ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຮັບຮອງເອົາ ກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງຈີນ ສຳລັບຮົງກົງ ສົ່ງຜົນໃຫ້ເກີດ ຄວາມກັງວົນໃຈ ຢ່າງແຜ່ກວ້າງ


ພວກປະທ້ວງເຕົ້າໂຮມກັນຢູ່ຮ້ານຊັບພະສິນຄ້າ Central ໃນລະຫວ່າງການປະທ້ວງເພື່ອປະຊາທິປະໄຕ ຕໍ່ຕ້ານກົດໝາຍຄວາມໝັ້ນຄົງແຫ່ງຊາດສຳລັບໃຊ້ໃນຮົງກົງຂອງປັກກິ່ງ, ວັນອັງຄານ ທີ 30 ມິຖຸນາ 2020. ສື່ມວນຊົນຂອງຮົງກົງ ລາຍງານວ່າ ຈີນຮັບຮອງເອົາກົດໝາຍຄວາມໝັນຄົງແຫ່ງຊາດ ທີ່ເຮັດໃຫ້ເກີດມີການຖົກຖຽງກັນ.
ພວກປະທ້ວງເຕົ້າໂຮມກັນຢູ່ຮ້ານຊັບພະສິນຄ້າ Central ໃນລະຫວ່າງການປະທ້ວງເພື່ອປະຊາທິປະໄຕ ຕໍ່ຕ້ານກົດໝາຍຄວາມໝັ້ນຄົງແຫ່ງຊາດສຳລັບໃຊ້ໃນຮົງກົງຂອງປັກກິ່ງ, ວັນອັງຄານ ທີ 30 ມິຖຸນາ 2020. ສື່ມວນຊົນຂອງຮົງກົງ ລາຍງານວ່າ ຈີນຮັບຮອງເອົາກົດໝາຍຄວາມໝັນຄົງແຫ່ງຊາດ ທີ່ເຮັດໃຫ້ເກີດມີການຖົກຖຽງກັນ.

ສະພານິຕິບັນຍັດຂອງຈີນໄດ້ຮັບຜ່ານກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດສຳລັບຮົງກົງທີ່ເຮັດໃຫ້ເກີດການຖົກຖຽງກັນນັ້ນ ແມ່ນກຳລັງສ້າງຄວາມກັງວົນຢ່າງແຜ່ຫຼາຍພາຍໃນກຸ່ມພວກນັກເຄື່ອນໄຫວ ແລະປະຊາຊົນທົ່ວໄປ.

ການຮັບຜ່ານກົດໝາຍດັ່ງກ່າວ ໄດ້ກະຕຸ້ນໃຫ້ພວກກຸ່ມນັກເຄື່ອນໄຫວຕ່າງໆປິດກິດຈະການຂອງຕົນໃນທັນທີ ໃນຂະນະດຽວກັນບຸກຄົນທັງຫຼາຍພາກັນລຶບເລື້ອງລາວຕ່າງໆ ທີ່ພວກເຂົາເຈົ້າໄດ້ເອົາລົງໃນສື່ສັງຄົມເພາະຍ້ານວ່າ ມາດຕະການໃໝ່ອາດຈະສົ່ງຜົນໃຫ້ພວກເຂົາເຈົ້າຕິດຄຸກກໍເປັນໄດ້.

ອົງການຂ່າວ ຊິນຫົວຂອງທາງການຈີນ ໄດ້ລາຍງານວ່າ ອົງການຈັດຕັ້ງຂັ້ນສູງຂອງຈີນ ຄືຄະນະກຳມະການສະພານິຕິບັນຍັດແຫ່ງຊາດຂອງຈີນ ທີ່ຮູ້ຈັກກັນໃນຊື່ ສະພາປະຊາຊົນແຫ່ງຊາດ ຫຼື NPC ໄດ້ຮັບຮອງເອົາ ມາດຕະການດັ່ງກ່າວ ໃນວັນອັງຄານວານນີ້ ແລະປະທານປະເທດ ທ່ານສີ ຈິ້ນຜິງ ໄດ້ລົງນາມໃນດຳລັດເພື່ອເປັນການຮັບຮອງເອົາມາດຕະການນີ້. ອົງການຂ່າວຊິນຫົວ ໄດ້ກ່າວວ່າ ມາດຕະການໃໝ່ ຈະເພີ້ມກົດໝາຍແຫ່ງຊາດຕ່າງໆເຂົ້າໃນບັນຊີຕື່ມອີກ ທີ່ໃຊ້ກັບຮົງກົງ ໃນການຕໍ່ຕື່ມເຂົ້າກັບລັດຖະທຳມະນູນຂະໜາດນ້ອຍຂອງຮົງກົງ ຫຼື ກົດໝາຍຂັ້ນພື້ນຖານ.

ກົດໝາຍນີ້ ໄດ້ເລີ້ມມີຜົນບັງຄັບໃຊ້ ເມື່ອຕອນແລງວັນອັງຄານ ໃນເວລາ 11 ໂມງແລງຕາມເວລາໃນທ້ອງຖິ່ນ ຫຼັງຈາກທີ່ມັນໄດ້ຖືກປະກາດ ຢ່າງເປັນທາງການໂດຍລັດຖະບານຮົງກົງ ແລະລາຍລະອຽດຢ່າງເຕັມສ່ວນຂອງກົດໝາຍນີ້ ໃນທີ່ສຸດກໍໄດ້ຖືກເປີດເຜີຍເກືອບ 14 ຊົ່ວໂມງ ຫຼັງຈາກທີ່ມັນໄດ້ຖືກຮັບຜ່ານໃນປັກກິ່ງ ເມື່ອຕອນເຊົ້າວັນອັງຄານວານນີ້.

ອົງການຂ່າວຊິນຫົວ ໄດ້ອ້າງເຖິງຄຳເວົ້າຂອງທ່ານຫລີ ຊານຊູ້ ປະທານຄະນະກຳມະການ NPC ທີ່ປົກຄອງໃນປັດຈຸບັນ ທີ່ກ່າວໄປວ່າ ສະພານິຕິບັນຍັດ ໄດ້ຮັບຮອງເອົາຫລັກການຂອງ “ການລົງໂທດຊົນກຸ່ມນ້ອຍ ໃນຂະນະດຽວກັນປົກປ້ອງຊົນກຸ່ມໃຫຍ່.” ທ່ານຫລີ ໄດ້ກ່າວວ່າ ການເຄື່ອນໄຫວນີ້ ຈະປົກປັກຮັກສາຄວາມໝັ້ນຄົງຂອງຊາດ ແລະ “ສະຖຽນລະພາບໃນໄລຍະຍາວ” ຂອງຮົງກົງ.

ລັດຖະມົນຕີກະຊວງການາຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວໃນຖະແຫລງການສະບັບວັນອັງຄານວານນີ້ ວ່າ “ສະຫະລັດ ຈະສືບຕໍ່ຢືນຢູ່ກັບປະຊາຊົນຂອງຮົງກົງ ທີ່ຮັກຫອມເສລີພາບ ແລະຕອບໂຕ້ ການໂຈມຕີຕໍ່ເສລີພາບໃນການປາກເວົ້າ ອົງການຂ່າວ ແລະການໂຮມຊຸມນຸມ ຂອງປັກກິ່ງ ພ້ອມກັນກັບຕົວບົດກົດໝາຍ ຊຶ່ງໝົດທຸກຄົນມີຢູ່ນັ້ນ ເພື່ອໃຫ້ຂົງເຂດຈະເລີນຮຸ່ງເຮືອງໄດ້ ຈົນມາເຖິງເວລານີ້.

ຖະແຫລງການໄດ້ກ່າວອີກວ່າ “ມື້ນີ ເປັນຂີດໝາຍຂອງວັນແຫ່ງຄວາມໂສກເສົ້າສຳລັບຮົງກົງ ແລະສຳລັບປະຊາຊົນທົ່ວຈີນ ທີ່ຮັກຫອມເສລີພາບ.”

ໃນວັນຈັນຜ່ານມາ ກ່ອນໜ້າທີ່ກົດໝາຍດັ່ງກ່າວຈະຖືກຮັບຜ່ານ ທ່ານພອມພຽວ ໄດ້ອອກຖະແຫລງການສະບັບນຶ່ງທີ່ກ່າວວ່າ “ການຕັດໃຈຂອງພັກຄອມມິວນິສຈີນຈະມ້າງເພເສລີພາບຂອງຮົງກົງ ຊຶ່ງໄດ້ກົດດັນໃຫ້ລັດຖະບານທ່ານທຣຳ ທົບທວນນະໂຍບາຍຕ່າງໆ ຂອງຕົນຄືນຕໍ່ຂົງເຂດດັ່ງກ່າວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG