ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄະນະກວດກາ​ ​ອາວຸດ​​ເຄມີ ພ້ອມແລ້ວ ທີ່ຈະເກັບກຳ ໂຕຢ່າງ ທີ່ເມືອງດູມາ


ເດັກນ້ອຍຄົນນຶ່ງຮ້ອງໄຫ້ ໃນຂະນະທີ່ກຳລັງເຊັດໜ້າຂອງລາວ ຫຼັງຈາກມີການໂຈມຕີ ດ້ວຍອາວຸດເຄມີ.
ເດັກນ້ອຍຄົນນຶ່ງຮ້ອງໄຫ້ ໃນຂະນະທີ່ກຳລັງເຊັດໜ້າຂອງລາວ ຫຼັງຈາກມີການໂຈມຕີ ດ້ວຍອາວຸດເຄມີ.

ບັນດາ​ຜູ້​ກວດກາ​ ຈາກ​ອົງການ​ເກືອດ​ຫ້າມ​ອາວຸດເຄມີ​ຫຼື OPCW ໄດ້ໄປ​ເຖິງຊີ​ເຣຍ
ແລ້ວ ​ແລະ​ມີ​ກຳນົດ​ ທີ່​ຈະເລີ້ມເກັບ​ກໍາ​ເອົາ​ໂຕ​ຢ່າງ ​ໃນ​ວັນ​ເສົາ​ມື້ີອື່ນ​ນີ້​ ທີ່​ເມືອງ​ດູ​ມາ
ບ່ອນ​ທີ່​ມີ​ການ​ກ່າວ​ຫາວ່າ ມີ​ການ​ໂຈມຕີ​ ດ້ວຍ​ອາວຸດເຄມີ​ ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ໄດ້​ຖີ້ມ​
ໂ​ທດ​ໃສ່​ກຳລັງທະຫານ​ຊີ​ເຣຍ ຂອງ​ປະທານາທິບໍດີບາ​ຊາ ອາລ-ອາຊາດ.

​ໃນະຂະ​ນະ​ທີ່ບັນດາ​ຜູ້​ກວດກາ ຂອງອົງການ OPCW ຈະ​ເກັບ​ກໍາ ​ເອົາ​ໂຕ​ຢ່າງ​ສິ່ງ​
ແວດ​ລ້ອມ ​ເຊັ່ນ​ວ່າ ​ດິນ ຢູ່​ທີ່ບ່ອນ​ເກີດ​ເຫດ ​ແລະໂຕ​ຢ່າງ​ເຊື້ອ​ຊີວະ​ພາບ​ການແພດ
ຮວມທັງ​ເລືອດ​ ຈາກ​ພວກ​ເຄາະ​ຮ້າຍ ທີ່​ຈະ​ສົ່ງ​ໄປ​ໃຫ້ຫ້ອງແລັບ​ ຂອງທາງ​ອົງການ
ໃຫ້ກວດກາເບິ່ງ ແຕ່ແນວໃດກໍຕາມ ອົງການດັ່ງກ່າວ ຈະບໍ່ລົງຄວາມເຫັນ ກ່ຽວກັບ
​ວ່າ ໃຜ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີນີ້.

ມີຜູ້ເສຍຊີວິດຢ່າງ​ໜ້ອຍ 40 ຄົນ​ແລະ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ
ຕີ ໃນ​ອາທິດ​ແລ້ວ​ນີ້ ​ທີ່ເມືອງ​ດູ​ມາ ຢູ່​ໃນເຂດກູຕາຕາເວັນອອກ ທີ່​ຕັ້ງຢູ່ໃນເຂດຊານ
ເມືອງຂອງ​ນະຄອນຫຼວງ​ດາ​ມາສກັສ. ຊີ​ເຣຍ​ໄດ້​ປະຕິ​ເສດ​ຕໍ່ການ​ໃຊ້​ອາ​ວຸດ​ເຄມີ.

​ອົງການ​ຂ່າວ NBC ​ໄດ້​ລາຍ​ງາ​ນວ່າ ລັດຖະບານ​ສະຫະລັດ ​ໄດ້​ຮັບ​ໂຕ​ຢ່າງ​ເລືອດ
​ແລະ​ຍ່ຽວຈາກ​ບ່ອນ​ເກີດ​ເຫດ ທີ່​ໄດ້​ກວດ​ພົບ​ວ່າ ​ມີ​ການ​ໃຊ້ອາ​ວຸດ​ເຄມີ.

ທ່າ​ມກາງ​ທີ່ມີການ​ເຕືອນ​ຂອງຣັດ​ເຊຍ​ວ່າ ບັນຫາ​ຂັດ​ແຍ້​ງທາງ​ທະຫານ​ອາດ​ເກີດ​ຂຶ້ນ​
ກັບ​ສະຫະລັດກ່ຽວ​ກັບ​ຊີ​ເຣຍນັ້ນ ປະທາ​ນາ​ທິບໍດີ​ດໍ​ໂນ​ລ ທຣໍາ​ໄດ້ປະຊຸມ​ກັບທີ່ປຶກສາ
ດ້ານຄວາມ​ໝັ້ນຄົງ​ແຫ່ງຊາດ​ ​ເພື່ອ​ຫາລືກ່ຽວກັບການ​ຕອບ​ໂຕ້​ຂອງ​ສະຫະລັດຕໍ່​ການ
ໂຈມ​ຕີ​ດ້ວຍ​ອາ​ສຸດເຄມີ​ຫວ່າງ​ມໍ່ໆ​ນີ້ຕາມທີ່ມີການກ່າວຫາ ທີ່​ໄດ້​ຖີ້ມ​ໂທດ​ໃສ່​ກຳລັງຊີ
​ເຣຍ ຂອງ​ປະທານາທິບໍດີ ບາ​ຊາ ອາລ-ອາຊາ​ດ.

ປະທານາທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງພິທີ ກ່ຽວກັບນະໂຍບາຍ ການເກັບພາສີ ຢູ່ທີສວນ ດອກກຸຫຼາບ ຢູ່ທຳນຽບຂາວ. ທີ 12 ເມສາ 2018.
ປະທານາທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງພິທີ ກ່ຽວກັບນະໂຍບາຍ ການເກັບພາສີ ຢູ່ທີສວນ ດອກກຸຫຼາບ ຢູ່ທຳນຽບຂາວ. ທີ 12 ເມສາ 2018.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີສ໌ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການໃນ
​ວັນ​ພະຫັດ​ວານ​ນີ້​ວ່າ “ຍັງບໍ່​ມີ​ການ​ຕັດສິນໃຈ ​ຂັ້ນສຸດທ້າຍເທື່ອ. ພວກ​ເຮົາ​ຍັງສືບຕໍ່
​ຊັ່ງຊາ​ເບິ່ງຂ່າວກອງ ​ແລະ​ພົວພັນ​ກັບ​ການ​ສົນທະນາ​ກັບ​ບັນດາ​ພາຄີ​ແລະ​ພັນທະ​ມິດ
​ຂອງ​ພວກ​ເຮົາ.

ກ່ອນກອງ​ປະຊຸມ​ກັບ​ບັນດາ​ຫົວໜ້າ​ປຶ​ກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງຊາດ ​ແລະ​ກອງ
ທັບ ປະທາ​ນາ​ທິບໍດີ​ທຣໍາກ່າວ​ວ່າ ການ​ຕັດສິນ​ໃຈ​ ຈະ​ “​ມີຂຶ້ນໃນ​ບໍ່​ຊ້າ​ນີ້.”

ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ທ່ານ ວາສຊີລີ ເນີເບັນເຊຍ ກ່າວຕໍ່ບັນດານັກຂ່າວຢູ່ນອກກອງປະຊຸຸມ ທີ່ສະຫະປະຊາຊາດ ວັນ ທີ 12 ເມສາ 2018.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ທ່ານ ວາສຊີລີ ເນີເບັນເຊຍ ກ່າວຕໍ່ບັນດານັກຂ່າວຢູ່ນອກກອງປະຊຸຸມ ທີ່ສະຫະປະຊາຊາດ ວັນ ທີ 12 ເມສາ 2018.

ລະຫວ່າງ​ພິທີ​ໃນ​ຕອນ​ສວຍ ​ຢູ່​ທີ່ສວນ​ດອກກຸຫຼາບ​ຂອງ​ທຳນຽບຂາວ ໃນວັນພະຫັດ
ວານນີ້ ຊຶ່ງ​ປະທານາທິບໍດີ​ທຣໍາ​ໄດ້​ກ່າວ​ເຖິງ​ການ​ເພີ້​ມງົບປະມານດ້ານ​ປ້ອງ​ກັນ​ປະ
​ເທດນັ້ນ ປະທານາ​ທິບໍດີ​ໄດ້​ປະກາດ​ວ່າ “ພວກ​ເຮົາ​ຈະ​ມີ​ກອງທັບ​ທີ່​ເຂັ້ມ​ແຂງ​ທີ່​ສຸດ ທີ່
​ພວກ​ເຮົາ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ແລະ​ທ່ານ​ສາມາດ​ຄຶດ​ເຖິງວັນ​ເວລາ​ທີ່​ດີກ​ວ່່າ​ນີ້ ທີ່​ຈະ​ມີ​ໄດ້
​ແມ່ນ​ບໍ? ນີ້​ແມ່ນ​ເວລາ​ທີ່​ພວກ​ເຮົາ​ຕ້ອງການ​ມັນ.”

ບັນດາສະມາຊິກສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນນສຽງ ຫຼັງຈາກການສະເໜີລົງມະຕິການສືບສວນ ອິດສະຫຼະ ຂອງການໃຊ້ອາວຸດເຄມີ ໃນຊີເຣຍ.
ບັນດາສະມາຊິກສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນນສຽງ ຫຼັງຈາກການສະເໜີລົງມະຕິການສືບສວນ ອິດສະຫຼະ ຂອງການໃຊ້ອາວຸດເຄມີ ໃນຊີເຣຍ.

ທ່າ​ມກາງ​ທີ່ມີການຄາດຄະເນ ກ່ຽວກັບການໂຈມຕີທາງອາກາດ ທີ່ນຳພາໂດຍສະຫະ
ລັດ ຮ່ວມກັບ​ພັນທະ​ມິດ​ຫຼາຍ​ປະ​ເທດ ​ໃສ່​ເປົ້າ​ໝາຍ​ຫຼາຍ​ແຫ່ງ​ໃນ​ຊີ​ເຣຍ ທີ່ອາດ​ມີ​ຂຶ້ນ​
ໄດ້ໃນ​ທຸກ​ເວລານັ້ນ ປະທານາທິບໍດີ​ທຣໍາ ​ໄດ້​ເຕືອນຣັດ​ເຊຍ​ ຢ່າງ​ເປີດ​ເຜີຍ​ວ່າ “ລູກ​
ສອນ​ໄຟ​ຈະ​ຖືກຍິງໄປໃສ່​ຊີ​ເຣຍ” ກ່ອນ​ທີ່​ໄດ້ຢືນຢັດ​ຢູ່​ໃນ​ການ​ສົ່ງ​ຂໍ້ຄວາມ​ທາງ​ທວິດ​
ເຕີ ໂດຍກ່າວ​ວ່າ ທ່ານ “ບໍ່​ເຄີຍເວົ້າ​ວ່່າ​ເວລາ​ໃດ​ຈະ​ມີການ​ໂຈມ​ຕີ​ເກິີດຂຶ້ນໃນຊີເຣ​ຍ.”

ອ່ານຂ່າວນີ້ເພີມເປັນພາສາອັງກິດ

XS
SM
MD
LG