ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະລົງທຶນ ຫລາຍກວ່າ 150 ລ້ານໂດລາ ເຂົ້າໃສ່ ໂຄງລ່າງພື້ນຖານ (ວີດິໂອ)


ລິງໂດຍກົງ

ເບິ່ງວີດິໂອ ເລື້ອງການຂະຫຍາຍໂຕຊ້າຂອງເສດຖະກິດຈີນ ເປັນຫົວຂໍ້ໃຫຍ່ ໃນການລົງທຶນຂອງ APEC.

ປະທານາທິບໍດີຈີນ ທ່ານ ຫູ ຈີນເຖົາ ໄດ້ປະກາດໃນວັນເສົາ
ວານນີ້ວ່າ ຈະມີການໃຊ້ເງິນ ຫລາຍກວ່າ 150 ລ້ານໂດລາ ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານຂອງຈີນ ອັນເປັນພາກ ສ່ວນນຶ່ງໃນການກະຕຸ້ນເສດຖະກິດຂອງຈີນ ແລະຂອງໂລກ
ໃຫ້ຂະຫຍາຍຕົວ.

ປະທານປະເທດຈີນ ທ່ານ ຫູ ຈິນເຖົາ ກ່າວຢູ່ທີ່ກອງປະຊຸມ
ສຸດຍອດອົງການ ຮ່ວມມືທາງ ດ້ານເສດຖະກິດ ໃນເຂດເອ
ເຊຍປາຊີຟິກ ຫຼື APEC ທີ່ນະຄອນ Vladivostok ວ່າ ເງິນ
ຫລາຍໆ ພັນລ້ານໂດລາ ແມ່ນຈະຖືກໃຊ້ເຂົ້າໃນໂຄງການສ້າງ
ຖະໜົນຫົນທາງ, ທາງລົດໄຟ, ການກະເສດ ແລະພະລັງງານ.

ກອງປະຊຸມນຂອງກຸ່ມ 21 ປະ​ເທດດັ່ງກ່າວ ຢູ່​ໃນ​ເມືອງ​ທ່າເຮືອ
ຂອງຣັດເຊຍນັ້ນ ແມ່ນ ຖືກປົກຄຸມໄປດ້ວຍການຮຽກຮ້ອງ ໃຫ້ ເພີ້ມການໃຊ້ຈ່າຍເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ ເພື່ອ
ແກ້ໄຂຄວາມອັ່ງ​ອໍຂອງລະບົບການຄົມມະນາຄົມຂົນສົ່ງໃນ
ເອເຊຍ.

ຜູ້ນໍາຂອງຈີນທ່ານນີ້ກ່າວວ່າ ການໃຊ້ຈ່າຍເຂົ້າໃນການພັດທະ
ນາໂຄງລ່າງພື້ນຖານ ຈະ ຊ່ວຍກະຕຸ້ນຄວາມຕ້ອງການພາຍໃນ
ຂອງຈີນ ແລະຈະອໍານວຍໃຫ້ຈີນສາມາດນໍາເຂົ້າສິນຄ້າຈາກຕ່າງປະເທດ ເພີ້ມຂຶ້ນ​ໄດ້ອີກ
10 ພັນ​ຕື້ໂດລາ ຈົນຮອດປີ 2015. ພວກນັກເສດ ຖະສາດທໍານາຍວ່າ ການຂະຫຍາຍໂຕ ຂອງເສດຖະກິດຈີນຈະຫລຸດລົງສູ່​ອັດຕາ 7.5% ໃນປີນີ້ ຊຶ່ງເປັນອັດຕາຂະຫຍາຍຕົວທີ່ຕໍ່າ ທີ່ສຸດຂອງຈີນ ໃນຮອບ 13 ປີຜ່ານມາ.

ທ່ານຫູໃຫ້ຄຳເຫັນວ່າ “ການໃຊ້ຈ່າຍເຂົ້າໃນການພັດທະນາໂຄງລ່າງພື້ນຖານເປັນຂໍກຸນແຈ ທີ່ຈະເສີມຂະຫຍາຍການຟື້ນໂຕຄືນຂອງເສດຖະກິດ ແລະບັນລຸການຂະຫຍາຍໂຕທີ່ ຍືນຍົງ ແລະໝັ້ນຄົງໄດ້”.



ຢູ່ໃນ​ກອງ​ປະຊຸມດຽວກັນນີ້ ທ່ານ​ນາງ ຮິ​ລ​ແລ​ຣີ ຄຼິນຕັນ ລັດຖະ
ມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ​ກໍ​ໄດ້ຍ້ອງຍໍຊົມເຊີຍຣັດເຊຍ ທີ່
ໄດ້​ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກ ຫລື WTO
ໃນເດືອນແລ້ວນີ້ ຊຶ່ງເປັນຂັ້ນ​ຕອນ​ທີ່​ໃຊ້​ເວລາ​ເຖິງ 20 ປີ.

ທ່ານນາງ ຄຼິນຕັນກ່າວວ່າ “ທະນາຄານໂລກຄາດຄະເນວ່າ ໂດຍ
ການຈັດຕັ້ງປະຕິບັດ ພັນທະ​ທີ່ໃຫ້​ໄວ້​ກັບ WTO ຢ່າງມີປະສິດທິ
ຜົນນັ້ນ ຣັດເຊຍກໍ​ຈະສາມາດເພີ້ມຍອດຜະລິດຕະພັນລວມພາຍ
ໃນ ຫລື GDP ຂອງຕົນ ໄດ້ເຖິງ 3% ໃນໄລຍະກາງ ແລະເພີ້ມ
ຂຶ້ນເຖິງ 11% ໃນໄລຍະ ຍາວ. ສະນັ້ນ ການທີ່ໄດ້ເຂົ້າຮ່ວມໃນລະບົບການຄ້າທີ່ມີກົດເກນ ແມ່ນເປັນຜົນດີແກ່ຣັດ ເຊຍ. ພ້ອມກັນນັ້ນ ຄູ່ຄ້າຂອງຣັດເຊຍກໍໄດ້ຮັບຜົນຜະໂຫຍດເຊັ່ນກັນ. ການສົ່ງອອກຂອງອາເມຣິກາ ອາດເພີ້ມຂຶ້ນສອງເທົ່າ ຫລືອາດຮອດສາມເທົ່າ ກໍເປັນໄດ້.”

ທ່ານນາງລັດຖະມົນ​ຕີ​ ຄຼິນຕັນ ຍັງໄດ້ກ່າວເພີ້ມອີກວ່າ ຢູ່ໃນຊ່ວງ 3 ປີທໍາອິດຂອງການບໍລິ
ຫານປະເທດໂດຍລັດຖະບານຂອງທ່ານໂອບາມານັ້ນ ສິນຄ້າຂາອອກຂອງອາເມຣິກາ ໄປຍັງບັນດາປະເທດ APEC ​ໄດ້ເພີ້ມຂຶ້ນ 45%.
XS
SM
MD
LG