ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ມີຄວາມຫວັງ ໄປໃນແງ່ດີ ຕໍ່ການພົບປະ ລະຫວ່າງ ເກົາຫຼີເໜືອ ກັບ ເກົາຫຼີໃຕ້


ທັງສອງຄົນ ຖືທຸງຊາດ ເກົາຫຼີທີ່ເປັນເອກກະພາບ ໃນລະຫວ່າງ ການໂຮມຊຸມນຸມ ສະໜັບສະໜຸນ ການທ້ອນໂຮມເກົາຫຼີ ກ່ອນການພົບປະສຸດຍອດ.
ທັງສອງຄົນ ຖືທຸງຊາດ ເກົາຫຼີທີ່ເປັນເອກກະພາບ ໃນລະຫວ່າງ ການໂຮມຊຸມນຸມ ສະໜັບສະໜຸນ ການທ້ອນໂຮມເກົາຫຼີ ກ່ອນການພົບປະສຸດຍອດ.

ຈີນພວມຈັບຕາ ດ້ວຍຄວາມຈົດຈໍ່ ເບິ່ງການພົບປະ ຄັ້ງປະຫວັດສາດ ໃນອາທິດນີ້ລະ
ຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ໂດຍຫວັງວ່າ ຈະມີການເອົາບາດກ້າວທີ່ສຳຄັນໄປສູ່ ການສ້າງສັນຕິພາບຢູ່ໃນແຫຼມເກົາຫລີ ແຕ່ໃນຂະນະດຽວກັນກໍມີຄວາມເປັນຫ່ວງກັງ
ວົນທີ່ພວກນັກວິເຄາະເວົ້າວ່າ ກ່ຽວກັບບົດບາດທີ່ຈີນຈະມີໃນຂະນະທີ່ການເຈລະຈາ ກ້າວໄປຂ້າງໜ້າ.

ການຈະລະຈາໂດຍກົງ ໃນວັນສຸກມື້ອື່ນ​ ແລະການພົບປະສຸດຍອດ ລະຫວ່າງປະທາ
ນາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳ ຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ບໍ່ດົນຕໍ່ຈາກນັ້ນ ໄດ້ພາໃຫ້ມີຄວາມຫວັງ ຕໍ່ການມີສັນຕິພາບ. ແຕ່ໃນຂະນະດຽວກັນ ມັນກໍໝາຍຄວາມວ່າ ປັກກິ່ງຕ້ອງໄດ້ຖອຍຄືນ ນຶ່ງກ້າວ ແລະຈັບຕາເບິ່ງ ບັນຫາທີ່ສຳ
ຄັນ ດ້ານຄວາມໝັ້ນຄົງຢູ່ໃນຂົງເຂດແລະບັນຫາພູມສາດການເມືອງ ຈາກໄລຍະທີ່ຢູ່
ຫ່າງອອກໄປ.

ທ່ານລູ ຈາວ ນັກຊ່ຽວຊານ ກ່ຽວກັບເກົາຫຼີເໜືອ ຢູ່ທີ່ສະຖາບັນສັງຄົມສຶກສາຫຼຽວໜິງ
ກ່າວວ່າ ຈີນແມ່ນມີຄວາມຫວັງວ່າ ເກົາຫຼີເໜືອແລະເກົາຫຼີໃຕ້ ຈະເຮັດໃຫ້ແຫຼມເກົາຫຼີ
ມີສະຖຽນລະພາບຕື່ມຂຶ້ນ.

ທ່ານລູ ເວົ້າວ່າ “ນອກນັ້ນ ພວກເຮົາຍັງມີຄວາມເປັນຫ່ວງ ຍ້ອນວ່າ ເກົາຫຼີເໜືອແລະ
ເກົາຫຼີໃຕ້ ໄດ້ຜິດຂ້ອງຕ້ອງຖຽງກັນມາເປັນເວລາດົນກວ່າ 50 ປີ ແລະນັ້ນໄດ້ພາໃຫ້ ເກີດຄວາມເຫັນທີ່ແຕກຕ່າງກັນຢ່າງໃຫຍ່ຈຳນວນນຶ່ງ ທີ່ບໍ່ສາມາດແກ້ໄຂໄດ້ໃນການ ພົບປະພຽງນຶ່ງຄັ້ງ.”

ສາສະດາຈານສະຕີຟ ຊັງ (Steve Tsang) ຜູ້ອຳນວຍການສະຖາບັນຈີນທີ່ໂຮງຮຽນ ການສຶກສາກ່ຽວກັບຕາເວັນອອກໄກແລະອາຟຣິກາກ່າວວ່າ ຈີນຫວັງວ່າ ການພົບປະ ໃນວັນສຸກມື້ອື່ນນີ້ ຈະແຜ້ວທາງໄປສູ່ກອງປະຊຸມສຸດຍອດທີ່ສຳເລັດຜົນ ລະຫວ່າງປະ
ທານາທິບໍດີທຣຳ ແລະທ່ານກິມ. ທ່ານກ່າວຕື່ມວ່າ ປັກກິ່ງຈະຊອກຫາຊ່ອງທາງທີ່ຕົນ ສາມາດປະກອບສ່ວນໃນບົດບາດທີ່ສຳຄັນຢູ່ໃນກິດຈະການຂອງແຫຼມເກົາຫຼີ.

ສາສະດາຈານສະຕີຟ ຊັງ “ລັດຖະບານຈີນ ຂ້າພະເຈົ້າຄິດວ່າ ແມ່ນກະຕືລືລົ້ນ ເພື່ອ
ຢາກໃຫ້ເປັນທີ່ແນ່ໃຈວ່າ ຈີນຈະຖືກເບິ່ງກັນວ່າ ເປັນຜູ້ມີບົດບາດອັນສຳຄັນໃນການ
ແກ້ໄຂຂັ້ນສຸດທ້າຍ. ພວກເຂົາເຈົ້າບໍ່ມີຄວາມຮັບຢາກຮັບຜິດຊອບຕໍ່ການພົບປະໃດໆ
ກໍຕາມ ຂອງພວກຜູ້ນຳເຫຼົ່ານີ້ທີ່ບໍ່ໄດ້ເປັນໄປດ້ວຍດີ ແຕ່ເຂົາເຈົ້າກໍບໍ່ຢາກຖືກຈັດວ່າບໍ່
ມີສ່ວນຮ່ວມເລີຍ.”

ເພື່ອໃຫ້ເປັນທີ່ແນ່ໃຈວ່າ ເລື້ອງດັ່ງກ່າວບໍ່ໄດ້ເກີດຂຶ້ນ ປັກກິ່ງ ໃນເດືອນແລ້ວນີ້ ຈຶ່ງໄດ້ ຈັດໃຫ້ຕົນເອງກັບຄືນເຂົ້າໄປມີບົດບາດກ່ຽວກັບເຫດການປ່ຽນແປງທີ່ສຳຄັນໃນແຫຼມ
ເກົາຫຼີ ໂດຍເອົາບາດກ້າວແບບທີ່ບໍ່ເຄີຍມີມາກ່ອນ ເພື່ອຄ້ຳປະກັນ ໃຫ້ມີການພົບປະ ກັບຜູ້ນຳເກົາຫຼີເໜືອທ່ານກິມ ຈົງ ອຶນ ທີ່ໄດ້ໄປຢ້ຽມຢາມຈີນເປັນຄັ້ງທຳອິດນັບແຕ່ໄດ້ ເຂົ້າກຳອຳນາດ. ພວກນັກວິເຄາະເວົ້າວ່າ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຄາດ
ວ່າ ຈະເດີນທາງໄປຢ້ຽມຢາມເກົາຫຼີເໜືອໃນລະດູຮ້ອນປີນີ້ ຫລັງຈາກທ່ານກິມພົບປະ ກັບປະທານາທິບໍດີທຣຳແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG