ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ອອສເຕຣເລຍ ລົງນາມ ໃນຂໍ້ຕົກລົງ ການຄ້າເສລີ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott (ຫລັງກາງ) ຢືນເບິ່ງ ລັດຖະມົນຕີການຄ້າຈີນ ທ່ານ Gao Hucheng (ທີີສອງຈາກຊ້າຍ) ແລະທ່ານ Andrew Robb (ທີສອງຈາກຂວາ) ລັດຖະມົນຕີການຄ້າອອສເຕຣເລຍ ລົງນາມໃນຂໍ້ຕົກລົງການຄ້າເສລີ ທີ່ນະຄອນແຄນເບີຣາ (17 ມິຖຸນາ 2015)
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott (ຫລັງກາງ) ຢືນເບິ່ງ ລັດຖະມົນຕີການຄ້າຈີນ ທ່ານ Gao Hucheng (ທີີສອງຈາກຊ້າຍ) ແລະທ່ານ Andrew Robb (ທີສອງຈາກຂວາ) ລັດຖະມົນຕີການຄ້າອອສເຕຣເລຍ ລົງນາມໃນຂໍ້ຕົກລົງການຄ້າເສລີ ທີ່ນະຄອນແຄນເບີຣາ (17 ມິຖຸນາ 2015)

ຈີນ ​ແລະອອສເຕຣ​ເລຍ ​ໄດ້​ລົງ​ນາມ​ໃນຂໍ້​ຕົກລົງການ​ຄ້າ​ເສລີ
ທີ່ສຳຄັນ ຫລັງ​ຈາກ​ໄດ້ເຈລະຈາກັນມາເປັນເວລາປະມານນຶ່ງ
ທົດສະວັດ.

ນາຍົກລັດຖະມົນຕີ ອອສ​ເຕຣ​ຍ​ເລຍ ທ່ານ Tony Abbott ​ແລະ​
ລັດຖະມົນຕີ​ການ​ຄ້າຈີນ ທ່ານ Gao Hucheng ​ໄດ້​ເຂົ້າ​ຮວມພິ
ທີເຊັນ​ສັນ​ຍາ ​ໃນ​ວັນ​ພຸດ​ມື້​ນີ້​ ທີ່​ນະຄອນ Canbera.

ທ່ານ Abbott ກ່າວ​ວ່າ “​ມັນ​ຈະ​ປ່ຽນ​ແປງ​ປະ​ເທດ​ຂອງ​ພວກ​ເຮົາ
​ໃຫ້​ດີ​ຂື້ນ ​ມັນ​ຈະ​ປ່ຽນ​ແປງຂົງ​ເຂດ​ຂອງ​ພວກເຮົາ​ໃຫ້​ດີ​ຂື້ນ ມັນ​ຈະ
​ປ່ຽນ​ແປງ​ໂລກ​ຂອງ​ເຮົາ​ໃຫ້​ດີ​ຂື້ນ.”

ລັດຖະມົນຕີ​ການ​ຄ້າ Gao ​ໄດ້​ສັນລະ​ເສີນຂໍ້​ຕົກລົງ​ການ​ຄ້າ​ເສລີ ທີ່​ໄດ້​ບັນລຸກັນ​ໃນ​ທ້າຍ​ປີ​
ແລ້ວ​ນີ້ ວ່າ “​ເປັນ​ທີ່​ກວ້າງຂວາງຮອບດ້ານ ຄຸນ​ນະພາ​ບສູງ ​ແລະກຳ້ເກິ່ງ.”

ທ່ານ​ກ່າວ​ວ່າ “ມັນ​ມີ​ລະດັບຄວາມເປັນເສລີສູງທີ່​ສຸດ​ ໃນບັນດາຂໍ້​ຕົກລົງ​ການ​ຄ້າ ເສລີຂອງ​
ຈີນ​ທີ່​ໄດ້ເຊັນມາ​ກັບ​ປະເທດຕ່າງໆ."

ພາຍ​ໃຕ້​ຂໍ້​ຕົກລົງສະບັບນີ້ ອັດຕາພາສີ ​ໃນ​ທີ່​ສຸດຈະ​ຖືກ​ຍົກ​ເວັ້ນເຖິງ 95 ​ເປີ​ເຊັນ ຕໍ່​ສິນຄ້າ
ຂາ​ອອກຂອງອອສ​ເຕຣ​ເລຍ ​ອິງ​ຕາມ​ອົງການ​ຂ່າວຊິນ​ຫົວຂອງ ທາງການ​ຈີນ.

ຂໍ້ຕົກລົງໃນຂອບເຂດທີ່​ກວ້າງຂວາງດັ່ງກ່າວ​ ຍັງຈະ​ຊ່ວຍຫລຸດຜ່ອນ​ການຈຳກັດຮັດແຄບ
ຕໍ່ການ​ລົງ​ທຶນ​ຂອງ​ຈີນ​ໃນອອສ​ເຕຣ​ເລຍ ​ແລະ​ເຮັດ​ໃຫ້​ງ່າຍ​ຂື້ນ​ສຳຫລັບ ບັນດາ​ທະນາ
ຄາ​ນ ບໍລິສັດປະກັນໄພ ມະຫາວິທະຍາໄລຕ່າງໆ ຂອງອອສເຕຣ ເລຍ ຈະໄປເຮັດທຸລະ
ກິດຢູ່ຈີນ.

ຈີນ ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ອອສ​ເຕຣ​ເລຍ. ການ​ຄ້າ​ສອງ​ທາງ​ລະຫວ່າ​ງປະເທດທັງ
ສອງ​ ມີ​ມູນ​ຄ່າ​ເກີນ 123 ພັນ​ລ້ານ​ໂດ​ລາ ​ຕໍ່​ປີ.

China Australia Trade
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG