ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເດັກນ້ອຍອົບພະຍົບລາວ ພະຍາຍາມບັນລຸ ຄວາມຝັນຂອງ ອາເມຣິກັນ


Child of Lao Refugees Reaches for the American Dream
please wait

No media source currently available

0:00 0:02:23 0:00

​ຢູ່ໃນ​ສະຫະລັດ ພວກ​ເດັກນ້ອຍ​ອົບ​ພະ​ຍົບ ມັກ​ຈະ​ເຕີບ​ໃຫຍ່ມາ​ໂດຍບໍ່​ມີ​ໂອກາດ ​ໃນ​ຂະ ນະ​ທີ່ພໍ່​ແມ່​ເຂົາ​ເຈົ້າ​ພາກັນ​ດິ້ນລົນ ​ປັບໂຕ​ໃຫ້​ເຂົ້າ​ກັບ​ຊີວິດ​ໃໝ່ ​ແລະ​ຊຸກຍູ້​ຄອບຄົວ. ​ຫຼາ​ຍຄົນຂອງ​ພວກ​ເດັກນ້ອຍເຫລົ່າ​ນີ້​ພາກັນ​ເຮັດ​ວຽກ​ໜັກ ​ເພື່ອ​ໃຫ້​ບັນລຸ ​ຄວາ​ມຝັນ​ອາ​ເມຣິ ກັນ ​ສຳ​ລັບ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ. ​ແມ່ຍິງ​ຄົນ​ນຶ່ງ​ ທີ່​ພໍ່​ແມ່​ມາ​ຈາກ​ປະ​ເທດ​ລາວ ໄດ້​ບັນລຸ​ຜົນ ສຳ​ເລັດ​ໂດຍສ້າງ App ການຮຽນທີ່​ຍົກ​ຍ້າຍ​ໄປມາ​ໄດ້. ນັບ​ແຕ່​ຜະ​ລິດ​ຕະພັນນີ້​ໄດ້​ເລີ້ິມ​ໃຊ້​ຢ່າງ​ເປັນ​ທາງ​ການກໍ​ມີ ນາຍຄູຫຼາຍ​ກວ່າ 900 ຄົນຢູ່​ໃນ​ແປດ​ປະ​ເທດ​ໃຊ້ App ດັ່ງກ່າວ. Elizabeth Lee ນັກ​ຂ່າວວີ​ໂອ​ເອ ລາຍ​ງານ​ຈາກ Silicon Valley ​ໃນ​ເມືອງ Oakland ລັດ California ຊຶ່ງກິ່ງ​ສະຫວັນ ຈະ​ນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ.

ມັນ​ອາດ​ຍາກສຳລັບ​ບັນດາ​ນັກຮຽນ​ເຫລົ່າ​ນີ້​ທີ່​ຈະ​ວາດ​ມະ​ໂນ​ພາບ​ ແຕ່​ແມ່ຍິງ​ຄົນ​ນຶ່ງ​ທີ່​ເຂົາ​ເຈົ້າ​ຮູ້​ ຊື່ນາງ Ching ​ເຕີບ​ໃຫຍ່​ຢູ່​ໃນ​ຄຸ້ມ​ທີ່​ມີ​ພວກ​ອັນ​ຕະພານ ​ແລະ​ໂຮງຮຽນບໍ່​ດີ.

ນ​າງ Xiao Hoa Michelle Ching ນັກວິ​ສະ​ຫະກິດອາ​ເມຣິກັນ​ເຊື້ອສາຍ​ລາວກ່າວ​ວ່າ “ສິ່ງ​ແວດ​ລ້ອມ ຮູ້ສຶກ​ວ່າ​ຄື​ກັນ​ກັບ​ຄຸກ. ມີ​ດີ້ວ​ເຫລັກຢູ່​ທຸກໆ​ປ່ອງຢ້ຽມ. ພວກ​ນາຍຄູ​ມັກ​ຈະ​ບໍ່​ມາ​ປາກົດ​ໂຕ​ຢູ່​ຫ້ອງ​ຮຽນ.”

ນາງ Ching ມາ​ຈາກ​ຄອບຄົວ​ອົບ​ພະຍົບມາລາວ ຊຶ່ງ​ນາງເປັນ​ລູກ​ສາວ​ດຽວ​ຂອງ​ສາມເອື້ອຍ​ນ້ອງເກີດ​ຢູ່​ໃນ​ສະຫະລັດ. ຊີວິດ​ການ​ເປັນ​ຢູ່​ໃນ​ອາ​ເມຣິກາບໍ່​ໄດ້​ເປັນໄປ​ຢ່າງ​ງາຍ​ດາຍ​ສຳລັບ​ພໍ່​ແມ່​ຂອງ​ນາງ​ເລີຍ.

ນາງ Ching ກ່າວ​ວ່າ “​ເຂົາ​ເຈົ້າ​ມາ​ທີ່​ນີ້ ​ແລະ​ເຂົາ​ເຈົ້າ​ໄດ້​ດິ້ນລົນ​ແທ້ໆ. ຄວາມ​ຈິງ​ແລ້ວ ມາ​ຈົນ​ເຖິງ​ເທົ້າ​ທຸກ​ວັນ​ນີ້​ ເຂົາ​ເຈົ້າ​ບໍ່​ມີ​ສິ່ງ​ຂອງ​ຫຍັງຫລາຍ.”

ຈາກ​ປະສົບ​ການແຕ່​ຄາວ​ຍັງ​ເປັນ​ເດັກນ້ອຍ​ ນາງ Ching ຕ້ອງການຢາກສົ່ງ​ເສີມ​ຊີວິດ​ຂອງ​ພວກ​ທີ່​ພາກັນ​ດິ້ນລົນ ​ກ່ອນ​ອຶ່ນ​ໃນ​ນາມ​ເປັນ​ນາຍຄູສອນ ​ແລະ​ບັດ​ນີ້ ​ເປັນ​ຜູ້​ຄົ້ນ​ພົບ​ເຄື່ອງ​ App ​ການສອນ ທີ່​ຊ່ວຍ​ແກ້​ໄຂ​ບັນຫາ​ທີ່​ພວກ​ນາຍ ຄູ​ຫລາຍ​ຄົນ​ພາກັນ​ປະ​ເຊີນ​ໜ້າ​ຢູ່.

ນາງ Chasmin Moses ນາຍຄູ​ຊັ້ນ ປ. ​ສີ່​ ກ່າວ​ວ່າ “ພວກ​ນັກຮຽນ​ຢູ່​ໃນ​ຫ້ອງ​ຮຽນ​ຂອງ​ຂ້າພະ​ເຈົ້າ ພາກັນ​ອ່ານ​ຈາກ​ຊັ້ນ​ອານຸບານ​ຈົນ​ຮອດຊັ້ນ ປ. ​ຫ້າ” ມັນ​ຫຍຸ້ງ​ຍາກ​ຫຼາຍທີ່​ຈະ​ເປັນ​ນາຍຄູດີ​ເລີດ​ ​ເທົ່າ​ທີ່ສາ​ມ​າດ​ເຮັດ​ໄດ້​ສຳລັບພວກນັກ ຮຽນ​ເຫລົ່າ​ນີ້ ທີ່​ອ່ານ​ຢູ່​ໃນ​ລະດັບ​ແຕກ​ຕ່າງ​ກັນ. ຂ້າພະ​ເຈົ້າ​ສອນ​ປີ​ທຳ​ອິດ. ຂ້າພະ​ເຈົ້າ​ບໍ່​ຮູ້​ຈະ​ເຮັດ​ຢ່າງ​ໃດ.”

ນັ້ນ​ແມ່ນ​ບ່ອນທີ່ app ຊື່ວ່າ Literator ສາມາດ​ສະໜອງ​ການ​ໃຫ້​ຄວາມ​ສົນໃຈ​ແກ່​ບັນດາ​ນັກຮຽນ​ແຕ່​ລະ​ຄົນ​ໄດ້.

ນາງ Xiao Hoa Michelle Ching ກ່າວ​ວ່າ “ນາຍຄູ​ຈະ​ໄດ້​ຮັບຄຳ​ແນະ​ນຳ ​ໃນ​ທັນທີ ​ແລະ​ສາມາດ​ຖາມ​ຄຳ​ຖາມ​ຕ່າງໆ ​ແລະ​ຊຸກ​ຍູ້ນັກຮຽນ​ຄົນ​ນັ້ນ ​ແລະ​ຕັ້ງ​ເປົ້າ​ໝາຍ​ໃນ​ເວລາ​ນັ້ນ ​ເພື່ອ​ຊ່ວຍໃຫ້​ເຂົາ​ເຈົ້າຂຶ້ນ​ຫ້ອງ​ໄດ້.

​ແຕ່​ນາງ Ching ກ່າວ​ວ່າ ຄວາມພະຍາຍາມ ​ທີ່​ຈະ​ເລີ້ມ​ບໍລິສັດ​ຢູ່ Silicon Valley ​ແລະ​ຂໍ​ທຶນ​ຈາກ​ພວກ​ນັກ​ລົງ​ທຶນ​ທາງ​ທຸລະ​ກິດ ສຳລັບ​ບຸກຄົນທີ່​ມີ​ເບື້ອງ​ຫລັງ​ຄື​ນາງ​ນັ້ນ ​ບໍ່ແມ່ນ​ເລື້ອງ​ງ່າຍ​ເລີຍ.

ນາງ Ching ກ່າວ​ວ່າ “ລັກສະນະ​ທີ່​ແທ້​ຈິງຂອງ Silicon Valley ນັ້ນ ແມ່ນຄົນຜິວ​ຂາວ ​ແລະເປັນ​ຜູ້​ຊາຍ ​ແລະ​ສ່ວນ​ໃຫຍ່​ໄປ​ເຂົ້າ​ໂຮງຮຽນ​ຢູ່ມະຫາວິທະຍາໄລ Stanford ຫລື Harvard​. ຂ້າພະ​ເຈົ້າ​ບໍ່​ມີຫຍັງເລີຍ​ຂອງ​ສິ່ງ​ເຫລົ່າ​ນັ້ນ. ຂ້າພະ​ເຈົ້າ​ບໍ່​ໄດ້​ໄປ​ໂຮງຮຽນ​ທີ່​ມີ​ຊື່​ສຽງ ​ແລະ​ບໍ່​ໄດ້​ເກີດ​ມາ​ເປັນ​ຜູ້​ຊາຍ​ຜິ​ວຂາວ ​ເພາະສະ​ນັ້ນ ມັນ​ຈຶ່ງ​ເຮັດ​ໃຫ້​ຫຍຸ້ງຍາກແທ້ໆ​ ສຳລັບ​ຂ້າພ​ະ​ເຈົ້າ ທີ່​ຈະ​ພົວພັນ​ຕິດ​ຕໍ່ປະ ​ເພດ​ນັ້ນ.”

ແຕ່​ວ່າ​ຜົນງານທີ່​ໄດ້​ຮັບ​ຂອງ​ນາງ Ching ເປັນ​ສິ່ງ​ຈູງ​ໃຈ​ໃຫ້ແກ່​ລາວ.

ນາງ Chasmin Moses ນາ​ຍຄູ​ສອນ​ຂັ້ນ ປ. ສີ່ ກ່າວ​ວ່າ “ພວກລູກຂ້າພະ​ເຈົ້າ ປີ​ກາຍ​ນີ້ ຮຽນດີ​ຂຶ້ນ​ສ່ວນ​ໃຫຍ່​ຈາກ​ໂຮງຮຽນ ກ່ຽວ​ກັບການ​ອ່ານ ​ແລະ​ເລກ.”

ນາງ Ching ຍັງ​ໄດ້​ຮັບການ​ກົດ​ດັນ​ຈາກ​ການ​ຕໍ່ສູ້ດິ້ນລົນ​ຂອງ​ພໍ່​ແມ່​ຂອງ​ນາງ.

ນາງ Ching ກ່າ​ວວ່າ “​ເຂົາ​ເຈົ້າ​ເຮັດ​ວຽກ​ໜັກ​ຫລາຍ ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ. ສິ່ງ​ທີ່​ເຮົາ​ຕ້ອງ​ການຢາກ​ເຮັດກໍ​ຄື ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ​ເຂົາ​ເຈົ້າ​ສາມາດ​ຢູ່​ຢ່າງ​ມີຄວາ​ມສຸກ​ໄດ້.”

​ແລະ​ການພິສູດ​ທີ່​ວ່າ ການເຮັດ​ວຽກ​ໜັກນັ້ນແມ່ນ​ໄດ້​ຮັບ​ຜົນ​ຕອບ​ແທນ​ທີ່​ຄຸ້ມ​ຄ່າ ​ເພື່ອ​ໃຫ້​ລູກ​ຂອງ​ເຂົາ​ເຈົ້າ ​ສາມາດ​ບັນລຸ​ຄວາມ​ຝັນອາ​ເມຣິກັນ​ໄດ້.

XS
SM
MD
LG