ່າ ການອ້າງເອົາກຳມະສິດ ຂອງຈີນ ຢູ່ໃນເຂດ ທີ່ອຸດົມ
ໄປດ້ວຍຊັບພະຍາກອນນອກແຄມຝັ່ງທະເລຂອງເກາະດອນຕ່າງໆໃນບໍລິເວນສ່ວນໃຫຍ່
ຂອງທະເລຈີນໃຕ້ນັ້ນແມ່ນ “ຜິດກົດໝາຍຢ່າງສິ້ນເຊີງ” ໃນຂະນະທີ່ປັກກິ່ງພວມ ປຸກລະ
ດົມແບບຂົ່ມຂູ່ເພື່ອເຂົ້າຄວບຄຸມໝູ່ເກາະໝູ່ດອນເຫຼົ່ານີ້.

ພວກນັກຊ່ຽວຊານບາງຄົນກ່າວຕໍ່ວີໂອເອວ່າ ນີ້ແມ່ນເທື່ອທຳອິດທີ່ວໍຊິງຕັນໄດ້ໃຫ້ການ
ສະໜັບສະໜຸນ “ຢ່າງຈະແຈ້ງ” ຕໍ່ເນື້ອຫາສາລະ ໃນການຕັດສິນແບບ ມີຜົນບັງຄັບຂອງ
ສານໄກ່ເກ່ຍຖາວອນ ທີ່ນະຄອນເຮກ ເມື່ອ 4 ປີກ່ອນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຢູ່ໃນຖະແຫຼງການ
ສະບັບນຶ່ງໃນວັນຈັນວານນີ້ ທີ່ເວົ້າເຖິງສາທາລະນະລັດປະຊາຊົນຈີນ ຫຼື ສປ ຈີນ ໂດຍ
ກ່າວວ່າ “ສປ ຈີນ ບໍ່ມີພື້ນຖານທາງດ້ານກົດໝາຍໃດໆທີ່ຈະບັງຄັບໃຊ້ຄວາມຕັ້ງໃຈຂອງ
ຕົນຕາມລຳພັງ.”

ທ່ານພອມພຽວກ່າວວ່າ “ປັກກິ່ງບໍ່ໄດ້ນຳສະເໜີ ພື້ນຖານທາງກົດໝາຍທີ່ສອດ ຄ່ອງກັນ ສຳລັບ Nine-Dash Line” ຫຼື 9 ເສັ້ນຂີດໝາຍຢູ່ໃນທະເລຈີນໃຕ້​ນັບຕັ້ງແຕ່ໄດ້ມີການ
ປະກາດຢ່າງເປັນທາງການໃນປີ 2009.

ຈີນໄດ້ອ້າງເອົາກຳມະສິດຮ່ວມກັບບຣູນາຍ ມາເລເຊຍ ໄຕ້ຫວັນ ຫວຽດນາມ ອິນໂດ
ເນເຊຍ ແລະຟີລິບປິນ ໃນພື້ນທີ່ 3 ລ້ານ 5 ແສນກິໂລແມັດມົນທົນ ຢູ່ໃນທະເລຈີນໃຕ້.

ຈີນໄດ້ໃຊ້ໃນອັນທີ່ເອີ້ນວ່າ “Nine-Dash Line” ຫຼື 9 ເສັ້ນຂີດໝາຍທີ່ອ້າງອີງເຖິງຕັ້ງ
ແຕ່ສະໄໝຣາຊະວົງບູຮານ ເພື່ອອ້າງເອົາເຂດນ່ານນ້ຳ 90 ເປີເຊັນທີ່ປະເທດອື່ນໆຕ່າງ
ກໍຫຼິງເຫັນວ່າ ມີຄຸນຄ່າໃນການຫາປາ ແລະເປັນແຫຼ່ງສຳຮອງໃນ ດ້ານພະລັງງານທີ່ມາ
ຈາກຊາກພືດແລະສັດ. ນອກນັ້ນແລ້ວ 9 ເສັ້ນຂີດໝາຍຍັງໄດ້ຕັດຜ່ານເຂດເສດຖະກິດ
ພິເສດຂອງຫຼາຍໆປະເທດນຳດ້ວຍ.

ສານໄກ່ເກ່ຍຖາວອນທີ່ຕັ້ງຢູ່ນະຄອນເຮກ ໄດ້ອອກຄຳຕັດສິນແບບມີຜົນບັງຄັບເມື່ອວັນ
ທີ 12 ກໍລະກົດ 2016 ໂດຍປະຕິເສດຕໍ່ການອ້າງເອົາກຳມະສິດທາງ ທະເລຂອງຈີນນັ້ນ
ວ່າບໍ່ມີພື້ນຖານທາງກົດໝາຍສາກົນໃດໆ. ຈີນບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການຕັດສິນ
ດັ່ງກ່າວ.

ໃນຂະນະທີ່ສະຫະລັດ ຈະໃຫ້ການສະໜັບສະໜຸນສະເໝີຕໍ່ກົດໝາຍຂອງນາໆຊາດຢູ່
ໃນທະເລຈີນໃຕ້ແລະກໍໃຫ້ການສະໜັບສະໜຸນຕໍ່ການຕັດສິນໃນປີ 2016 ໂດຍສານທີ່
ນະຄອນເຮກນັ້ນວ່າ “ເປັນການຕັດສິນຂັ້ນສຸດທ້າຍແລະມີຜົນບັງຄັບທາງດ້ານກົດໝາຍ”
ພວກນັກຊ່ຽວຊານກ່າວວ່າ ຖະແຫຼງການຂອງກະຊວງຕ່າງ ປະເທດໃນວັນຈັນວານນີ້
ແມ່ນເປັນການດຳເນີນການຕື່ມອີກບາດກ້າວນຶ່ງທີ່ຢ້ຳ ເຖິງການເຄື່ອນໄຫວແບບຜິດ
ກົດໝາຍຂອງຈີນອີງຕາມການຕັດສິນໃນປີ 2016.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG