ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີ​ນ ຄາດ​ວ່າ ​ຈະ​ໄດ້​ຮັບ ​ການ​ສະ​ໜັບ​ສະ​ໜູນ ຫຼັງ​ຈາກ ກອງ​ປ​ະ​ຊຸມ ຜູ້​ນຳ​ປ້ອງ​ກັນ​ປະ​ເທດ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ຈີນ ຢືນ​ຖ່າຍ​ຮູບ​ນຳ​ກັນ ກ່ອນກອງ​ປະ​ຊຸ​ມລັດ​ຖະ​ມົນ​ຕີ ​ອາ​ຊຽນ-ຈີນ, ເຊິ່ງ​ແມ່ນ​ກອງ​ປະ​ຊຸມ​ແຍກ​ຈາກ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ອາ​ຊຽນ​ຄັ້ງ​ທີ 51. ສິງ​ກະ​ໂປ. 2 ສິງ​ຫາ, 2018.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ຈີນ ຢືນ​ຖ່າຍ​ຮູບ​ນຳ​ກັນ ກ່ອນກອງ​ປະ​ຊຸ​ມລັດ​ຖະ​ມົນ​ຕີ ​ອາ​ຊຽນ-ຈີນ, ເຊິ່ງ​ແມ່ນ​ກອງ​ປະ​ຊຸມ​ແຍກ​ຈາກ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ອາ​ຊຽນ​ຄັ້ງ​ທີ 51. ສິງ​ກະ​ໂປ. 2 ສິງ​ຫາ, 2018.

ຈີນ ເບິ່ງ​ຄືວ່າ​ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຄັ້ງ​ໃໝ່​ທີ່ຍັງບໍ່​ແນ່ນອນ​ຢູ່​ໃນ​ທົ່ວ​ທະ​ວີບເອ
ເຊຍ ຈາກກອງປະຊຸມພາກພື້ນຂອງບັນດາຜູ້ນຳດ້ານປ້ອງກັນປະເທດໃນເດືອນນີ້ ເຊິ່ງ
ຈະສົ່ງເສີມການຂະຫຍາຍເຂດແດນຂອງຕົນໃນທະເລຈີນໃຕ້ທີ່ມີຄວາມຂັດແຍ້ງກັນ
ນັ້ນ, ອີງຕາມບັນນານັກວິເຄາະໃນພາກພື້ນ.

ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈາກ ຈີນ ແລະ 10 ປະ​ເທດ ເອ​ເຊຍ​ຕາ​ເວັນ​ອອກ​
ສຽງໃຕ້, ເຊິ່ງບາງປະເທດມີຄວາມບໍ່ພໍໃຈ ກັບຄວາມມຸ່ງໝາຍທາງທະເລຂອງ ປັກກິ່ງ
ນັ້ນຈະປະຊຸມກັນໃນວັນທີ 18 ຫາທີ 20 ຕຸລານີ້ ຢູ່ກອງປະຊຸມ ອາຊຽນ. ບັນດາຫົວ
ໜ້າດ້ານປ້ອງກັນປະເທດ ຈາກ ຍີ່ປຸ່ນ ແລະ ສະຫະລັດ, ເຊິ່ງທັງສອງປະເທດ ໄດ້ຕໍ່
ຕ້ານການຂະຫຍາຍເຂດແດນຂອງ ປັກກິ່ງ ນັ້ນ, ກໍມີກຳນົດຈະເຂົ້າຮ່ວມເຊັ່ນກັນ.

ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ດັ່ງ​ກ່າວຄື ບ​ຣູ​ໄນ, ມາ​ເລ​ເຊຍ, ຟີ​ລິບ​ປິນ ແລະ ຫວຽດ
ນາມ ໄດ້ອ້າງກຳມະສິດເອົາບາງພາກສ່ວນຂອງທະເລຈີນໃຕ້, ທີ່ທັບກັນກັບ​ເຂດ​ທີ່​ຄ​ວບ
ຄຸມໂດຍ ຈີນ ທີ່ມີອຳນາດທາງທະຫານຫຼາຍກວ່າ. ຈີນໄດ້ກ່າວວ່າ ປະ​ມານ 90 ເປີ​ເຊັນ
ຂອງທະເລນັ້ນເປັນຂອງຕົນ. ທະເລທີ່ມີເນື້ອທີ່ 3 ລ້ານ 5 ແສນ ຕາລາງກິໂລແມັດນັ້ນ
ແມ່ນອຸດົມສົມບູນໄປດ້ວຍປາ, ນ້ຳມັນ, ແກັສ ແລະ ເສັ້ນທາງການຂົນສົ່ງໃນທະເລ.

ພວກ​ຜູ້​ຊ່ຽວ​ຊານ​ເວົ້າ​ວ່າ ບັນ​ດາ​ຫົວ​ໜ້າດ້ານ​ປ້ອງ​ກັນ​ປະ​ເທດ ເອ​ເຊຍ​ຕາ​ເວັນ​ອອກ​ສຽງ
ໃຕ້ ຈະປະຕິບັດຕໍ່ ຈີນ ຢ່າງອ່ອນໂຍນ ເພາະວ່າ ເຂົາເຈົ້າຫວັງທີ່ຈະເຮັດວຽກຮ່ວມກັນ
ຕື່ມ ກ່ຽວກັບ ຄວາມປອດໄພທາງທະເລ ຫຼື ການລິເລີ່ມທາງເສດຖະກິດ ເຊັ່ນການຮ່ວມ
ສຳຫຼວດພະລັງງານ. ເຂົາເຈົ້າໄດ້ເວົ້າຕື່ມວ່າ ໃນທາງກົງກັນຂ້າມ ຈີນ ໄດ້ດຳເນີນການ
ຂະຫຍາຍເຂດແດນຕໍ່ໄປ ໃນເຂດນ້ຳທີ່ເປັນບັນຫານັ້ນ.

ທ່ານ ຢຸນ ຊຸນ, ເຈົ້າ​ໜ້າ​ທີ່ ອະວຸ​ໂສ ໂຄງ​ການ​ເອ​ເຊຍ ຕາ​ເວັນ​ອອກ ທີ່​ສູນ​ວິ​ໄຈ ສ​ຕິມ​ສັນ
ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວວ່າ “ພວກເຮົາຮູ້ວ່າຜູ້ອ້າງ ກຳມະສິດຫຼັກສອງປະເທດ
ແມ່ນບໍ່ມີອາລົມທີ່ຈະກ່າວວິຈານ ຈີນ ໃນເວລານີ້. ຫວຽດນາມ ພວມເສີມຂະຫຍາຍສະ
ຖຽນລະພາບທາງການເມືອງພາຍໃນແລະ ສາຍພົວພັນທາງການເມືອງທີ່ເຂັ້ມແຂງກັບ
ຈີນ. ຟີລິບປິນ ກໍຍັງບໍ່ໄດ້ສິ້ນສຸດສາຍພົວພັນທີ່ພັນມິດໃນປັດຈຸບັນ ກັບ ຈີນ ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG