ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ນຳຍີ່ປຸ່ນແລະຈີນ ອາດ ບໍ່ໄດ້ພົບກັນ ທີ່ກອງປະຊຸມ APEC (ວີດີໂອ)


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ກ່າວວ່າ ເບິ່ງ
ຊົງວ່າທ່ານຈະບໍ່ມີໂອກາດໄດ້ພົບປະກັບປະທານປະເທດຈີນທ່ານ
ຫູ ຈິນເຖົາ ຢູ່ຂ້າງນອກຂອງກອງປະຊຸມສຸດຍອດອົງການ APEC
ທີ່ປະເທດຣັດເຊຍ ໃນລະຫວ່າງ ທີ່ບັນຫາຂັດແຍ້ງ ກ່ຽວກັບເລື່ອງ
ເຂດນໍ້າແດນດິນລະຫວ່າງປະເທດທັງສອງຍັງມີຄວາມເຄັ່ງຕຶງຢູ່.

ແຕ່ຂະນະດຽວກັນເຈົ້າໜ້າທີ່ຍີ່ປຸ່ນກໍເວົ້າວ່າ ການພົບປະກັນແບບບໍ່ເປັນທາງການອາດ ຈະມີຂຶ້ນ ເວລາພວກຜູ້ນໍາທັງສອງ ໄປຮ່ວມກອງປະຊຸມສຸດຍອດປະຈຳປີ ຂອງອົງການ ຮ່ວມມືທາງດ້ານເສດຖະກິດໃນເຂດເອເຊຍປາຊີຟິກທີ່ນະຄອນ Vladivostok ໃນວັນ ເສົາແລະວັນອາທິດນີ້.

ຄວາມເຄັ່ງຕຶງໃນເຂດທະເລຈີນຕາເວັນອອກກ່ຽວກັບເລື່ອງໝູ່ເກາະທີ່ຮູ້ກັນໃນຍີ່ປຸ່ນວ່າ Senkaku ແລະໃນຈີນວ່າ Diaoyu ນັ້ນ ໄດ້ເຮັດໃຫ້ຄວາມສຳພັນ ລະຫວ່າງສອງປະ ເທດທີ່ມີເສດຖະກິດໃຫຍ່ສຸດໃນເອເຊຍ ຊຸດໂຊມລົງ.

ໃນຕົ້ນອາທິດນີ້ ຈີນໄດ້ປະນາມແຜນການຂອງຍີ່ປຸ່ນທີ່ຈະຊື້ໝູ່ເກາະດັ່ງກ່າວຊຶ່ງຕັ້ງຢູ່ໃກ້ໆ ກັບແຫຼ່ງນໍ້າມັນແລະແກັສທຳມະຊາດສຳຮອງຂະໜາດໃຫຍ່. ນາຍົກລັດຖະມົນຕີ Noda ກ່າວໃນວັນສຸກມື້ນີ້ວ່າ ການເຈລະຈາເພື່ອຈະຊື້ໝູ່ເກາະນີ້ ຈາກເຈົ້າຂອງທີ່ເປັນຄົນຍີ່ປຸ່ນ ນັ້ນ ຍັງດຳເນີນຢູ່ຕໍ່ໄປ.
XS
SM
MD
LG