ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ອາຊ່ຽນ ຈະຊ້ອມລົບຮ່ວມກັນ ຢູ່ ທະເລຈີນໃຕ້ ໃນປີໜ້າ


ກຳປັ່ນລົບ Huangshan ຂອງຈີນ ຈອດຢູ່ນອກ ຖານທັບເຮືອ ຂອງສິງກະໂປ ທີ່ຊື່ວ່າ RSS Singapura Changi ໃນວັນທີ 15 ພຶດສະພາ 2017.
ກຳປັ່ນລົບ Huangshan ຂອງຈີນ ຈອດຢູ່ນອກ ຖານທັບເຮືອ ຂອງສິງກະໂປ ທີ່ຊື່ວ່າ RSS Singapura Changi ໃນວັນທີ 15 ພຶດສະພາ 2017.

ນັກຊ່ຽວຊານທີ່ຢູ່ໃນຂົງເຂດເວົ້າວ່າ ການຊ້ອມລົບຮ່ວມທາງທະເລລະຫວ່າງຈີນແລະ
ປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ທີ່ໄດ້ສະເໜີໃຫ້ມີຂຶ້ນໃນປີໜ້ານັ້ນ ຈະເຮັດໃຫ້ຄວາມຂັດແຍ້ງທີ່ບໍ່ໄປບໍ່ມາ ກ່ຽວກັບທະເລຈີນໃຕ້ນັ້ນ ຜ່ອນຄາຍລົງ ໂດຍ
ປ່ອຍໃຫ້ຄູ່ປໍລະປັກ ພົບກັບຄະນະເຈົ້າໜ້າທີ່ ທີ່ຢູ່ແນວໜ້າຂອງແຕ່ລະຝ່າຍ ແລະ
ເຮັດວຽກຮ່ວມກັນ ໃນດ້ານບັນຫາລວມ.

ກະຊວງປ້ອງກັນປະເທດຂອງສິງກະໂປ ຂຽນຢູ່ໃນເວັບໄຊຂອງຕົນວ່າ ທ່ານ NgEng
Hen, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສິງກະໂປ ແລະຄູ່ຕໍາແໜ່ງຝ່າຍ
ຈີນຂອງທ່ານ, ທ່ານ Chang Wanquan, ເຫັນດີນໍາກັນ ໃນວັນຈັນຜ່ານມານີ້ ຕໍ່
ແຜນການຊ້ອມລົບທາງທະເລເປັນຄັ້ງທໍາອິດໃນປະຫວັດສາດ ໂດຍໃຊ້ກໍ່າປັ່ນທີ່ມາ
ຈາກຈີນ ແລະຈາກ 10 ປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫລື ASEAN. ສິງກະໂປຈະເປັນຜູ້ນໍາພາສະມາຄົມດັ່ງກ່າວໃນປີໜ້ານີ້.

ປັກກິ່ງໄດ້ສ້າງຄວາມໂກດແຄ້ນຕໍ່ 4 ປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໂດຍໄດ້ຂະຫຍາຍການຍາມຝັ່ງ ແລະການສົ່ງທະຫານຂອງຕົນໄປຍັງທະເລຈີນໃຕ້
ທີ່ມີເນື້ອທີ່ ຢູ່ 3 ລ້ານ 5 ແສນກິໂລແມັດມົນທົນ ທີ່ອຸດົມສົມບູນໄປດ້ວຍປາ ແລະ ເຊື້ອ
ໄຟສຳຮອງ. ການອ້າງເອົາກໍາມະສິດຂອງ Brunei, Malaysia, Vietnam ແລະ
Philippines ໄດ້ກວາມກັນກັບບ່ອນອ້າງເອົາກໍາມະສິດຂອງຈີນ ທີ່ໄດ້ຮຽກຮ້ອງເອົາ
ເນື້ອທີ່ເກືອບທັງໝົດວ່າເປັນຂອງຕົນເອງນັ້ນ.

ທ່ານ ເຕີມສັກ ຈະເລີນພະລານຸພາບ ນັກຄົ້ນຄວ້າດ້ານການເມືອງ ແລະຄວາມໝັ້ນຄົງ
ປະຈໍາສະຖາບັນ ISEAS Yusof Ishak ໃນ Singapore ເວົ້າວ່າ ການຊ້ອມລົບ
ຮ່ວມນີ້ ຈະເຮັດໃຫ້ຄວາມສົງໄສຕໍ່ກັນໝົດໄປ ໂດຍຈະປ່ອຍໃຫ້ເຈົ້າໜ້າທີ່ທະຫານເຮືອ
ພົບປະກັນ. ທ່ານກ່າວອີກວ່າ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດຕ່າງໆ ຈະເປັນຜູ້ຮັບຜິດຊອບໃນການແກ້ໄຂຂໍ້ຂັດແຍ້ງຕ່າງໆ.

ທ່ານຈະເລີນພະລານຸພາບ ກ່າວອີກວ່າ "ຂ້າພະເຈົ້າຄິດວ່າ ເປັນສິ່ງທີ່ດີ ທີ່ຈະມີການ
ຊ້ອມລົບຮ່ວມກັນ ຢ່າງນ້ອຍກໍໃນດ້ານມະນຸດສຳພັນ ນັ້ນແມ່ນສຳຄັນຫຼາຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG