ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບໍ່ສົນ ນຳຂໍ້ຕົກລົງ ແຕ່ຈະເສີມຂະຫຍາຍ ການຄວບຄຸມ ຢູ່ໃນທະເລຈີນໃຕ້

ໃນພາບຖ່າຍເມື່ອວັນທີ 7 ທັນວາ 2016 ນີ້, ບັນດາເຈົ້າໜ້າທີ່ ກອງທັບເຮືອຂອງຈີນ ຢືນຢູ່ດ້ານໜ້າ ຂອງກຳປັ່ນ ດາກິ່ງ, ໃນເມືອງ ແຊນ ດີເອໂກ ລັດຄາລີຟໍເນຍ.
ໃນພາບຖ່າຍເມື່ອວັນທີ 7 ທັນວາ 2016 ນີ້, ບັນດາເຈົ້າໜ້າທີ່ ກອງທັບເຮືອຂອງຈີນ ຢືນຢູ່ດ້ານໜ້າ ຂອງກຳປັ່ນ ດາກິ່ງ, ໃນເມືອງ ແຊນ ດີເອໂກ ລັດຄາລີຟໍເນຍ.

ການເຄື່ອນໄຫວຄັ້ງໃໝ່ຂອງປັກກິ່ງ ເພື່ອສະແດງສິດທິໃນການຄວບຄຸມທາງອາ
ກາດ ເທິງທະເລຈີນໃຕ້ທີ່ຍັງເປັນບັນຫາຂັດແຍ້ງແມ່ນສ່ຽງຕໍ່ການສ້າງຄວາມຕື່ນ
ຕົກໃຈໃຫ້ແກ່ປະເທດຕ່າງໆ ທີ່ໄດ້ຕົກລົງກັນໃນເດືອນແລ້ວ ເພື່ອຈະຫາທາງແກ້
ໄຂການບໍ່ລົງລອຍກັນທາງດ້ານການທູດ.

ໂທລະພາບສູນກາງ ຂອງທາງການຈີນ ແລະໜັງສືພິມ ພາສາອັງກິດ ສະບັບນຶ່ງ
ລາຍງານໃນອາທິດຜ່ານມານີ້ ວ່າ ທາງກອງທັບ ໄດ້ສົ່ງເຮືອບິນລົບອາຍພົ່ນ J-11B
ທີ່ສ້າງຂຶ້ນຢູ່ພາຍໃນຈີນເອງ ໄປຍັງເກາະວູດດີ້ ທີ່ຕັ້ງຢູ່ໃນໝູ່ເກາະປາຣາແຊລ.

ປືນໃຫຍ່ໄດ້ຖືກຍິງຂຶ້ນ ໃນລະຫວ່າງ ການຊ້ອມລົບ ໃນດ້ານການທະຫານ ໃນເມືອງກິ່ງຕົງເຊ້ຍ , ຂົງເຂດປົກຄອງຕົນເອງ ນິນເຊ້ຍ, ຂອງຈີນ, ວັນທີ 25 ກັນຍາ 2017.
ປືນໃຫຍ່ໄດ້ຖືກຍິງຂຶ້ນ ໃນລະຫວ່າງ ການຊ້ອມລົບ ໃນດ້ານການທະຫານ ໃນເມືອງກິ່ງຕົງເຊ້ຍ , ຂົງເຂດປົກຄອງຕົນເອງ ນິນເຊ້ຍ, ຂອງຈີນ, ວັນທີ 25 ກັນຍາ 2017.

ຕາໜ່າງໂທລະພາບລາຍງານວ່າ ການສ້າງໂຮງເກັບເຮືອບິນຢູ່ທີ່ເກາະດັ່ງກ່າວ
ຈະເຮັດໃຫ້ຈີນສາມາດປັບປຸງຄວາມສາມາດໃນການຄວບຄຸມຂອງຕົນໄດ້ດີຂຶ້ນ
ໃນທະເລຈີນໃຕ້ ໂດຍອ້າງຄຳເວົ້ານັກຊ່ຽວຊານທາງທະຫານຄົນນຶ່ງ. ລາຍງານ
ກ່າວວ່າ ໃນທີ່ສຸດຈີນກໍຈະສາມາດສະກັດກັນເຮືອບິນຂອງຕ່າງປະເທດໄດ້.

ລັດຖະບານຂອງປະເທດຕ່າງໆອີກ 5 ປະເທດ ທີ່ມີກອງທັບອ່ອນແອກວ່າຈີນ
ໄດ້ອ້າງເອົາກຳມະສິດແຂ່ງກັນກັບປັກກິ່ງ ເອົາປະມານ 90 ເປີເຊັນຂອງທະເລ
ທີ່ມີພື້ນທີ່ທັງໝົດ 3 ລ້ານ 5 ແສນກິໂລແມັດມົນທົນ ຊຶ່ງຈະມີການຫາປາ ສັດທະ
ເລແລະບໍ່ນ້ຳມັນໃຕ້ທະເລສຳຮອງ ເປັນລາງວັນໃຫ້.

ບັນດາຜູ້ນຳ ຈາກຊ້າຍ ຫາ ຂວາ, ນາຍົກ ຂອງມາເລເຊຍ ທ່ານນາຈິບ ຣາຊັກ, ທີ່ປຶກສາຂອງ ປະເທດມຽນມາ ແລະ ລັດຖະມົນຕີການຕ່າງປະເທດ ທ່ານນາງ ອ່ອງ ຊານ ສູ ຈີ, ນາຍົກລັດຖະມົນຕີ ໄທ ທ່ານປຣາຍຸດ ຈັນໂອຊາ, ນາຍົກລັດຖະມົນຕີ ຫວຽດນາມ ທ່ານ ຫງວຽນ ຊ່ວນ ຟຸກ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ,

​ພວກນັກວິເຄາະເຊື່ອວ່າ ການສົ່ງເຮືອບິນໄປປະຈຳການຂອງຈີນນີ້ ຈະພາໃຫ້ມີ
ການຕື່ນຕົວ ໃນບັນດາປະເທດທີ່ອ້າງເອົາກຳມະສິດ ຕະຫຼອດທັງສະຫະລັດ ຊຶ່ງ ມີແສນຍານຸພາບທາງທະຫານ ເໜືອກວ່າຈີນ ແລະ ຢືນຢັດວ່າ ທະເລດັ່ງກ່າວ
ຈະຕ້ອງເປີດໃຫ້ແກ່ທຸກໆປະເທດ.

ແຕ່ຈີນ ແລະປະເທດຕ່າງໆໃນເຂດເອເຊຍຕາເວັນອອກສຽງໃຕ້ ຊຶ່ງລຶ້ງເຄີຍມາ
ແລ້ວກັບການຊ້ອມລົບທາງທະເລຂອງຈີນ ແລະໄດ້ຮັບການສະໜັບສະໜູນທາງ
ດ້ານເສດຖະກິດຈາກຈີນນັ້ນ ເປັນທີ່ຄາດກັນວ່າ ຍັງຈະເປັນມິດກັນຕໍ່ໄປ.

ເຮືອບິນອາຍພົ່ນລົບ J-11 ກຳລັງບິນຢູ່ໃກ້ໆ ເຮືອບິນ P-8 Poseidon ຂອງກອງທັບເຮືອສະຫະລັດ ຢູ່ລະດັບປະມານ about 215 ກິໂລແມັດ ທິດຕາເວັນອອກ ຂອງເກາະ ຮາຍນານ ຂອງຈີນ ຢູ່ໃນພາບ ຖ່າຍ ຂອງກະຊວງປ້ອງກັນປະເທດ ສະຫະລັດ ເມື່ອວັນທີ 19 ສິງຫາ 2014.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG