ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ​​ທວງໃຫ້ຍີ່ປຸ່ນປ່ອຍກັບຕັນ​​ເຮືອ ຫາ​ປາຂອງຕົນ


Dan sećanja na žrtve zemljotresa i potonjeg cunamija 11. marta 2011. u Fukušimi. U katastrofalnom zemljotresu život je izgubilo ili zauek nestalo skoro 19 hiljada ljudi.
Dan sećanja na žrtve zemljotresa i potonjeg cunamija 11. marta 2011. u Fukušimi. U katastrofalnom zemljotresu život je izgubilo ili zauek nestalo skoro 19 hiljada ljudi.

ຈີນ​ໄດ້​ທວງໃຫ້ຍີ່ປຸ່ນປ່ອຍກັບຕັນເຮືອຫາ​ປາ ລໍາທີ່ຍີປຸ່ນ​
ໄດ້ຈັບ​ເອົາ​ໄປນັ້ນ ຫລັງ​ຈາກ​ທີ່​ຍີ່ປຸ່ນ​ໄດ້​ປ່ອຍ​ລູກ​ເຮືອ 14
ຄົນ ໃນ​ວັນ​ຈັນ​ມື້​ນີ້.

ທາງ​ກະ​ຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ອອກ​ຖະ​ແຫລງ​ການ​
ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້ນີ້ ຮຽກຮ້ອງໃຫ້ຍີ່​ປຸນປ່ອຍກັບຕັນ​ເຮືອ
ໂດຍ​ທັນທີ ​ໂດຍ​ກ່າວວ່າ​ຜູ້ກ່ຽວໄດ້​ຖືກ​ຄຸມ​ຕົວໄວ້ຢ່າງ​ຜິດ
ກົດ​ໝາຍ.

ພວກ​ລູກ​ເຮືອ​ທັງ 14 ຄົນ ​ໄດ້ຖືກ​ສົ່ງ​ກັບ​ຄືນ​ເມືອ​ປະ​ເທດ ​ນໍາ​ຖ້ຽວບິນເຊົ່າ​ຂອງ​ຈີນ ​ຫຼັງ​ຈາກ​ຖືກ​ປ່ອຍ​ຕົວ​ແລ້ວ. ​ອົງ ການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນລາຍ​ງານວ່າ ສ່ວນເຮືອ​ຫາ​ປາ​ນັ້ນ ກໍ​ແມ່ນ​ວ່າ​ກຳລັງ​ ເດີນທາງ​ກັບ​ຈີນເຊັ່ນ​ກັນ.

ທາງ​ການຍີ່​ປຸນ​ໄດ້​ກັກ​ຕົວ​ກັບຕັນ​ແລະ​ລູກ​ເຮືອ​ 14 ຄົນ ຫລັງ​ຈາກ​ທີ່ເຮືອຫາ​ປາ​ລໍາ​ນັ້ນ ໄດ້​ແລ່ນ​ໄປຕຳ​ກັບ​ເຮືອ​ລາດຕະ​ເວນ​ຍາມ​ຝັ່ງ​ຂອງ​ຍີ່​ປຸ່ນ​ ໃນ​ວັນ​ອັງຄານ​ແລ້ວ​ນີ້ ຢູ່​ໃກ້ໆກັບເກາະດອນ​ຈຳນວນ​ນຶ່ງ ໃນ​ເຂດ​ທະ​ເລ​ຈີນຕາ​ເວັນ​ອອກ​ ທີ່​ທັງ​ສອງ​ຝ່າຍຕ່າງ​ກໍອ້າງເອົາກໍາ ມະສິດນັ້ນ.

ເຫດການນີ້​ໄດ້​ກໍ່​ໃຫ້​ເກີດ​ການ​ຜິດ​ຖຽງ​ກັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ຊຶ່ງ​ທາງຈີນ
ໄດ້​ຍົກເລີກແຜນ​ການທີ່​ຈະ​ທໍາ​ການສົນທະ​ນາ​ຫາລືກັນ ກ່ຽວ​ກັບບໍ່ນໍ້າມັນແລະແກ໊ສສໍາລອງ ໃນ​ເຂດ​ທະ​ເລ​ຈີນຕະ​ເວັນ​ອອກ​ ທີ່​ທັງ​ສອງ​ຝ່າຍ​ຍາດ​ແຍ່ງ​ກັນ​ນັ້ນ​.

XS
SM
MD
LG