ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​​ພົວພັນ ທີ່​ໃກ້ຊິດ​ຂຶ້ນ ​ກັບ​ຈີນ ເຮັດໃຫ້ ບຣູນາຍ ຜ່ອນຜັນ ເລື່ອງອ້າງກຳມະສິດ ໃນ ທະເລຈີນໃຕ້


​ແຜນທີ່ຂອງເກາະບໍນຽວ (Borneo) ທີ່ຢູ່ໃກ້ກັບ​​ເນື້ອທີ່ ທີ່​ມີ​ຮູບ​ສີ່ຫລ່ຽມຕັ້ງ ຢູ່​ທາງ​ພາກ​ຕາ​ເວັນ​ຕົກສຽງເໜືອ ຂອງເກາະດັ່ງກ່າວ ໃນ​ທະ​ເລ​ຈີນ​ໃຕ້ທີ່ຈີນ ແລະບຣູນາຍ ຕ່າງກໍໄດ້ອ້າງເອົາກໍາມະສິດ
​ແຜນທີ່ຂອງເກາະບໍນຽວ (Borneo) ທີ່ຢູ່ໃກ້ກັບ​​ເນື້ອທີ່ ທີ່​ມີ​ຮູບ​ສີ່ຫລ່ຽມຕັ້ງ ຢູ່​ທາງ​ພາກ​ຕາ​ເວັນ​ຕົກສຽງເໜືອ ຂອງເກາະດັ່ງກ່າວ ໃນ​ທະ​ເລ​ຈີນ​ໃຕ້ທີ່ຈີນ ແລະບຣູນາຍ ຕ່າງກໍໄດ້ອ້າງເອົາກໍາມະສິດ

ການ​ມີການພົວພັນທາງ​ທຸລະ​ກິດທີ່​ໃກ້ຊິດ​ຂຶ້ນ​ກັບ​ປັກ​ກິ່ງ​ສາມາດ​ເຮັດ​ໃຫ້​ບຣູ​ນາຍ
ຊຶ່ງ​ເປັນປະ​ເທດນ້ອຍໆ ຂາດ​ເຂີນ​ທາງດ້ານເສດຖະກິດ ​ໃຫ້​ເປີດເນື້ອທີ່ໃນ​ທະ​ເລ​ທີ່​
ອາດອຸດົມສົມບູນ​ໄປ​ດ້ວຍ​ນໍ້າມັນ​ໃຫ້​ຈີນມາ​ຂຸດ​ຄົ້ນ ​ເຖິງ​ແມ່ນ​ວ່າ​ ຈະ​ມາ​ການ​ແຂ່ງ
ຂັນ​ກັນ​ ໃນ​ການອ້າງ​ເອົາອະທິປະໄຕ ຢູ່​ທະ​ເລ​ແຫ່ງ​ນັ້ນ ກໍ​ຕາມ, ອີງ​ຕາມ​ການ​ສັງ​
ເກດ​ການ​ຂອງ​ພວກ​ນັກ​ຊ່ຽວຊານ.

ທັງ​ສອງ​ປະ​ເທດ​ໄດ້​ໂຕ້​ຖຽງກັນ ​ກ່ຽວກັບ​ການ​ອ້າງເອົາກຳມະ​ສິດ​ຕໍ່ເນື້ອທີ່ ທີ່​ມີ​ຮູບ​ສີ່
ຫລ່ຽມຕັ້ງ ​ຢູ່ໃນ​ທະ​ເລຈີນ​ໃຕ້ ທີ່​ຕໍ່ຈາກ​ເກາະບໍນຽວ (Borneo) ອອກ​ໄປ​ທາງ​ພາກ​
ຕາ​ເວັນ​ຕົກສຽງ​ເໜືອ. ​ແຕ່​ວ່າສາຍ​ພົວ​ພັນ​ຂອງ​ສອງປະ​ເທດນັ້ນ ​ໄດ້​ມີ​ການ​ປັບປຸງ​ໃຫ້
​ດີ​ຂຶ້ນ ​ໃນ​ຂະນະ​ທີ່​ເສດ​ຖະກິດ​ຂອງ​ບຣູ​ນາຍ ຫຼຸດ​ນ້ອຍຖອຍລົງ​ເລື້ອຍໆ ຍ້ອນ​ລາຄາ​
ນໍ້າມັນ​ໃນ​ຕະຫລາດ​ໂລກ​ຕົກ ​ແລະ​ການ​ຫລຸດ​ລົງ​ຂອງ​ການສະໜອງ ນໍ້າມັນ​ຕ່າງໆ.
ນໍ້າມັນ ​ແລະ​ອາຍ​ແກັສ ກວມ​ເອົາ 60 ​ເປີ​ເຊັນ​ຂອງ​ເສດຖະກິດ​ບຣູນາຍ.

ທ່ານ ໂຈ​ນາ​ຕັນ ສ​ແປ​ງ​ເກລີ (Jonathan Spangler) ຜູ້​ອໍານວຍ​ການ​ອົງການ​ຄົ້ນຄວ້າ
ດ້ານ​ທະ​ເລ​ຈີນ​ໃຕ້​ ທີ່​ຕັ້ງຢູ່​ໄທເປ​ເວົ້າວ່າ ຈີນ​ໄດ້​ເຮັດ​ໃຫ້​ເສດຖະກິດ​ນັ້ນຂະຫຍາຍ​ໂຕ​ຂຶ້ນ
ດຽວນີ້ ດ້ວຍ​ກາ​ນລົງທຶນ ​ທີ່​ເຮັດ​ໃຫ້​ຕົນ​ສາມາດ ​ທີ່​ຈະຂຸດ​ຄົ້ນ, ຜະລິດ ​ແລະ​ຂົນ​ສົ່ງ​ນໍ້າມັນ
​ດິບ​ໄດ້​ງ່າຍ​ຂຶ້ນ, ອີງ​ຕາມການ​ສັງ​ເກດ​ການ​ຂອງ​ພວກ​ນັກ​ຊ່ຽວຊານ. ຄວາມ​ເປັນ​ຫ່ວງ​ທາງ​
ເສດຖະກິດ​ຈະ​ເປັນ "ບູລິ​ມະ​ສິດ"ອັນ​ດັບ​ນຶ່ງ​ ລື່ນ​ບັນ​ຫາ​ທາງການ​ເມືອງ ລວມທັງ​ເລື່ອງ
ອະທິປະ​ໄຕອີກ​ດ້ວຍ.

ທ່ານ​ກ່າ​ວວ່າ "ຂ້າພະ​ເຈົ້າຄິດ​ວ່າ ຈີນ​ບໍ່​ໄດ້​ໃຊ້​ວິທີ​ການ ເຊັ່ນ​ວ່າ​ມີ​ຄວາມ​ຮຸນ​ແຮງ​ຫລາຍ​
ກັບ​ບຣູນາຍ ​ແຕ່​ໃຊ້ພຽງ​ແຕ່​ສິ່ງ​ຈູງ​ໃຈ​ທາງ​ເສດຖກິດ​ເທົ່ານັ້ນກໍ​ພໍ​ແລ້ວ. ຂ້າພະ​ເຈົ້າບໍ່ຮູ້
ວ່າ ຈີນ​ຈະ​ຈໍາ​ເປັນ​ຕ້ອງ​ໄດ້​ບອກ​ໃຫ້​ບຣູນາຍ​ເຮັດ​ແນວ​ໃດ​ຊໍ້າ​ ກ່ຽວກັບ​ການ​ກ່າວ​ອ້າງ​
ເອົາ​ເຂດ​ນໍ້າ​ແດນ​ດິນ​ທາງ​ທະ​ເລ​ຂອງຕົນ."

​ເນື່ອງ​ຈາກ​ມີຮ່ອງຮອຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ມີການພົວພັນ​ທີ່​ໃກ້ຊິດ​ກັນຂຶ້ນຂອງ​ສອງ​ປະ​
ເທດ ​ເມື່ອ​ມໍ່ໆມານີ້ ພວກ​ບໍລິສັດ​ກໍ່ສ້າງ​ຂອງ​ຈີນ​ໄດ້​ສ້າງ​ຂົວ​ກ່າຍ​ອອກ​ໄປ​ຫາ​ທະ​ເລ​ຍາວ
2,680 ​ແມັດ ທີ່​ມີ​ກໍານົດ​ວ່າ​ຈະ​ເປີດໃຊ້​ໃນ​ເດືອນ​ນີ້. ບໍ​ລິ​ສັດ Hengyi Petrochemicals
ຂອງ​ຈີນ​ໄດ້​ອອກ​ພັນທະບັດ​ທີ່​ມາ​ມູນ​ຄ່າ 79 ລ້ານ​ໂດ​ລາ ​ໃນ​ເດືອນ​ແລ້ວນີ້ ສະ​ເໜີ​ໃຫ້​ຕະ
ຫລາດ​ຮຸ້ນ​ຂອງ​ຈີນ ​ເພື່ອ​ໃຫ້​ທຶນ​ແກ່​ໂຮງ​ກັ່ນເຄມີນໍ້າມັນ​ ໃນ​ບຣູນາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG