ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ຈີນ ໃຫ້ການຊ່ວຍເຫຼືອ ລາວ ໃນ ການສ້າງຕັ້ງ ສູນປູກຈິດສຳນຶກ ສຳລັບ ເຍົາວະຊົນ


ຊາວໜຸ່ມ ລາວ ຢືນຖ່າຍຮູບຢູ່ຕໍ່ໜ້າ ຫໍພິພິຕະພັນ ໄກສອນ ພົມວິຫານ.
ຊາວໜຸ່ມ ລາວ ຢືນຖ່າຍຮູບຢູ່ຕໍ່ໜ້າ ຫໍພິພິຕະພັນ ໄກສອນ ພົມວິຫານ.

ທາງການ ຈີນ ໃຫ້ການຊ່ວຍເຫຼືອ ລາວ ໃນການສ້າງຕັ້ງສູນປູກຈິດສຳນຶກ ແລະ ການພັດ ທະນາໃນດ້ານເທັກໂນໂລຈີສຳລັບເຍົາວະຊົນ ລາວ ອີກທັງຍັງແນໃສ່ການປູກຈິດສຳນຶກ ໃຫ້ຕໍ່ຕ້ານຢາເສບຕິດດ້ວຍ.

ທ່ານ ອະລຸນໄຊ ສູນນະລາດ ຮອງປະທານສູນກາງຊາວໜຸ່ມປະຕິວັດ ລາວ ໄດ້ໃຫ້ການ
ຢືນຢັນວ່າ ທາງການ ຈີນ ໄດ້ຕົກລົງໃຫ້ການຊົ່ວເຫຼືອໃນການສ້າງຕັ້ງສູນປູກຈິດສຳນຶກ
ທາງດ້ານເທັກໂນໂລຈີທີ່ທັນສະໄໝ ສຳລັບເຍົາວະຊົນ ລາວ ຢ່າງເປັນທາງການເມື່ອບໍ່
ນານມານີ້ ໂດຍຈະນຳໃຊ້ງົບປະມານໃນການກໍ່ສ້າງອາຄານ ແລະ ຕິດຕັ້ງອຸປະກອນ
ຕ່າງໆ ລວມເຖິງສິ່ງອຳນວຍຄວາມສະດວກຢ່າງຄົບຊຸດ ຄິດເປັນມູນຄ່າລວມເຖິງ 10 ລ້ານໂດລາທີ່ເປັນການຊ່ວຍເຫຼືອຈາກທາງການ ຈີນ ທັງໝົດ ໂດຍຕົວອາຄານຈະຕັ້ງຢູ່
ຕໍ່ໜ້າພິພິຕະພັນ ແລະ ຮູບຫຼໍ່ຂອງທ່ານ ໄກສອນ ພົມວິຫານ ໃນເຂດນະຄອນຫຼວງວຽງ
ຈັນ.

ທ່ານ ອະລຸນໄຊ ບອກວ່າສູນປູກຈິດສຳນຶກດັ່ງກ່າວນີ້ຈະມີບົດບາດຢ່າງສຳຄັນໃນການ
ເສີມສ້າງບົດ ບາດຂອງເຍົາວະຊົນທີ່ມີຕໍ່ສັງຄົມ ລາວ ດ້ວຍການຈັດກິດຈະກຳຕ່າງໆ
ຢ່າງຫຼາກຫຼາຍ ເພື່ອໃຫ້ເປັນເວທີສຳລັບການສະແດງອອກເຖິງຄວາມສາມາດຂອງເຍົາ
ວະຊົນ ລາວ ໃນທຸກໆດ້ານທີ່ແນໃສ່ການປູກຈິດສຳນຶກໃຫ້ເຍົາວະຊົນ ລາວ ຕໍ່ຕ້ານຢາ
ເສບຕິດອີກດ້ວຍ ດັ່ງທີ່ທ່ານ ອະລຸນໄຊ ໃຫ້ການຢືນຢັນວ່າ.

"ສູນນີ້ມັນຈະເປັນສູນໃນການໃຫ້ເຂົາເຈົ້າເຂົ້າໃຈເຖິງໂທດອັນຕະລາຍຂອງຢາເສບ
ຕິດ ສອງມາສູນດັ່ງກ່າວນີ້ ຈະເປັນສູນສົ່ງເສີມກິດຈະກຳຍາມວ່າງຂອງຊາວໜຸ່ມ ເພາະຜ່ານມາພວກເຮົາກະບໍ່ມີສະຖານທີ່ໃນການເຕົ້າໂຮມຊາວໜຸ່ມ ຜ່ານມາພັກ
ແລະ ລັດກະເອົາໃຈໃສ່ ແຕ່ວ່າມັນກະຍັງບໍ່ທັນມີບ່ອນທີ່ເໝາະກັບຈິດຕະສາດຂອງ
ຊາວໜຸ່ມເປົ້າໝາຍພວກນີ້ກະຈະສ້າງຢູ່ຕໍ່ໜ້າຮູບຫຼໍ່ຂອງທ່ານປະທານ ໄກສອນ ຫັ່ນ ຊຶ່ງພວກເຮົາຄິດວ່າຖ້າຫຼາຍພາກສ່ວນໃຫ້ການຮ່ວມມືໂຕນີ້ ມັນສິເຮັດໃຫ້ສູນດັ່ງ
ກ່າວນີ້ເກີດຜົນປະໂຫຍດທັງໝົດກໍຈະໄດ້ຮັບຮູ້ສັງຄົມໂດຍສະເພາະແມ່ນລູກຫຼານ ກໍຄືຊາວໜຸ່ມຂອງພວກເຮົາຫັ່ນ."

ທັງນີ້ໂດຍຈາກການສຳຫຼວດກ່ຽວກັບ ສະພາວະການຊົມໃຊ້ຢາເສບຕິດໃນ ລາວ ພົບ ວ່າເຍົາວະຊົນ ລາວ ຫຼາຍກວ່າ 4 ແສນຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະ
ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດໃນປະຈຸບັນນີ້.

ທາງດ້ານພົນຕີ ສິິນລະວົງ ໄຊຍະກອນ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ
ຄວາມສະຫງົບໄດ້ຖະແຫຼງຢືນຢັນວ່າ ໃນຮອບ 1 ປີຜ່ານມາສາມາດດຳເນີນຄະດີຢາ
ເສບຕິດໄດ້ 2,508 ລາຍ ໃນນີ້ໄດ້ຈັບກຸມຜູ້ຕ້ອງຫາທີ່ລັກລອບຄ້າຢາເສບຕິດໄດ້
3,700 ກວ່າຄົນ ລວມຜູ້ຕ້ອງຫາເພດຍິງ 558 ຄົນ ແລະ ທຽບໃສ່ປີ 2015 ກໍປາກົດ
ວ່າການດຳເນີນຄະດີຢາເສບຕິດໃນປີ 2016 ເພີ່ມຂຶ້ນເຖິງ 250 ຄະດີ.

ສ່ວນຂອງກາງທີ່ຍຶດໄດ້ຈາກການກຸມຈັບນັ້ນປະກອບດ້ວຍ ຢາບ້າ 1,862.87 ກິໂລ
ກຣາມ, ເຮໂຣອິນ 188.39 ກິໂລກຣາມ, ຢາໄອຊ 144.66 ກິໂລກຣາມ, ກັນຊາແຫ້ງ
425.46 ກິໂລກຣາມ, ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6,831.16 ກິໂລກຣາມ, ແກ່ນ
ຝິ່ນ 25 ກິໂລກຣາມ, ເຄື່ອງອັດຢາບ້າ 7 ເຄື່ອງ, ເຄື່ອງອົບຢາບ້າ 1 ເຄື່ອງ, ເຄື່ອງຂົ້ວ
ຢາບ້າ 3 ເຄື່ອງ, ເຄື່ອງບົດຢາບ້າ 1 ເຄື່ອງ, ຫົວເຊື້ອນ້ຳຫອມ 560 ຊຸດ, ລົດໃຫຍ່ 97
ຄັນ, ລົດຈັກ 136 ຄັນ ແລະ ອື່ນໆ.

ທາງດ້ານກົມໃຫຍ່ຕຳຫຼວດ ລາວ ລາຍງານຜົນການປາບປາມການລັກລອບຄ້າຢາ
ເສບຕິດໃນ ລາວ ທີ່ໄດ້ປະຕິບັດນັບແຕ່ວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນ
2017 ວ່າສາມາດມ້າງແກັງຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກັງ ແລະ ຈັບກຸມຜູ້ຕ້ອງ
ຫາໄດ້ທັງໝົດ 33 ຄົນ ຊຶຶ່ງໃນນີ້ລວມເຖິງຜູ້ຕ້ອງຫາ 5 ຄົນທີ່ເປັນສະມາຊິກຂອງແກັງ
ຂອງທ້າວ ໄຊຊະນະ ແກ້ວພິມພາ ອີກທັງຍັງສາມາດຈັບກຸມທ້າວ ຄອນປະສົງ ສຸກກະ
ເສີມ ຫຼື ຊຽງເທີ ທີ່ທາງການ ລາວ ຖືເປັນນັກຄ້າຢາເສບຕິດລາຍໃຫຍ່ທີ່ສຸດໃນ ລາວ ໄດ້ດ້ວຍໂດຍຈັບກຸມຕົວໄດ້ໃນເຂດນະຄອນຫຼວງວຽງຈັນ ເມື່ອວັນທີ 10 ມັງກອນ
2017 ຫຼື ກ່ອນທີ່ທາງການຕຳຫຼວດ ໄທ ຈະຈັບກຸມ ທ້າວ ໄຊຊະນະ ຢູ່ສະໜາມບິນ
ສຸວັນນະພູມ ເມື່ອວັນທີ 19 ມັງກອນ ປີ 2017 ທີຜ່ານມາ.

XS
SM
MD
LG