ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ​ແລະ ASEAN ​ຕົກລົງ​ກັນ ສ້າງ​​ຂອບ ກົດການ​ປະພຶດ ຢູ່​​ທະ​ເລ​ຈີນ​ໃຕ້


ພວກລູກເຮືອ ຢືນຖ່າຍຮູບຢູ່ເທິງເຮືອຍາມຝັ່ງຂອງຈີນ ຢູ່ທະເລຈີີນໃຕ້ ທີ່ຢູ່ໄກຈາກເຂດຝັ່ງທະເລຂອງຫວຽດນາມ 210 ກິໂລແມັດ ໃນວັນທີ 14 ພຶດສະພາ 2014.
ພວກລູກເຮືອ ຢືນຖ່າຍຮູບຢູ່ເທິງເຮືອຍາມຝັ່ງຂອງຈີນ ຢູ່ທະເລຈີີນໃຕ້ ທີ່ຢູ່ໄກຈາກເຂດຝັ່ງທະເລຂອງຫວຽດນາມ 210 ກິໂລແມັດ ໃນວັນທີ 14 ພຶດສະພາ 2014.

ຈີນ ​ແລະ​ສະມາຄົມ​ບັນດາ​ປະ​ເທດ​ໃນ​ເຂດ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ASEAN ​ໄດ້
​ຕົກລົງ​ກັນ​ ກ່ຽວກັບຂອບຂອງ​ກົດການ​ປະພຶດ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ຄວາມ
​ກ້າວໜ້າ ທີ່​ອາດ​ພາ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ເຂດໜ່ານນໍ້າ ທີ່​ມີ​ການ​ຂັດ​ແຍ້​ງກັນນັ້ນ ຜ່ອນຄາຍ​ລົງ.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນເວົ້າວ່າ ​ເຈົ້າໜ້າທີ່​ຂັ້ນສູງ​ຈາກກຸ່ມ ASEAN ​ແລະ
​ຈີນ​ໄດ້​ເຫັນ​ດີ​ນໍາ​ກັນ ຕໍ່ຂອບດັ່ງກ່າວ​ທີ່ສ້າງຂໍ້​ຊີ້​ນໍາ ສໍາລັບ​ສັນຍາຂັ້ນ​ສຸດ​ທ້າຍຂຶ້ນນັ້ນ.
ຂໍ້​ກໍານົດ​ຕ່າງໆ ​ໃນ​ນັ້ນ ໄດ້​ຮັບ​ການ​ເຫັນ​ດີ​ນໍາ​ກັນ ຢູ່​ໃນ​ກອງ​ປະຊຸມ ທີ່​ຈັດຢູ່​ແຂວງ Guizhou ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ.

ຈີນ​ໄດ້​ອ້າງ​ເອົາ​ກໍາມະສິດ​ເກືອບທັງໝົດ​ໃນ​ທະ​ເລ​ຈີນ​ໃຕ້ ທີ່​ເຊື່ອ​ກັນ​ວ່າ ​ເປັນ​ແຫລ່ງ
ນໍ້າມັນ ​ແລະບ່ອນ​ທີ່​ມີອາຍ​ແກັສສະ​ສົມ​ຢູ່​ຢ່າງ​ມະຫາສານ ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການອ້າງ​ເອົາກຳມະສິດບາງ​ສ່ວນກວມ​ກັນ ​ໂດຍ​ໄຕ້​ຫວັນ ​ແລະ​ສະມາຊິກ​ຂອງ​ກຸ່ມ​ ASEAN
ຫລາຍ​ປະ​ເທດ. ການ​ຂັດ​ແຍ້​ງນີ້ ​ໄດ້​ພາ​ໃຫ້​ເກີດ​ການ​ແບ່ງ​ແຍກ​ກັນ ​ລະຫວ່າງ​ບັນດາ
​ປະ​ເທດ​ໃນ​ກຸ່ມ ASEAN ທີ່​ຕາມ​ປົກ​ກະຕິ​ແລ້ວ ​ແມ່ນ​ພະຍາຍາມ​ປະຕິບັດ​ງານ​ດ້ວຍ​
ຄວາມ​ເປັນ​ເອກະສັນ​ກັນ.

ບັນຫາ​ດັ່ງກ່າວ​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ ​ໃນ​ຊຸມ​ປີໝໍ່ໆມານີ້ ຍ້ອນ​ວ່າ​ຈີນ​ໄດ້​ປະຕິບັດ​ຕາມ
ຍຸດ​ທະ​ສາດ​ໃນ​ການສ້າງເກາະທຽມ ຢູ່​ໃນ​ທະ​ເລ​ ທີ່​ສາມາດ​ໃຊ້ເປັນ​ບ່ອນສະໜັບສະໜຸນ ​ການອໍານວຍ​ຄວາມ​ສະດວກ​ທາງ​ທະຫານ​ໃນ​ເຂດ​ພາກພື້ນ​ໄດ້. ຍຸດ​ທະ​ສາດ​ດັ່ງກ່າວ
​ໄດ້​ເຮັດ​ໃຫ້​ເກີດການ​ຕອບ​ໂຕ້ຄືນ ທີ່ມີ​ລັກສະນະ​ເຄັ່ງ​ຕຶງ ຈາກ​ປະ​ເທດ​ອື່ນ​ທີ່​ອ້າງເອົາ
ກໍາມະສິດ ​ແລະ​ສະຫະ ລັດ ທີ່​ໃຫ້​ເຫດຜົນ​ວ່າ ການ​ກະທໍາ​ຂອງ​ຈີນ​ ເປັນ​ໄພ​ຂົ່ມ​ຂູ່ຕໍ່
ຄວາມ​ສາມາດໃນ​ການ​ເດີນ​ເຮືອ​ຜ່ານ​ເຂດ​ທີ່​ມີ​ຄວາມ​ສໍາຄັນ​ທາງ​ດ້ານຍຸດ​ທະ​ສາດ​ນັ້ນ
ໄດ້​ຢ່າງ​ເສລີ.

ຮ່າງ​ຂອງ​ຂອບ​ຂໍ້ຕົກລົງດັ່ງກ່າວ ​ໄດ້​ອະທິບາຍ​ເຖິງ​ສັນຍາ ​ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນນັ້ນວ່າ
"​ເປັນ​ລະບຽບການ​ຊຸດ​ນຶ່ງ ​ເພື່ອ​ໃຊ້​ຊີ້ນໍາ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ ​ແລະ​ສົ່ງ​ເສີມ​
ການ​ຮ່ວມ​ມື​ທາງ​ ​ທະ​ເລ" ໂດຍ​ກ່າວ​ເພີ້ມ​ເຕີມ​ວ່າ ມັນ​ບໍ່​ແມ່ນ "​ເຄື່ອງມື​ເພື່ອ​ແກ້​ໄຂ​ຂໍ້​
ຂັດ​ແຍ້​ງ​ດ້ານ​ເຂດແດນ​ທາງທະ​ເລ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG