ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຮຽກຮ້ອງ ໃຫ້ເລີ່ມຄືນໃໝ່ ການເຈລະຈາ ນິວເຄລຍກັບເກົາຫຼີເໜືອ


ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ້ ກ່າວຄຳປາໄສໃນງານສະເຫຼີມສະຫຼອງຄົບຮອບ 10 ປີຖະແຫຼງການຮ່ວມ ຕົກລົງໃນການເຈລະຈາ 6 ຝ່າຍ ກ່ຽວກັບໂຄງການນິວເຄລຍ ເກົາຫຼີເໜືອ ທີ່ຫໍຮັບແຂກລັດຖະບານ ດຽວຢູ່ໄຕ ໃນນະຄອນຫຼວງ ປັກກິ່ງ. 19 ກັນຍາ, 2015.
ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ້ ກ່າວຄຳປາໄສໃນງານສະເຫຼີມສະຫຼອງຄົບຮອບ 10 ປີຖະແຫຼງການຮ່ວມ ຕົກລົງໃນການເຈລະຈາ 6 ຝ່າຍ ກ່ຽວກັບໂຄງການນິວເຄລຍ ເກົາຫຼີເໜືອ ທີ່ຫໍຮັບແຂກລັດຖະບານ ດຽວຢູ່ໄຕ ໃນນະຄອນຫຼວງ ປັກກິ່ງ. 19 ກັນຍາ, 2015.

ຈີນ ​ໄດ້​ຮຽກຮ້ອງເຖິງທຸກໆ​ຝ່າຍ​ໃນ​ການ​ເຈລະຈາ​ປົດ​ອາວຸດ​ນິວ​ເຄລຍ ​ເກົາຫຼີເໜືອ ​ໃຫ້ສືບ​ຕໍ່​ການ​ເຈລະຈາ​ທີ່​ແກ່​ເວລາ​ດົນ​ນານ​ນີ້.

ໃນຖະ​ແຫຼ​ງການ​ໃນ​ກອງ​ປະ​ຊຸມ​ການ​ສຶກສາ​ທີ່ນະຄອນຫຼວງ ປັກກິ່ງ, ລັດຖະມົນຕີ ການ​ຕ່າງປະ​ເທດ ທ່ານ Wang Yi ​ໄດ້​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ໃຫ້​ມີ “ທ່າ​ທີຄວາມຮັບຜິດ ຊອບ” ​ແລະ ລະ​ເວັ້ນຈາກ​ການ​ກະທຳ​ໃດໆ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ​ແຫຼ​ມ​ເກົາຫຼີ ​ແລະ ທັງ​ໝົດເອ​ເຊ​ຍ ຕາ​ເວັນ​ອອກສຽງ​ເໜືອ​ຮ້າຍແຮງ​ຂຶ້ນ​ກວ່າ​ເກົ່າ.

ກອງ​ປະຊຸມ​ໄດ້​ຖືກ​ຈັດຂຶ້​ນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ 1​0 ປີ​ຂອງ​ການ​ຕົກລົງ​ຮ່ວມ​ທີ່​ໄດ້​ຖືກຕົ​ກລົງກັນ​ລະຫວ່າງ​ນະຄອນຫຼວງ ພຽງ​ຢາງ ​ແລະ 5 ປະ​ເທດ​ມະຫາ​ອຳນາດ​ໂລກ ​ເຊິ່ງລວມມີ ຈີນ, ​ເກົາຫຼີ​ໃຕ້, ຍີ່​ປຸ່ນ, ຣັດ​ເຊຍ ​ແລະ ສະຫະລັດ ​ເພື່​ອຍົກ​ຍ້າຍ​ອາ​ວຸດ​ນິວ​ເຄລຍທຸກໆ​ຊະນິດ​ອອກ​ຈາກ​ແຫຼມ​ດັ່ງກ່າວ. ທັງ 5 ປະ​ເທດ​ໄດ້​ເຈລະຈາຂໍ້​ຕົກລົງ​ເພື່ອ​ສະໜອງການ​ຊ່ວຍ​ເຫຼືອ​ດ້ານພະ​ລັງ​ງານ​ໃຫ້ແກ່ ​ເກົາຫຼີ​ເໜືອ, ​ໃນ​ການ​ແລກປ່ຽນ​ສຳລັບ​ປົດ​ໂຄງການ​ນິວ​ເຄລຍຂອງ ​ເກົາຫຼີ​ເໜືອ.

​ແຕ່​ວ່າການ​ເຈລະຈາ​ໃນ​ປີ 2008 ​ໄດ້ລົ້ມ​ແຫຼວ​ລົງ​ເມື່ອ ​ເກົາຫຼີ​ເໜືອ ​ໄດ້​ປະຕິ​ເສດທີ່ຈະ ອະນຸຍາດ​ໃຫ້​ໜ່ວຍ​ກວດ​ສອບ​ເຂົ້າ​ໄປ​ກວດກາ​ຕາມ​ການ​ຍິນ​ຍອມ ​ແລະ ​ໄດ້​ປະກາດ​ໂມ​ຄະ​ຂໍ້​ຕົກລົງ​ດັ່ງກ່າວ. ຕັ້ງ​ແຕ່​ນັ້ນ​ມາ​ພວກ​ເຂົາ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ລະ​ເບີດ​ນິວ​ເຄລຍ 3 ລູກ, ຄັ້ງ​ສຸດ​ທ້າ​ຍ​ແມ່ນ​ໃນ​ປີ 2​013 ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ກ່າວ​ວ່າ ພວກ​ເຂົາ​ໄດ້​ເລີ່​ມການ​ປະຕິບັດ​ການ​ຢູ່​ສະຖານ​ທີ່​ນິວ​ເຄລຍ​ໃຫຍ່​ຂອງ​ພວກ​ເຂົາ​ໃນ​ເມືອງ Yongbyon. ​ເກົາຫຼີ​ເໜືອ​ ກໍ​ຍັງ​ກ່າວ​ເປັນ​ລັກສະນະ​ສຳລັບ​ແຜນການ​ດຳ​ເນີນ​ການ​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ໄລຍະ​ໄກ ​ເດືອນ​ໜ້າ​ນີ້​ເພື່ອ​ສະ​ເຫຼີ​ມສະຫຼອງ​ຄົບຮອບ 70 ປີ​ຂອງວັນ​ສ້າງ​ຕັ້ງ​ພັກ​ກຳມະກອນ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ໃນ​ປະຈຸ​ບັນ.

ສະຫະລັດ, ​ເກົາຫຼີ​ໃຕ້ ​ແລະ ຍີ່ປຸ່ນ ​ໄດ້​ເຕືອນ​ ​ເກົາຫຼີ​ເໜືອ​ ຕໍ່​ການ​ດຳ​ເນີນ​ການ​ຍິງ​ລູກ​ສອນ​ໄຟ, ​ໂດຍ​ກ່າວ​ວ່າການ​ເຄື່ອນໄຫວ​ດັ່ງກ່າວ​ຈະ​ເປັນ​ການລະ​ເມີດ ກົດ​ບັດ​ ສະຫະ​ປະຊາ​ຊາດ ​ໃນ​ການ​ຫ້າມ ພຽງ​ຢາງ​ຈາກ​ການ​ດຳ​ເນີນ​ການ​ທົດ​ລອງ​ລູກ​ສອຍ​ໄຟ​ຂີ​ປະ​ນາ​ວຸດ.

XS
SM
MD
LG