ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຈີນ ຈະອອກຄໍາຕັດສິນ ທ່ານນາງ Gu ໃນວັນຈັນນີ້ (ສະໄລດ໌)


ຮູບພາບຂອງທ່ານນາງ Gu Kailai ພັນລະຍາຂອງອະດີດ ຫົວໜ້າພັກຄອມມີວນິສ ທ່ານ Bo Xilai,
ຮູບພາບຂອງທ່ານນາງ Gu Kailai ພັນລະຍາຂອງອະດີດ ຫົວໜ້າພັກຄອມມີວນິສ ທ່ານ Bo Xilai,
ສານຂອງ​ຈີນ​ແຫ່ງ​ນຶ່ງ​ ຈະ​ອອກ​ຄຳ​ຕັດສິນ ໃນ​ອາທິດ​ໜ້າ​ ກ່ຽວ​ກັບ
​ຄະ​ດີການ​ຄາດ​ຕະກໍາຂອງທ່າ​ນນາງ Gu Kailai ພັນລະຍາ​ຂອງ
ອະດີດ​ຜູ້​ນໍາ​ພັກຄອມມິ​ວນິສ ທີ່ຕົກ​ຕໍາ​ແໜ່​ງ​ໄປ​ຢ່າງ​ອັບອາຍ ທ່ານ Bo Xilai.

ລເຈົ້າ​ໜ້າ​ທີ່​ລັດຖະບານ​ທ້ອງ​ຖິ່ນ ​ກ່າວ​ໃນ​ວັນ​ສຸກນີ້​ວ່າ ສານ​ປະຊາ
​ຊົນຊັ້ນກາງທີ່​ເມື​ອງ Hefei ບ່ອນ​ທີ່ທ່ານ​ນາງ Gu ​ໄດ້​ຖືກ​ດໍາ​ເນີນ​ຄະ​ດີເປັນເວລາ 7 ຊົ່ວໂມງ ໃນ​ວັນ​ທີ 9 ​ເດືອນ​ສິງຫານັ້ນ ຈະ​ອອກຄຳ​ຕັດສິນ​ໃນ​ວັນ​ຈັນ​ຈະ​ມານີ້.

ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ການ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ນັ້ນ ​ແມ່ນ​ເກືອບ​ວ່າ ​ບໍ່ມີ​ການສົງໄສ ເລີຍ ຫລັງ​ຈາກ​ສື່​ມວນ​ຊົນ​ຂອງ​ລັດຖະບານ​ຈີນ​ໄດ້​ກ່າວ​ວ່າ ທ່ານ​ນາງ Gu ​ໄດ້​ສາລະ​ພາບ​ ກ່ຽວ​ກັບກາ​ນຄາ​ດຕະກໍາ​ນັກທຸລະກິດ​ອັງກິດ ທ່ານ Neil Heywood ​ໃນລະຫວ່າງ​ການ​ດຳ​ເນີນ​ຄະດີ​ແລະ​ປະກາດ​ວ່າ​ຈະ​ຮັບ​ເອົາ​ການ​ລົງ​ໂທດ. ອົງການ​ຂ່າວ​ຊິນ​ຫົວລາຍ​ງານ​ວ່າ ທ່ານ​ນາງ Gu ​ກ່າວ​ວ່າໄດ້​ວາງຢາ​ຜິດ​ທ່ານ Hoywood ​ອັນ​ເປັນ​ຜົນເນື່ອງ​ມາ​ຈາກ “​ເກີດ​ໂຣກ​ປະສາດ.”

​ເປັນ​ທີ່​ຄິດ​ກັນ​ວ່າ ທ່່ານ​ນາງ Gu ໄດ້ຫລອກ​ລໍ້​ໃຫ້ທ່ານ Heywood ຊຶ່ງເປັນ​ຄູ່​ຮ່ວມ​ງານ​ທຸລະ​ກິດ​ຂອງ​ທ່ານ​ນາງໃນ​ເວລາ​ນັ້ນໄປ​ທີ່​ໂຮງ​ແຮມແຫ່ງ​ນຶ່ງ​ໃນເມືອງ Chongqing ທາງພາກຕາ​ເວນ​ຕົກ​ສຽງໃຕ້​ຂອງ​ຈີນໃນ​ເດືອນ​ພະຈິກແລ້ວ​ນີ້ຫລັງ​ ຈາກ​ນັ້ນ​ກໍ​ໄດ້​ມອມເຫລົ້າ​ໃຫ້ຜູ້ກ່ຽວ​ເມົາ ​ແລະ​ວາງຢາ​ຜິດ​ລາວ.

ສາ​ມີ​ຂອງ​ທ່ານນາງ Gu ຄືທ່ານ Bo Xilai ​ເວລາ​ນັ້ນ​ກໍາລັງ​ເປັນ​ດາວ​ດວງ​ເດັ່ນ ຢູ່​ໃນ​ພັກ​ຄອມ ​ມິ​ວນິສ ​ແຕ່​ວ່າ​ໄດ້​ຖືກ​ປົດອອກ​ຈາກ​ຕໍາ​ແໜ່​ງ​ຫົວໜ້າ​ພັກ​ຄອມ​ມິ​ວນິສ​ເມືອງ Chongqing ຫລັງ​ຈາກໄດ້​ມີການ​ກ່າວ​ຫາ​ຕໍ່​ພັນ​ລະ​ຍາ​ຂອງ​ທ່ານ ປະກົດ​ຂື້ນ​ມາ.
XS
SM
MD
LG