ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ກ​ຳ​ປູ​ເຈຍ ຈະ​ເລີ່ມ​ການ​ຊ້ອມ​ລົບປະ​ຈຳ​ປີ ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ແລະ ຕໍ່​ສູ້​ລັດ​ທິ​ກໍ່​ການ​ຮ້າຍ


ສະ​ມາ​ຊິກກອ​ງ​ທັບ​ເຮືອ ກຳ​ປູ​ເຈຍ ຢືນ​ຢູ່​ເທິງ​ເຮືອ​ລາດ​ຕະ​ເວນ​ໃນ​ຖານ​ທັບ​ເຮືອ ຣຽມ, ເມືອງ ສີ​ຫາ​ນຸກວິ​ລ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈ​ຍ, 3 ທັນ​ວາ 2024. (Ream Naval Base's Facebook page via AP)
ສະ​ມາ​ຊິກກອ​ງ​ທັບ​ເຮືອ ກຳ​ປູ​ເຈຍ ຢືນ​ຢູ່​ເທິງ​ເຮືອ​ລາດ​ຕະ​ເວນ​ໃນ​ຖານ​ທັບ​ເຮືອ ຣຽມ, ເມືອງ ສີ​ຫາ​ນຸກວິ​ລ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈ​ຍ, 3 ທັນ​ວາ 2024. (Ream Naval Base's Facebook page via AP)

ກຳ​ປູ​ເຈຍ ແລະ ຈີນ ຈະເລີ່ມ​ການ​ຊ້ອ​ມ​ລົບ​ມັງ​ກອນ​ຄຳ​ປະ​ຈຳ​ປີ​ຂອງພວກ​ເຂົາ​ເຈົ້າ​ໃນ​ອາ​ທິດນີ້ ເພື່ອ​ເສີ​ມ​ຂະ​ຫຍາຍ​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ປະ​ສົບ​ການ​ທາງ​ທະ​ຫານ​ນຳ​ກັນ, ເຈົ້າ​ໜ້າ​ທີ່ ກຳ​ປູ​ເຈຍ ຄົນ​ນຶ່ງ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້.

ເຈົ້າ​ໜ້າ​ທີ່​ກອງ​ທັບ​ລວ​ມ​ທັງ​ໝົດ 1,315 ຄົນ​ຈາກ ກຳ​ປູ​ເຈຍ ແລະ 760 ຄົນ​ຈາກ ຈີນ ຈະ​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ 15 ວັນ, ໜູນຫຼັງ​ໂດຍ​ກຳ​ປັ່ນ​ລົບ ຈີນ 3 ລຳ ແລະ ກຳ​ປັ່ນ ກຳ​ປູ​ເຈຍ 11 ລຳ, ໂຄ​ສົກ​ກອງ​ທັບ​ບົກ ກຳ​ປູ​ເຈຍ ພົນ​ຕີ ທອງ ໂຊ​ລິ​ໂມ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ. ທ່ານ​ໄດ້​ກ່າວ​ວ່າ​ການ​ຊ້ອມ​ລົບ​ດັ່ງ​ກ່າວທີ່​ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ພະ​ຫັດ​ນີ້ ແມ່ນ​ແນ​ເປົ້າໝາຍ​ທີ່​ຈະ​ຝຶກ​ຊ້ອມ​ເພື່ອ​ຕໍ່​ສູ້​ກັບ​ລັດ​ທິ​ກໍ່​ການ​ຮ້າຍ, ແລະ ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ສອງ​ປະ​ເທດ​ດັ່ງ​ກ່າວ ພ້ອມ​ກັບ​ໃນ​ພາກ​ພື້ນ.

ການ​ຊ້ອມ​ລົບ​ມັງ​ກອນ​ຄຳປະ​ຈຳ​ປີ​ ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ທັນ​ວາ 2016, ບໍ່​ດົນຫຼັງ​ຈາກ ກຳ​ປູ​ເຈຍ ໄດ້​ຍົກ​ເລີກ​ການ​ຝຶກ​ຊ້ອມ​ທີ່​ຄ້າຍ​ຄື​ກັນ​ກັບ ສະ​ຫະ​ລັດ ທີ່​ເອີ້ນ​ວ່າ ທະ​ຫານ​ຍາມ ອັງ​ກໍ.

ຈີນ ໄດ້​ອະ​ທິ​ບາຍ​ມິດ​ຕະ​ພາບ​ຂອງ​ເຂົາ​ເຈົ້າ​ກັບ ກຳ​ປູ​ເຈຍ ວ່າ “ແຂງ​ແກ່ນຫຼາຍ.” ກຳ​ປູ​ເຈຍ ແມ່ນ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ ຈີນ ໃນເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ໃນ​ຂະ​ນະ​ທີ່ ຈີນ ແມ່ນ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ ກຳ​ປູ​ເຈຍ ແລະ ຜູ້​ມີ​ຜົນ​ປະ​ໂຫຍດ, ດ້ວຍ​ອິດ​ທິ​ພົນ​ທີ່​ແຂງ​ແກ່ນ​ຕໍ່​ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ.

ກຳ​ປູ​ເຈຍ ມີຫຼາຍ​ໂຄງ​ການ​ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຈາກ​ ຈີນ, ໂດຍ​ສະ​ເພາະ​ພື້ນ​ຖານ​ໂຄງ​ລ່າງ ລວມ​ມີ ​ສະ​ໜາມ​ບິນ ແລະ ຖະ​ໜົນ​ຫົນ​ທາງ, ແຕ່ກໍຍັງ​ມີ​ໂຄງ​ການ​ເອ​ກະ​ຊົນອີກດ້ວຍ ​ເຊັ່ນ ໂຮງ​ແຮມ, ກາ​ຊິ​ໂນ ແລະ ການ​ພັດ​ທະ​ນາ​ອະ​ສັງ​ຫາ​ລິ​ມະ​ຊັບ. ຫຼາຍກວ່າ 40 ເປີ​ເຊັນ​ຂອງ​ໜີ້​ສິນ​ຕ່າງ​ປະ​ເທດມູນ​ຄ່າ 10 ຕື້​ໂດ​ລາຂອງ ກຳ​ປູ​ເຈຍ ​ແມ່ນ​ໜີ້ທີ່ມີຕໍ່​ ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG