ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີກ 2 ຄົນ ຕິດເຊື້ອ ພະຍາດໄຂ້ຫວັດ ສັດປີກ ຢູ່ຈີນ (ວີດິໂອ)


ພະນັກງານປະຈໍາສວນສາທາລະນະ ຈັບນົກໂຕນຶ່ງ ຢູ່ຈະຕຸລັດປະຊາຊົນ ຢູ່ເມືອງຊຽງໄຮ້ ໄປຂ້າຖິ້ມ ໃນວັນທີ 6 ມີນາ 2013 ຍ້ອນຢ້ານວ່າ ມັນຈະນໍາເອົາເຊື້ອໄວຣັສ H7N9 ໄປ ແຜ່ຜາຍ.
ພະນັກງານປະຈໍາສວນສາທາລະນະ ຈັບນົກໂຕນຶ່ງ ຢູ່ຈະຕຸລັດປະຊາຊົນ ຢູ່ເມືອງຊຽງໄຮ້ ໄປຂ້າຖິ້ມ ໃນວັນທີ 6 ມີນາ 2013 ຍ້ອນຢ້ານວ່າ ມັນຈະນໍາເອົາເຊື້ອໄວຣັສ H7N9 ໄປ ແຜ່ຜາຍ.
ຈີນເວົ້າວ່າ ມີອີກ 2 ຄົນ ທີ່ຕິດເຊື້ອພະຍາດໄຂ້ຫວັດສັດປີກຢູ່
ນະຄອນຊຽງໄຮ້ ແລະວ່າ ພວກເຈົ້າໜ້າທີ່ໃນເມືອງ Ninjing
ທີ່ຢູ່ໃກ້ຄຽງນັ້ນ ກໍໄດ້ປິດຕະຫລາດຂາຍສັດປີກ ແລະງົດທຸກ
ການຄ້າສັດປີກທັງໝົດໄວ້ ເພື່ອຕໍ່ສູ້ກັບໄຂ້ຫວັດສັດປີກ ສາຍ
ພັນໃໝ່ ທີ່ໄດ້ເຮັດ 6 ຄົນ ເສຍຊີວິດໄປແລ້ວນັ້ນ.

ລັດຖະບານນະຄອນຊຽງໄຮ້ກ່າວໃນວັນເສົາວານນີ້ວ່າ ກໍລະນີ
ຫລ້າສຸດຂອງການຕິດເຊື້ອໄວຣັສ H7N9 ໄດ້ພົບເຫັນຢູ່ໃນຄົນ
ເຈັບຊາຍສອງຄົນ ທີ່ມີອາຍຸ 66 ປີ ແລະ 74 ປີ ທີ່ໄດ້ເລີ້ມມີອາ
ການຕິດເຊື້ອພະຍາດນີ້ ໃນທ້າຍເດືອນນີ້ ເປັນຕົ້ນມາ ແລະໄດ້
ຖືກວິໄຈພົບວ່າ ເປັນໂຣກປອດບວມ ໃນສອງມື້ຫລັງນີ້.

ຈີນໄດ້ຢືນຢັນວ່າ ມີ 18 ຄົນແລ້ວ ທີ່ຕິດເຊື້ອໄວຣັສດັ່ງກ່າວຢູ່ໃນເຂດຕາເວັນອອກຂອງຈີນ
ທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນນັ້ນ. ທັງໝົດ 6 ຄົນ ທີ່ ເສຍຊີວິດໄປ ແມ່ນຢູ່ໃນນະ
ຄອນຊຽງໄຮ້ ແລະແຂວງ Zhejiang ທີ່ຢູ່ໃກ້ກັນ ນັ້ນ.

ເຈົ້າໜ້າທີ່ສາທາລະນະສຸກຄາດເດົາວ່າ ຄົນຕິດເຊື້ອໄວຣັສດັ່ງກ່າວໄດ້ ໂດຍຜ່ານການສໍາ
ພັດໂດຍກົງກັບສັດປີກທີ່ຕິດເຊື້ອ ແລະເວົ້າວ່າ ບໍ່ພົບຫລັກຖານໃດໆ ທີ່ສະແດງໃຫ້ເຫັນວ່າ
ເຊື້ອໄວຣັສສາຍພັນນີ້ ສາມາດຕິດແປດໃນໝູ່ມວນມະນຸດໄດ້.

ອົງການຄຸ້ມຄອງອາຫານແລະຢາຂອງຈີນເວົ້າ ໃນວັນເສົາວານນີ້ວ່າ ຕົນໄດ້ອະນຸມັດໃຫ້
ໃຊ້ຢາສັກຕ້ານໄຂ້ຫວັດໃຫຍ່ທີ່ຊື່ວ່າ Peramivir ທີ່ພັດທະນາຂຶ້ນມາ ໂດຍບໍລິສັດ Biocryst ທີ່ເປັນບໍລິສັດເທັກໂນໂລຈີດ້ານຊີວະພາບຂອງສະຫະລັດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ການລະບາດ ໄຂ້ຫວັດສັດປີກ ຢູ່ຈີນ
please wait

No media source currently available

0:00 0:00:30 0:00
XS
SM
MD
LG