ສຳລັບຊາວອັງກິດຜູ້ທີ່ບໍ່ຕ້ອງການຢາກໃຫ້ອອກຈາກສະຫະພາບຢູໂຣບ ແລະຫວັງທີ່ຈະຢຸດການອອກໄປນັ້ນ ແມ່ນມີພຽງແຕ່ຄວາມໂກດແຄ້ນ ແລະຜິດຫວັງ.
ອັງກິດ ໄດ້ຖອນໂຕຢ່າງເປັນທາງການ ອອກຈາກການເປັນສະມາຊິກຂອງສະຫະພາບ ຢູໂຣບເວລາ 11 ໂມງແລງ ຕາມເວລາທ້ອງຖິ່ນໃນວັນສຸກວານນີ້ ຊຶ່ງເປັນການສະຫລຸບ ຂອງຄວາມຂົມຂື່ນດ້ານການເມືອງ ເກືອບສີ່ປີ ໃນການຕໍ່ສູ້ ນັບແຕ່ອັງກິດໄດ້ລົງຄະແນນສຽງ ໂດຍ ສຽງສ່ວນຫຼາຍພຽງເລັກນ້ອຍ ເພື່ອຖອນໂຕອອກຈາກກຸ່ມດັ່ງກ່າວ ຫຼັງຈາກທີ່ໄດ້ເປັນສະມາຊິກມາ 47 ປີ.
ເບັຣກຊິດເກີດຂຶ້ນ ຫຼັງຈາກໄດ້ມີການເລືອກຕັ້ງທົ່ວໄປ 2 ເທື່ອ ແລະການລາອອກ ຂອງນາຍົກລັດຖະມົນຕີ 2 ຄົນ. ການເມືອງອັງກິດໄດ້ປ່ຽນໂສມໜ້າໃໝ່ໂດຍການແບ່ງແຍກຍ້ອນເບັຣກຊິດ.
ຜູ້ສະໜັບສະໜູນເບັຣກຊິດຫຼາຍຮ້ອຍຄົນ ໄດ້ພາກັນໄປໂຮມຊຸມນຸມຢູ່ຈະຕຸລັດສະພານອກສະພາຕ່ຳເພື່ອສະຫຼອງວັນເວລາຂອງປະຫວັດສາດອັງກິດທີ່ໄດ້ຕັດຄວາມສຳພັນກັບສະຫະພາບຢູໂຣບ.
ແລະສ່ວນທີ່ເຫຼືອຂອງປະເທດ ເຫດການທີ່ຕິດຕາມາ ແມ່ນຮວມທັງການສວນສະໜາມ ການສະຫຼອງຕ່າງໆ ແລະໄຕ້ທຽນໄຂ ທີ່ໄດ້ຈັດຂຶ້ນໂດຍຜູ້ສະໜັບສະໜູນ ເບຣັກຊິດ ແລະພວກປະທ້ວງສະໜັບສະໜູນສະຫະພາບຢູໂຣບ.
ນາຍົກລັດຖະມົນຕີທ່ານບໍຣິສ ຈອນສັນ ໄດ້ກ່າວໃນວັນສຸກວານນີ້ວ່າ ເປັນຂີດໝາຍ “ໃນຂະນະເວລາທີ່ມື້ໃໝ່ມາເຖິງ ແລະຜ້າກັ້ງເປີດຂຶ້ນຕໍ່ການປະຕິບັດໃໝ່.”
ທ່ານກ່າວວ່າການຢ່າຮ້າງຈາກບຣັສເຊີລສ໌ໄດ້ “ເປັນຂະນະເວລາປ່ຽນແປງໃໝ່ໃນຄວາມເປັນຊາດທີ່ແທ້ຈິງ ແລະປ່ຽນແປງ” ແລະ “ບໍ່ແມ່ນສິ້ນສຸດ ແຕ່ເປັນການເລີ້ມຕົ້ນ.”
ຢູ່ໃນການສົ່ງທາງຂໍ້ຄວາມທາງທວິດເຕີ ທ່ານຈອນສັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ “ລັດຖະບານຈະສາມັກຄີກັນ ແລະພ້ອມພຽງປະເທດຂອງພວກເຮົາ.” ທ່ານກ່າວເພີ້ມວ່າ “ໃນຂະນະທີ່ພວກເຮົາສ້າງຄວາມສຳພັນໃໝ່ກັບສະຫະພາບຢູໂຣບ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກໆຄົນເຮັດໃຈ ແລະປ່ອຍໃຫ້ການຮຳບາດແຜເລີ້ມຂຶ້ນ.