ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປັ​ກ​​ກິ່ງ ພວມ​ສ້າງ ກຳ​ປັ່ນ ​ບັນ​ທຸກ​ເຮືອ​ບິນ​ໃໝ່ ສອງ​ລ​ຳ


​ກໍ​າ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ຈີນ ຫຼຽວນິງ (Liaoning) ກຳ​ລັງ​ເຝິກ​ຊ້ອມ ທາງ​ທະ​​ຫານ​ ຂອງ ກອງທັບປົດປ່ອຍປະຊາຊົນຈີນ ວັນ​ທີ 18 ເມ​ສາ 2018.
​ກໍ​າ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ຈີນ ຫຼຽວນິງ (Liaoning) ກຳ​ລັງ​ເຝິກ​ຊ້ອມ ທາງ​ທະ​​ຫານ​ ຂອງ ກອງທັບປົດປ່ອຍປະຊາຊົນຈີນ ວັນ​ທີ 18 ເມ​ສາ 2018.

ການ​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ລຳ​ທີສອງ ເຂົ້າ​ປະ​ຈຳ​ການ​ໃນ​ປີນີ້ ແລະ​ການ​ສ້າງ​ກຳ​ປັ່ນ
​ບັນ​ທຸກ​ເຮືອ​ບິນ​ລຳ​ທີ​ສາມ ຈະ​ອຳ​ນວຍ​ໃຫ້​ຈີນ​ ມີ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ລຳນຶ່ງ ປະ​ຈຳ​ຢູ່
​ໃນ​ເຂດທະ​ເລ​ຈີນ​ໃຕ້​ທີ່​ຍັງມີ​ການ​ຂັດ​ແຍ້ງ​ກັນ ນັ້ນ​ຄື​ຄວາມ​ເຊື່ອ​ຂອງ​ພວກ​ນັກຊ່ຽວ​ທາງ
​ດ້ານທະ​ເລ.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ທີ່​ຮູ້​ກັນ​ແຕ່​ພຽງ​ໃນ​ຊື່ 001 ພວມ​ໄດ້​ຮັບ​ການ​ທົດ​ສອບ​ຢູ່​ຈີນກ່ອນ​

ຈະ​ສົ່ງ​ເຂົ້າ​ປະ​ຈຳ​ການ ​ໃນ​ເດືອນ​ກັນ​ຍາ​ປີນີ້. ສ່ວນ​ອີກ​ລຳ​ນຶ່ງ​ທີ່​ພວມ​ສ້າງ​ຢູ່ນັ້ນຈະ​ສົ່ງ
​ເຂົ້າປະ​ຈຳ​ການ​ໃນ​ປີ 2022 ອີງ​ຕາມ​ການຄົ້ນ​ຄວ້າ​ທີ່​ນຳ​ອອກ​ເຜີຍ​ແຜ່ ເມື່ອ​ວັນ​ທີ 7
ພຶດ​ສະ​ພາ ກ່ຽວ​ກັບໂຄງ​ການອຳ​ນາດ​ຂອງ​ຈີນ ໂດຍ​ສູນ​ກາງ​ຍຸດ​ທະ​ສາດ​ແລະ​ການ​
ສຶກ​ສາ​ນາໆ​ຊາດ.

ຈີນ​ມີ​ທ່າ​ທາງວ່າ ຈະ​ໃຫ້​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ຕົນ​ລຳ​ນຶ່ງ ປະ​ຈຳ​ການ​ຢູ່​ໃນ​ທະ​
ເລີຈີນ​ໃຕ້ ອີກ​ລຳ​ນຶ່ງ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ ແລະ​ໃຫ້​ລຳ​ທີ​ສາມ​ເດີນ​ທາງໄປ​ທົ່ວ​
ໂລກ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ໂອ ອາຍ ຊັນ (Oh Ei Sun) ເຈົ້າ​ໜ້າທີ່​ອະ​ວຸ​ໂສທີ່
​ສະ​ຖາ​ບັນ​ກິດ​ຈະ​ການ​ນາໆ​ຊາດ​ຂອງ​ສິງ​ກະ​ໂປ.

ທ່ານ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ພວກ​ເຂົາ ໃນ​ຄວາມ​ເປັນ​ຈິງ​ແລ້ວ ຈະ​ໂຈມ​ຕີ​ຜູ້​
ຄົນ ແຕ່​ແນ່ນອນ ມັນ​ເປັນ​ການ​ສະ​ແດງ​ກຳ​ລັງ​ທີ່​ໜ້າ​ປະ​ທັບ​ໃຈ.”

ຈີນແມ່ນ​ປະ​ເທດ​ທີ່​ມີ​ກອງ​ທັບ​ເຂັ້ມ​ແຂງ​ເປັນອັນ​ດັບ​ສາມ​ຂອງ​ໂລກ. ມີ​ກຳ​ລັງ​ໃນ​ການ​
ຍິງ​ທຳ​ລາຍ​ໂດຍ​ທົ່ວ​ໄປ ຫຼາຍກວ່າ 5 ປະ​ເທດ ທີ່​ພວມ​ແຂ່ງ​ກັນ​ໃນ​ການອ້າງ​ເອົາ​ກຳ​

ມະ​ສິດ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ທີ່ກວ້າງກວ່າ 3 ລ້ານ 5 ແສນ​ກິ​ໂລ​ແມັດມົນ​ທົນ. ສ່ວນ
​ປະ​ເທດອື່ນໆ​ແມ່ນ​ປະ​ກອບ​ດ້ວຍບ​ຣູ​ນາຍ ມາ​ເລ​ເຊຍ ຟີ​ລິບ​ປິນໄຕ້​ຫວັນ ແລະ​
ຫວຽດ​ນາມ.

ກອງ​ທັບ​ເຮືອ​ສະ​ຫະ​ລັດ ໄດ້​ສົ່ງ​ກຳ​ປັ່ນ​ລົບ​ແລ່ນ​ຜ່ານ​ທະ​ເລ​ຈີນ​ໃຕ້ 10 ເທື່ອ​ແລ້ວ
ພາຍ​ໃຕ້​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຊຶ່ງ​ເປັນ
ການ​ເຕືອນ​ຈີນວ່າ ທະ​ເລ​ດັ່ງ​ກ່າວ ​ເປັນນ່​ານ​ນ້ຳ​ສາ​ກົນ. ປັກ​ກິ່ງ ​ເອີ້ນ​ການ​ແລ່ນ
​ຜ່ານຂອງ​ກຳ​ປັ່ນ​ລົບ​ສະ​ຫະ​ລັດ​ວ່າ ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຈີນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG