ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລາຍງານ ຂອງຕຳຫຼວດ Chicago ຂັດແຍ້ງກັນ ກັບວີດີໂອ


Chicago Shooting
please wait
Embed

No media source currently available

0:00 0:00:39 0:00

ພະແນກ​ຕຳຫຼວດນະຄອນ​ຊີ​ຄາ​ໂກ​ ​ໄດ້​ເປີດ​ເຜີີຍ​ລາຍ​ງານ​ຂອງ
​ຕຳຫລວດຫລາຍ​ຮ້ອຍ​ໜ້າ​ໃນຕອນ​ແລງ​ວັນ​ສຸກ​ວານ​ນີ້​ກ່ຽວ​ກັບ​
ການ​ຍິງ​ສັງຫານທ້າວ Laquan McDonald ໜຸ່ມ​ນ້ອຍ​ຜິວ​ດຳ
​ທີ່​ຖືກ​ຍິງ 16​ ລູກ ໂດຍ ​ຕຳຫລວດຜິວ​ຂາວ ທ່ານ Jason Van
Dyke.

ລາຍ​ງານ​ຂອງ​ເຈົ້າໜ້າ​ທີ່​ຕຳຫຼວດຄົນ​ອື່ນໆ ​ຢູ່​ໃນ​ບ່ອນເກີດ​ເຫດ
ຍິງ​ກັນ ທີ່​ນະຄອນ​ຊີ​ຄາ​ໂກ ຫົວ​ເມືອງໃຫຍ່​ອັນ​ດັບ​ສາມ ​ຂອງ​ສະ
ຫະລັດ​ແມ່ນເປັນ​ທີ່​ສົນ​ໃຈ​ໃນ​ລະດັບ​ສ່ວນ​ບຸກຄົນ ຍ້ອນ​ວ່າການ​
ບັນ​ລະ​ຍາຍ​ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນນັ້ນ
ບໍ່ຄື​ກັນ​ກັບ​ວີ​ດີ​ໂອ​ຈາກ​ລົດ​ຂອງ​ຕຳຫຼວດ.

ຢ່າງ​ນ້ອຍ​ຕຳຫຼວດຫ້າ​ຄົນ​ກ່າວ​ຢູ່​ໃນ​ລາຍ​ງານ​ຂອງ​ເຂົາ​ເຈົ້າວ່າທ້າວ McDonald ອາຍຸ 17
ປີ​ ​ແມ່ນ​ພວມ​ແລ່ນ ​ເຂົ້າຫາ​ຕຳຫຼວດ ພ້ອມ​ກັບ​ມີ​ມີດ​ຢູ່​ໃນ​ມື ​ເວລາ​ຜູ້ກ່ຽວຖືກ​ຍິງ.​ ລາຍ​ງານ
​ນຶ່ງ​ເວົ້າວ່າ ທ່ານ Van Dyke ຍິງ​ປືນ​ຂອງ​ລາວ​ໃສ່​ທ້າວ McDonald ​ເພື່ອ​ຢຸດ​ການ​ໂຈມ​ຕີ
​ແຕ່​ແນວ​ໃດ​ກໍ​ຕາມ ວີ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ວ່າ ໜຸ່ມ​ນ້ອຍ​ຄົນ​ນີ້ກຳລັງ​ຍ່າງ​ໜີ​ໄປ​ຈາກ​ພວກ​
ຕຳຫຼວດ ​ເວລາ​ຜູ້ກ່ຽວ​ຖືກ​ຍິງ​ເມື່ອ ​ເດືອນ​ຕຸລາ​ປີ​ 2014.

ລາຍ​ງານ​ສະບັບ​ນຶ່ງ​ ກ່າວ​ວ່າ ທ້າວ McDonald ຍັງ​ສືບ​ຕໍ່​ທີ່​ຈະ​ເຄື່ອນ​ຍ້າຍ ຫລັງຈາກ​ຖືກ​
ຍິງ​ໂດຍ​ທ່ານ Van Dyke.​ ລາວ​ຖືກ​ຍິງ​ຫລາຍໆ​ລູກ​ຫລັງ​ຈາກ​ລົ້ມ​ລົງ​ສູ່ ພື້ນດິນ​ແລ້ວ.

ເບິ່ງວີດີໂອຈາກລົດຕຳຫຼວດ:

XS
SM
MD
LG