ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ກຳລັງສ້າງ ລູກສອນໄຟ ຂີປະນາວຸດ ທີ່ມີອານຸພາບ ສູງກວ່າເກົ່າ


ຈີນ ແຫ່ຂະບວນຂີປະນາວຸດຢູ່ທີ່ປະຕູ ເຕຍນານເມັນ ເພື່ອສະເຫຼີມສະຫຼອງວັນຄົບຮອບ 60 ປີຂອງປະເທດຈີນ ໃນນະຄອນຫຼວງປັກກິ່ງ.
ຈີນ ແຫ່ຂະບວນຂີປະນາວຸດຢູ່ທີ່ປະຕູ ເຕຍນານເມັນ ເພື່ອສະເຫຼີມສະຫຼອງວັນຄົບຮອບ 60 ປີຂອງປະເທດຈີນ ໃນນະຄອນຫຼວງປັກກິ່ງ.

ປະເທດ ຈີນ ກຳລັງສ້າງລູກສອນໄຟຂີປະນາວຸດທີ່ມີອານຸພາບ ສູງຂຶ້ນ, ເພື່ອຢັ້ງຢືນເຖິງອຳນາດ ອະທິປະໄຕຂອງຕົນ ໃນເຂດ ນ່ານນ້ຳ ທີ່ກຳລັງມີບັນຫາ ຢູ່ທະເລ ຈີນໃຕ້ ແລະ ທະເລ ຈີນ ຕາເວັນອອກ. Shannon Van Sant ມີລາຍງານຈາກ ຮອງກົງ ແລະ ພຸດທະສອນ ດວງພູມີ ຈະນຳເອົາລາຍລະອຽດມາສະເໜີ ຕໍ່ທ່ານ.

ບົດລາຍງານຂອງກະຊວງປ້ອງກັນປະເທດ ສະຫະລັດ ໄດ້ກ່າວວ່າ ຈີນ ກຳລັງພັດທະນາຄວາມ ສາມາດດ້ານລູກສອນໄຟ ໂດຍສາມາດ ຕິດຕັ້ງຫົວລະເບິດນິວເຄຼຍຂະໜາດນ້ອຍຫຼາຍຫົວໃສ່ ກັບລູກສອນໄຟ ຂີປະນາວຸດຂອງພວກເຂົາ. ຈີນ ປະສົບຜົນ ສຳເລັດໃນຂະບວນການດັ່ງກ່າວນີ້ ມາຕັ້ງແຕ່ ຊຸມປີ 1990, ແຕ່ຂະບວນການປະຕິຮູບກຳລັງລູກສອນ ໄຟທັນສະໃໝຂອງພວກເຂົາ ໃນປະຈຸບັນນີ້ ໄດ້ເຮັດໃຫ້ມີຄວາມເປັນຫ່ວງເປັນໄຍ ກ່ຽວກັບ ການແຂ່ງຂັນດ້ານ ອາວຸດໃນພາກ ພື້ນເອເຊຍ. ທ່ານ Hans Kristensen ຫົວໜ້າໂຄງການ ກ່ຽວກັບໂຄງການ ຂໍ້ມູນດ້ານນິວເຄຼຍ ຢູ່ສະຫະພັນນັກວິທະຍາສາດ ອາເມຣິກັນ ໄດ້ເວົ້າວ່າ:

“ນີ້ແມ່ນຜົນກະທົບທາງອ້ອມທີ່ຮ້າຍແຮງ ຂອງການເຮັດໃຫ້ ອາວຸດນິວເຄຼຍມີຄວາມ ທັນສະໄໝ ຊຶ່ງມັນມີແນວໂນ້ມທີ່ຈະກະຕຸ້ນ ຫລືສະທ້ອນຮູບແບບຄວາມທັນສະໄໝ ຂອງມັນໃນອະນາຄົດ. ດັ່ງນັ້ນ ຄົນໃດຄົນໜຶ່ງຈະຕ້ອງໄດ້ ລະມັດລະວັງແທ້ໆ. ເມື່ອເຈົ້າຖາມ ບັນດາປະເທດເຫຼົ່ານີ້, ພວກເຂົາຈະຕອບວ່າມັນບໍ່ມີຫຍັງ ຫຼາຍປານໃດ ແລະ ມັນກໍບໍ່ມີຄວາມສຳຄັນຫລາຍປານໃດດອກ, ແຕ່ວ່າ ຜົນກະທົບຂອງມັນຈະເພີ່ມ ຂຶ້ນໄປເລື້ອຍໆ.”

ອີງຕາມກະຊວງປ້ອງກັນປະເທດຂອງສະຫະລັດ ຫຼື Pentagon, ຈີນ ໄດ້ປັບປຸງການອອກ ແບບກຳລັງຂອງລູກສອນໄຟຂີປະນາວຸດ DF-5 20 ລູກເພື່ອຕິດຕັ້ງຫົວລະເບີດຫຼາຍຫົວ ຊຶ່ງເຮັດໃຫ້ຍາກຕໍ່ການສະກັດກັ້ນຫລາຍຂຶ້ນກວ່າເກົ່າ. ຕອນນີ້ ຈີນມີຄວາສາມາດແນເປົ້າ ໃສ່ສະຫະລັດ ດ້ວຍຫົວລະເບີດຫລາຍກວ່າ 40 ລູກ. ດັ່ງທີ່ນັກວິເຄາະອາເມຣິກັນ ໄດ້ກ່າວໄວ້.

ການເພີ່ມຄວາມສາມາດດ້ານການທະຫານ ເຮັດໃຫ້ມີຄວາມເປັນຫ່ວງ ກ່ຽວກັບ ການທີ່ ຈີນ ອ້າງວ່າຕົນໄດ້ເພີ່ມການໃຊ້ຈ່າຍ ດ້ານການທະຫານ ຊຶ່ງມີຈຸດປະສົງເພື່ອການປ້ອງກັນໂຕ ເທົ່ານັ້ນ. ທ່ານ Wang Dong ອາຈານສາຂາວິຊາພົວພັນຕ່າງປະເທດຢູ່ ມະຫາວິທະຍາໄລ ປັກກິ່ງ ໄດ້ກ່າວໂຕ້ຕອບວ່າ ກອງທັບ ຈີນ ແມ່ນຍັງຫຼ້າຫຼັງຫຼາຍປະເທດ ກ່ຽວກັບດ້ານ ເທັກໂນໂລຈີ ແລະ ຄວາມສາມາດ.

ທ່ານ Wang Dong ກ່າວວ່າ “ຄວາມສາມາດທາງດ້ານຍຸດທະສາດຂອງ ຈີນ ທີ່ແທ້ແລ້ວ ຍັງທຽບກັບ ສະຫະລັດ ຫຼື ຣັດເຊຍ ບໍ່ໄດ້ເລີຍ.”

ການຍົກລະດັບຂອງ ກຳລັງລູກສອນໄຟຂີປະນາວຸດຂອງ ຈີນ ແມ່ນການເພີ່ມຄວາມໝັ້ນໃຈ ຂອງຕົນໃນທະເລຈີນໃຕ້, ເຊິ່ງມີ ຫຼາຍປະເທດໃນ​ເອເຊຍໄດ້ອ້າງເອົາກຳມະສິດ. ສະຫະລັດ ໄດ້ກ່າວວ່າ ຕົນຈະສົ່ງເຮືອລົບ ແລະ ເຮືອບິນສອດແນມເຂົ້າໄປໃນຂົງເຂດທີ່ ມີຄວາມຂັດແຍ່ງ, ຊຶ່ງເປັນນ່ານນ້ຳ ທີ່ມີຄວາມເປັນໄປໄດ້ວ່າ ອຸດົມສົມບູນໄປດ້ວຍຊັບ ພະຍາກອນ ທຳມະຊາດ. ທ່ານ Carl Thayer ອາຈານສອນ ທີ່ໂຮງຮຽນ ການທະຫານ ອອສເຕຣເລຍ ໄດ້ກ່າວວ່າ:

“ຈີນ ໃນກິດຈະກຳກໍ່ສ້າງຖົມດິນຂອງຕົນ ແມ່ນໄດ້ເຮັດໃນອັນທີ່ ຂ້ອຍລາຍງານກ່ຽວກັບ ບັນຫາກ່ອນໜ້ານີ້ ວ່າ ເປັນການຕັດໝາກຫົວ ໃຈທາງທະເລ ໃນເອເຊຍຕາເວັນອອກ ສຽງໃຕ້ ແລະ ໃນຄວາມເປັນຈິງແລ້ວການຖົມດິນ ເຊິ່ງກຳລັງດຳເນີນຢູ່ໃນເຈັດເກົາະນີ້ ແມ່ນໄດ້ ຢຸດ ແລ້ວຢູ່ໃນສີ່ເກາະ ເພາະວ່າ ພວກເຂົາໄດ້ສຳເລັດໄລຍະຂອງໂຄງການ ດັ່ງກ່າວແລ້ວ, ແລະ ຕອນນີ້ພວກເຂົາກຳລັງ ກໍ່ສ້າງພື້ນຖານ ໂຄງລ່າງໃສ່ ລວມມີ ຕຶກສາມຊັ້ນ ແລະ ທາງ ແລ່ນຂອງເຮືອບິນຍາວ 1,000 ແມັດ”.

ເຕັກໂນໂລຈີເພື່ອຕິດຕັ້ງຫົວວລະເບີດນິວເຄລຍໃສ່ລູກສອນໄຟຂີປະນາວຸດ ໄດ້ຖືກຈຳກັດ ໄວ້ໂດຍ ສົນທິສັນຍາອາວຸດຍຸດທະສາດ ທີ່ຮູ້ກັນໃນນາມວ່າ SALT II, ທີ່ໄດ້ເຊັນກັນໃນປີ 1979. ມີພຽງແຕ່ ອາເມຣິກາ ແລະ ຣັດເຊຍ ເທົ່ານັ້ນ ທີ່ມີເຮືອດຳນ້ຳບັນຈຸລູກສອນໄຟ ຂີປະນາວຸດທີ່ມີຫົວລະເບີດນິວເຄລຍຫຼາຍຫົວ. ຝຣັ່ງແລະ ອັງກິດ ກໍ່ມີຂີປະນາວຸດທີ່ມີ ຄວາມສາມາດດັ່ງກ່າວນີ້ເຊັ່ນກັນ.

XS
SM
MD
LG