ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກຂຸດຖ່ານຫີນຕົກຄ້າງໃນຊີເລ


ລັດຖະມົນຕີສາທາລະນະສຸກຂອງຊີເລ ກ່າວວ່າ ພວກຂຸດ ຖ່ານຫີນ 5 ຄົນ ຂອງຈຳນວນທັງໝົດ 33 ຄົນ ທີ່ຍັງຕົກ ຄ້າງຢູ່ໃຕ້ພື້ນດິນ ມາໄດ້ 3 ອາທິດແລ້ວນັ້ນ ກຳລັງດີ້ນຮົນ ຕໍ່ສູ້ກັບຄວາມອຸກມົກອຸກໃຈ.

ທ່ານ Jaime Manalich ໄດ້ກ່າວເຖິງພວກຜູ້ຊາຍ 5 ຄົນນີ້ວ່າ ຢູ່ຢ່າງໂດດດ່ຽວແລະກິນເຂົ້າກໍບໍ່ແຊບ. ທ່ານ ເວົ້າວ່າ ຈິດຕະແພດຈະພະຍາຍາມ ໃຫ້ການປິ່ນປົວບຸກ ຄົນທັງ 5 ໂດຍຜ່ານທາງລະບົບອິນເຕີຄອມ ທີ່ໄດ້ຢ່ອນ ລົງໄປໃຫ້ພວກຂຸດຖ່ານຫີນ ທີ່ຍັງຕົກຄ້າງນັ້ນ.

ພວກກູ້ໄພພວມກະກຽມ ທີ່ຈະເຈາະຮູລົງໄປ ໃນການດຳເນີນຄວາມພະຍາຍາມ ເພື່ອຈະ ຊ່ອຍເອົາພວກຂຸດຖ່ານຫີນທີ່ຍັງຕົກຄ້າງ ນັບແຕ່ບໍ່ຖ່ານຫີນດັ່ງກ່າວໄດ້ພັງລົງນັ້ນ ຂຶ້ນມາ.

ເຈົ້າໜ້າທີ່ກ່າວໃນມື້ວັນສຸກວານນີ້ວ່າ ເປັນທີ່ຄາດກັນວ່າ ການເຈາະຮູຈະເລີ້ມຂຶ້ນ ພາຍໃນ ສອງສາມມື້ຂ້າງໜ້ານີ້ ແລະຈະໃຊ້ເວລາ ປະມານ 4 ເດືອນ.

ຮູບວີດີໂອທີ່ຖ່າຍໂດຍພວກຂຸດຖ່ານຫີນ ໄດ້ມີການອອກອາກາດຢູ່ໃນທົ່ວໂລກ. ພວກ ຂຸດຖ່ານຫີນ ສ່ວນໃຫຍ່ ທີ່ຢູ່ໃນວີດີໂອນັ້ນ ບໍ່ໄດ້ພາກັນໃສ່ເສື້ອ ແລະມີໜວດເຕັມໜ້າ. ມີຈຳນວນນຶ່ງໄດ້ກ່າວໃສ່ ກ້ອງຖ່າຍຮູບທີ່ສົ່ງລົງໄປນັ້ນ.

XS
SM
MD
LG