ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເອີ້ນການຂູ່ ເກັບພາສີເພີ່ມເຕີມ ຂອງທ່ານ ທຣຳ ວ່າ "ບີບບັງຄັບ"


ຜູ້ຊາຍຄົນນຶ່ງຍູ້ລໍ້ຊອບປິ້ງ ຜ່ານໝາກຖົ່ວ ທີ່ນຳເຂົ້າຈາກ ສະຫະລັດ ແລະ ປະເທດອື່ນ ທີ່ຮ້ານຊຸບເປີ້ມາເກັດແຫ່ງນຶ່ງ ໃນນະຄອນຫຼວງ ປັກກິ່ງ. 2 ເມສາ, 2018.
ຜູ້ຊາຍຄົນນຶ່ງຍູ້ລໍ້ຊອບປິ້ງ ຜ່ານໝາກຖົ່ວ ທີ່ນຳເຂົ້າຈາກ ສະຫະລັດ ແລະ ປະເທດອື່ນ ທີ່ຮ້ານຊຸບເປີ້ມາເກັດແຫ່ງນຶ່ງ ໃນນະຄອນຫຼວງ ປັກກິ່ງ. 2 ເມສາ, 2018.

ຈີນ ໄດ້ເອີ້ນການຂົ່ມຂູ່ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຈະເກັບພາສີິຕໍ່ສິນຄ້າຂາ
ອອກຂອງຈີນ ໄປ ສະຫະລັດ ເພີ່ມເຕີມວ່າ “ເປັນການກົດດັນທີ່ຮຸນແຮງ ແລະ ເປັນ
ການຂົ່ມຂູ່. ແລະ ໄດ້ຂູ່ວ່າຈະຕອບໂຕ້ຄືນ.

ໃນວັນອັງຄານວານນີ້ ປັກກິ່ງ ໄດ້ມີປະຕິກິລິຍາຕໍ່ແຜນການຂອງທ່ານ ທຣຳ ທີ່ຈະ
ເກັບພາສີສິນຄ້າ ຈີນ ອີກ 200 ຕື້ໂດລາ “ຖ້າ ຈີນ ປະຕິ ເສດທີ່ຈະປ່ຽນແປງການກະ
ທຳຂອງເຂົາເຈົ້າ.”

ຖະແຫຼງການປະທານາທິບໍດີສະບັບນຶ່ງ ໄດ້ກ່າວໃນຕອນແລງວັນຈັນທີ່ຜ່ານມາວ່າ
“ຈີນ ເບິ່ງຄືວ່າ ບໍ່ໄດ້ມີເຈຕະນາ ທີ່ຈະປ່ຽນແປງ ກ່ຽວກັບການກະທຳ ທີ່ບໍ່ຍຸຕິທຳຂອງ
ເຂົາເຈົ້າຕໍ່ການເຂົ້າຍຶດເອົາຊັບສິນທາງສະຕິປັນຍາ ແລະ ເທັກໂນໂລຈີຂອງຄົນ
ອາເມຣິກັນ. ແທນທີ່ຈະແກ້ໄຂການກະທຳພວກນັ້ນ, ຕອນນີ້ ເຂົາເຈົ້າໄດ້ຂົ່ມຂູ່ບັນດາ
ບໍລິສັດ, ກຳ ມະກອນ ແລະ ຊາວນາຂອງ ສະຫະລັດ ຜູ້ທີ່ບໍ່ໄດ້ເຮັດຫຍັງຜິດ.”

ທ່ານປະທານາທິບໍດີ ໄດ້ສັ່ງໃຫ້ຜູ້ຕາງໜ້າທາງການຄ້າ ທ່ານ ໂຣເບີດ ໄລໄຕເຊີ ໃຫ້
ລະບຸລາຍຊື່ສິນຄ້າ ຈີນ ເພີ່ມເຕີມໃນມູນຄ່າ 200 ຕື້ໂດລາ ທີ່ຈະຖືກເກັບພາສີ 10 ເປີ
ເຊັນ ເຊິ່ງເປັນການເຄື່ອນໄຫວທີ່ຈະທຳການລົງໂທດ ຈີນ ອີກຮອບນຶ່ງ ກ່ຽວກັບ ສິນ
ຄ້າ ອາເມຣິກັນ.

ທ່ານ ທຣຳ ໄດ້ສັ່ງໃຫ້ເກັບພາສີ 25 ເປີເຊັນ ຕໍ່ສິຄ້າຈີນທີ່ມີມູນຄ່າ 50 ພັນລ້ານໂດລາ
ແລ້ວ. ການລົງໂທດຕ່າງໆແມ່ນມີແຜນທີ່ຈະຖືກບັງຄັບໃຊ້ເດືອນໜ້າ ແລະ ເບິ່ງຄືວ່າ
ຈະມີມາດຕະການຕອບໂຕ້ ຈາກ ຈີນ ຕາມມາ.

U.S. President Donald Trump and China's President Xi Jinping arrive for a state dinner at the Great Hall of the People in Beijing, Nov. 9, 2017.
U.S. President Donald Trump and China's President Xi Jinping arrive for a state dinner at the Great Hall of the People in Beijing, Nov. 9, 2017.

ສະຫະລັດ ໄດ້ກ່າວຫາ ຈີນ ເປັນເວລາດົນນານແລ້ວ ກ່ຽວກັບ ການລັກຂະໂມຍ
ຄວາມລັບດ້ານເທັກໂນໂລຈີຂອງ ສະຫະລັດ, ເຊິ່ງຮຽກ ຮ້ອງໃຫ້ບັນດາບໍລິສັດ ສະຫະ
ລັດ ແບ່ງປັນຊັບສິນ ທາງສະຕິປັນຍາ ເພື່ອເປັນເງື່ອນໄຂສຳລັບການຮ່ວມທຶນເຮັດທຸ
ລະກິດໃນ ຈີນ. ຈີນ ໄດ້ປະຕິເສດ ກ່ຽວກັບ ການລັກຂະໂມຍດັ່ງກ່າວ ແລະ ໄດ້ກ່າວຫາ
ວໍຊິງຕັນ ກ່ຽວກັບ “ການຫັນປ່ຽນ ຈາກຂໍ້ຕົກລົງທີ່ໄດ້ບັນລຸໂດຍສອງຝ່າຍ.”

ຜູ້ອຳນວຍການສະພາການຄ້າແຫ່ງຊາດ ທຳນຽບຂາວ, ທ່ານ ປີເຕີ ນາວາໂຣ, ໄດ້
ກ່າວຕໍ່ບັນດານັກຂ່າວ ເມື່ອວັນອັງຄານວານນີ້ວ່າ ທຳນຽບຂາວ ໄດ້ເປີດທຸກໆໂອກາດ
ໃຫ້ ຈີນ ເພື່ອປ່ຽນແປງ “ການປະພຶດທີ່ຮຸນແຮງຂອງເຂົາເຈົ້າ.”

ທ່ານ ທຣຳ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ຈັດກອງປະຊຸມສຸດຍອດ
ເມື່ອປີກາຍນີ້ ທີ່ບ້ານພັກຕາກອາກາດ ມາ ອາລາໂກ ຂອງທ່ານ ທຣຳ. ແຕ່ກອງປະ
ຊຸມດັ່ງກ່າວ ແລະ ການເຈລະຈາການຄ້າຫຼາຍຮອບລະຫວ່າງ ບັນດາເຈົ້າໜ້າທີ່ລະ
ດັບສູງ ໃນປີທີ່ຜ່ານມາ ແມ່ນບໍ່ໄດ້ສ້າງຄວາມກ້າວໜ້າໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG