ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ ຈີນ ກໍ່​ສ້າງ​ເຮືອນ​ໃໝ່​ໃຫ້​ປະ​ຊາ​ຊົນ 349 ຄອບ​ຄົວ ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ລົດ​ໄຟ​ ລາວ-ຈີນ


ບ້ານ​ໃໝ່​ທີ່​ຖືກ​ສ້າງ​ເພື່ອ​ຊົດ​ເຊີຍ​ປະ​ຊາ​ຊົນ​ຍ້ອນ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ສາ​ມາດ​ເຫັນ​ໄດ້​ຢູ່​ເບື້ອງ​ຂວາ​ຂອງ​ຮູບ.
ບ້ານ​ໃໝ່​ທີ່​ຖືກ​ສ້າງ​ເພື່ອ​ຊົດ​ເຊີຍ​ປະ​ຊາ​ຊົນ​ຍ້ອນ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ສາ​ມາດ​ເຫັນ​ໄດ້​ຢູ່​ເບື້ອງ​ຂວາ​ຂອງ​ຮູບ.

ລັດ​ຖະ​ບານ ຈີນ ກໍ່​ສ້າງ​ເຮືອນ​ໃໝ່​ໃຫ້​ປະ​ຊາ​ຊົນ 349 ຄອບ​ຄົວ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ລົດ​ໄຟ​ ລາວ-ຈີນ ໃນ​ຂະ​ນະ​ທີ່ 1,016 ຄອ​ບ​ຄົວ​ຍັງ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ທີ່​ຖືກ​ເວນ​ຄືນ.

ທ່ານ ໄຊ​ຍະ​ບັນ​ດິດ ອິນ​ສີ​ຊຽງ​ໃໝ່ ຮອງ​ຫົວ​ໜ້າ​ຄຸ້ມ​ຄອງ​ໂຄງ​ການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃຫ້​ປະ​ຊາ​ຊົນ ລາວ ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ລົດ​ໄຟ ລາວ-ຈີນ ຖະ​ແຫຼງວ່າ​ລັດ​ຖະ​ບານ ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລັດ​ຖະ​ບານ ລາວ ໃນ​ມູນ​ຄ່າ 221.89 ລ້ານ​ຢວນ ເພື່ອ​ນຳ​ໃຊ້​ໃນ​ການ​ກໍ່​ສ້າງ​ບ້ານ​ຈັດ​ສັນ ແລະ ເຮືອນ​ໃໝ່​ໃຫ້​ປະ​ຊາ​ຊົນ 349 ຄອບ​ຄົວ​ຢູ່​ເຂດ 4 ບ້ານ​ຄື​ບ້ານ​ນາ​ເຕີຍ​ກັບ​ບ້ານ​ນາ​ໝໍ້​ໃຕ້ ໃນ​ແຂວງຫຼວງ​ນ້ຳ​ທາ ບ້ານ​ນາ​ຟົກ ໃນ​ແຂວງ​ອຸ​ດົມ​ໄຊ ແລະ ບ້ານບວມ​ອໍ້​ໃນ​ແຂວງຫຼວງ​ພະ​ບາງ ດຳ​ເນີນ​ການ​ໂດຍ​ບໍ​ລິ​ສັດ​ຮັບ​ເໝົາ​ຈາກ ຈີນ ທັງ​ໝົດ​ໃນ​ນີ້​ຍັງ​ລວມ​ເຖິງ​ການ​ກໍ່​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ​ຢ່າງ​ຄົບ​ຊຸດ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ໄຊ​ຍະ​ບັນ​ດິດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ລັດ​ຖະ​ບານ ສ​ປ. ຈີນ ເຫັນ​ດີ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່​ລັດ​ຖະ​ບານ ລາວ ມູນ​ຄ່າ 221.89 ລ້ານຢວນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ບ້ານ​ຈັດ​ສັນ 4 ແຫ່ງ​ຢູ່ 3 ແຂວງ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ລວມ​ທັງ​ໝົດ 349 ຫຼັງ​ຄາ​ເຮືອນ ໃນ​ນັ້ນ​ລວມ​ທັງ​ໂຮງ​ຮຽນ​ອະ​ນຸ​ບານ, ໂຮງ​ຮຽນ​ປະ​ຖົມ, ສຸກ​ສາ​ລາ, ເດີ່ນ​ກິດ​ຈະ​ກຳ​ຂະ​ໜາດ​ນ້ອຍ, ເສັ້ນ​ທາງ​ເຂົ້າ​ໝູ່​ບ້ານ, ເສັ້ນ​ທາງ​ຢູ່​ພາຍ​ໃນ​ໝູ່​ບ້ານ, ການ​ສະ​ໜອງ​ນ້ຳ​ປະ​ປາ, ໄຟ​ຟ້າ, ໂທ​ລະ​ພາບ​ດິ​ຈິ​ຕອ​ລ ແລະ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ອື່ນໆ.”

ທັງ​ນີ້​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ລາວ ໄດ້​ສົ່ງ​ຜົນ​ກະ​ທົບ ແລະ ເຮັດ​ໃຫ້​ຕ້ອງ​ດຳ​ເນີນ​ການ​ເວນ​ຄືນ​ທີ່​ດິນ, ສິ່ງ​ປູກ​ສ້າງ ແລະ ຍົກ​ຍ້າຍ​ປະ​ຊາ​ຊົນ ລາວ ໄປ​ຢູ່​ໃນ​ເຂດ​ຈັດ​ສັນ​ໃໝ່​ຈຳ​ນວນ​ທັງ​ໝົດ 6,333 ຄອບ​ຄົວ ຊຶ່ງ​ໃນ​ນີ້​ສາ​ມາດ​ຕົກ​ລົງ ແລະ ຈ່າຍ​ເງິນ​ຊົດເຊີຍ​ຢ່າງ​ຄົບ​ຖ້ວນ​ຕາມ​ລະ​ບຽບ​ການ​ຂອງ​ລັດ​ຖະ​ບານແລ້ວ 5,272 ຄອບ​ຄົວ ຄິດ​ເປັນ​ມູນ​ຄ່າ​ການ​ຊົດ​ເຊີຍ​ລວມ 1,436.11 ຕື້​ກີບ ຈຶ່ງ​ຍັງ​ເຫຼືອ​ອີກ 1,016 ຄອບ​ຄົວ​ທີ່​ຍັງ​ບໍ່​ຍອມ​ຮັບ​ເອົາ​ເງິນ​ຊົດ​ເຊີຍ​ໃນ​ມູນ​ຄ່າ​ລວມ 279.98 ຕື້​ກີບ​ເນື່ອງ​ຈາກ​ເຫັນ​ວ່າ​ເປັນ​ການ​ຊົດ​ເຊີຍ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ.

ປະ​ຊາ​ຊົນ​ລາວ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ນວນ 6,333 ຄອບ​ຄົວ​ດັ່ງ​ກ່າວ​ຢູ່​ໃນ​ເຂດ 13 ເມືອງ​ຂອງ​ແຂວງຫຼວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫຼວງ​ພະ​ບາງ, ວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ ຊຶ່ງ​ມີ​ທີ່​ດິນ​ຖືກ​ເວນ​ຄືນ 3,832 ເຮັກ​ຕາ, ສິ່ງ​ປູກ​ສ້າງ 3,346 ຫຼັງ, ຕົ້ນ​ໄມ້​ກວ່າ 1 ລ້ານ​ຕົ້ນ ຫາກ​ແຕ່​ວ່າ​ກໍ​ຍັງ​ປາ​ກົດ​ມີ​ການ​ຊັກ​ຊ້າ​ໃນ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ເລື້ອຍ​ມາ ໂດຍ​ການ​ຊົດ​ເຊີຍ​ຢູ່​ທີ່​ແຂວງຫຼວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫຼວງ​ພະ​ບາງ​ນັ້ນ​ມີ​ອັດ​ຕາ​ສ​ະ​ເລ່ຍ 11,000-80,000 ກີບ​ຕໍ່​ຕາ​ແມັດ ສ່ວນ​ທີ່​ແຂວງວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ ໄດ້​ຊົດ​ເຊີຍ​ໃນ​ອັດ​ຕາ​ສະ​ເລ່ຍ 15,000-137,000 ກີບ​ຕໍ່​ຕາ​ແມັດ ໃນ​ຂະ​ນະ​ທີ່​ກຸ່​ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ ສະ​ເໜີ​ລາຍ​ງານ​ວ່າ​ທີ່​ດິນຢູ່​ໃນ​ເຂດ​ເມືອງ​ນາ​ຊາຍ​ທອງ ມີ​ລາ​ຄາ​ສະ​ເລ່ຍ​ທີ່ 1.3 ລ້ານ​ກີບ​ຕໍ່​ຕາ​ແມັດ ແຕ່​ກໍ​ມີ​ການ​ຊົດ​ເຊີຍ​ທີ່​ລາ​ຄາ​ສະ​ເລ່ຍ 137,000 ກີບ​ຕໍ່​ຕາ​ແມັດຫຼື​ຄິດ​ເປັ​ນ​ພຽງ​ແຕ່ 10 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ລາ​ຄາ​ທີ່​ດິນ​ຕົວ​ຈິງ​ໃນ​ປັດ​ຈຸ​ບັນ.

ສ່ວນ​ທ່ານ ອູ່​ຕາ​ແກ້ວ ແກ້ວດວງ​ສິນ ຫົວ​ໜ້າ​ກົມ​ສົ່ງ​ເສີມ​ຄຸ້ມ​ຄອງ​ການ​ລົງ​ທຶນ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຖະ​ແຫຼງວ່າ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ຈຳ​ກັດ ຄື​ພາກ​ສ່ວນ​ທີ່​ໄດ້​ຮັບ​ສິດໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ສະ​ຖາ​ນີ​ລົດ​ໄຟ ແລະ ເຂດ​ທີ່​ຕໍ່​ເນື່ອງ​ກັບ​ສະ​ຖາ​ນີ​ລົດ​ໄຟ 4 ແຫ່ງ​ຄື ສະ​ຖາ​ນີ​ນະ​ຄອນຫຼວງວຽງ​ຈັນ, ສະ​ຖາ​ນີ​ວັງ​ວຽງ, ສະ​ຖາ​ນີຫຼວງ​ພະ​ບາງ ແລະ ສະ​ຖາ​ນີ​ເມືອງ​ໄຊ​ໃນ​ແຂວງ​ອຸ​ດົມ​ໄຊ ຊຶ່ງ​ເປັນ​ສະ​ຖາ​ນີ​ຂະ​ໜາດ​ໃຫຍ່​ທີ່​ມີ​ຄວາມ​ສຳ​ຄັນ​ທັງ​ໃນ​ດ້ານ​ການ​ຂົນ​ສົ່ງ ແລະ ໂດຍ​ສານ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອ​ງ​ທ່ຽວ ແລະ ການ​ບໍ​ລິ​ການ​ຢ່າງ​ຄົບ​ວົງ​ຈອນ​ໂດຍ​ພື້ນ​ທີ່​ໃນ​ເຂດ​ສະ​ຖາ​ນີ​ລົດ​ໄຟ​ທັງ 4 ແຫ່ງ​ດັ່ງ​ກ່າວບໍ່​ໄດ້​ລວມ​ຢູ່​ໃນ​ມູນ​ຄ່າ​ການ​ລົງ​ທຶນ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ແຕ່​ກໍ​ໃຫ້​ຖື​ເປັນ​ສິນ​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ພຽງ​ຜູ້​ດຽວ​ທີ່​ຈະ​ເກັບ​ເອົາ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ພື້ນ​ທີ່​ຕໍ່​ເນື່ອງ​ກັບ​ສະ​ຖາ​ນີ​ລົດ​ໄຟ​ທັງ 4 ແຫ່ງ​ນັ້ນ ແຕ່​ຈະ​ຕ້ອງ​ທົດ​ແທນ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ທີ່​ຈະ​ຖືກ​ເວນ​ຄືນ​ຕາມ​ກົດ​ໝາຍ​ຂອງ​ລາວ​ຢ່າງ​ຄົບ​ຖ້ວນ​ດ້ວຍ.

ທັງ​ນີ້​ບໍ​ລິ​ສັດ​ຮ່ວມ​ທຶນ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ໄດ້​ຮັບ​ສິດໃນ​ການ​ເວນ​ຄືນ​ທີ່​ດິນ​ທີ່​ຕໍ່​ເນື່ອງ​ກັບ​ສະ​ຖາ​ນີ​ນະ​ຄອນຫຼວງວຽງ​ຈັນ 1,000 ເຮັກ​ຕາ, ສະ​ຖາ​ນີ​ເມືອງ​ໄຊ​ 1,000 ເຮັກ​ຕາ, ສະ​ຖາ​ນີ​ວັງ​ວຽງ 500 ເຮັກ​ຕາ ແລະ ສະ​ຖາ​ນີຫຼວງ​ພະ​ບາງ 500 ເຮັກ​ຕາ ຊຶ່ງ​ແນ​ໃສ່​ການ​ເຊື່ອມ​ຕໍ່​ລະ​ບົບ Logistic ລະ​ຫວ່າງ​ລາວ-ຈີນ ແລະ ອາ​ຊຽນຢາງ​ຄົບ​ວົງ​ຈອນ​ໃຫ້​ໄດ້​ພາຍ​ໃນ​ປີ 2030 ເປັນ​ຢ່າງ​ຊ້າ.

XS
SM
MD
LG