ໃນລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ແລງວັນອາທິດມື້ນີ້ ທ່ານ ຈັນໂທ ສຸຣິໂຍ ຈາກເມືອງ ເມີຟຣີສໂບໂຣ (Murfreesboro), ລັດເທັນເນສຊີ (Tennesse) ຢູ່ທາງພາກໃຕ້ຂອງ ສະຫະລັດ ຈະມາລົມສູ່ຟັງກ່ຽວກັບປະຫວັດຄວາມເປັນມາຂອງເພິ່ນໃນການມາຕັ້ງຖິ່ນຖານຢູ່ສະຫະລັດ ແລະຊີວິດການເປັນຢູ່ຂອງຊາວລາວໃນເມືອງດັ່ງກ່າວຊຶ່ງ ບົວສະຫວັນ ຈະນຳເອົາບົດສຳພາດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ທ່ານ ຈັນໂທ ສຸຣິໂຍ ເປັນຄົນລາວ ທີ່ມີຜົນສໍາເລັດສູງ ທ່ານນຶ່ງທັງໃນດ້ານ ການສຶກສາ ແລະໜ້າທີ່ການງານຊຶ່ງທ່ານທ່ານເລົ່າກ່ຽວກັບປະຫວັດວຽກງານ ແລະການສຶກສາຂອງທ່ານຈົນກາຍມາເປັນຄະນະກໍາມາທິການດ້ານການພັດທະນາຕົວເມືອງຂອງເຂດຄາວຕີຣູດເຕີຝອດ (Rutherford), ລັດເທັນເນສຊີ (Tennesse) ມາໄດ້ສາມສະໄໝແລ້ວນັ້ນ ສູ່ຟັງວ່າ:
ກ່ອນຈະມາສະຫະລັດນັ້ນ ທ່ານໄດ້ເຮັດວຽກຢູ່ກະຊວງສຶກສາທິການຂອງລັດຖະບານລາດຊະອານາຈັກລາວແລະເຮັດວຽກດ້ານການແປພາສາອັງກິດເປັນພາສາລາວໃຫ້ບັນດາທ່ານໝໍໃນໂຮງໝໍສີສະຫວ່າງວົງ ຊຶ່ງເປັນທະຫານແລະ ກໍເປັນໂຮງໝໍ 103 ໃນປັດຈຸບັນ. ທ່ານບອກທີ່ຈິງແທ້ທ່ານບໍ່ໄດ້ມີຄວາມຕັ້ງ ໃຈຈະມາຕັ້ງຖິ່ນຖານຢູ່ສະຫະລັດເລີຍ ເພາະທ່ານມີຄອບຄົວ ກໍຄືອະດີດພັນ ລະຍາຂອງເພິ່ນ ແລະລູກ 5 ຄົນຢູ່ບ້ານໃນຕອນທີ່ທ່ານເປັນນັກສຶກສາ ມາ ຮຽນໃນປະເທດນີ້ໃນປີ 1972 ນັ້ນ. ແຕ່ວ່າຫລັງຈາກປະເທດຊາດປ່ຽນແປງ ການປົກຄອງແລ້ວ ຕາມຄໍາແນະນໍາຂອງໝູ່ເພື່ອນ ແລະການຟັງຂ່າວຄາວ ຕ່າງໆ ທ່ານຈຶ່ງຕ້ອງໄດ້ຕັດສິນໃຈ ສືບຕໍ່ຕັ້ງຖິ່ນຖານໃນປະເທດນີ້ໄປເລີຍດັ່ງ ທີ່ທ່ານເລົ່າເຖິງເລື້ອງນີ້ສູ່ຟັງວ່າ:
ເນື່ອງຈາກວ່າທ່ານໄດ້ຮັບທຶນມາສຶກສາ ແລະໄດ້ຮັບປະລິນຍາຕີຝ່າຍການສຶກ ສາມັນ ຈຶ່ງບໍ່ເປັນການຍາກທີ່ຈະຊອກຫາວຽກງານທີ່ດີໃນສະຫະລັດ ແລະຮັບ ປະກັນເອົາຄອບຄົວມາຈາກລາວ. ສະນັ້ນຫລັງຈາກຮຽນຈົບແລ້ວໃນປີ 1975 ແລະ ໄດ້ເຮັດວຽກຢູ່ໃນພະແນກສຶກສາ ຂອງລັດເທນເນສຊີ (Tennesse) ທ່ານກໍໄດ້ປະກັນເອົາລູກທັງ 5 ຄົນຈາກລາວມາຢູ່ໃນສະຫະລັດນໍາ.
ກ່ອນປີ 1976 ນອກຈາກທ່ານຈັນໂທ ຊຶ່ງເປັນຄົນລາວຜູ້ທໍາອິດທີ່ໄປຕັ້ງຖິ່ນຖານ ໃນຂົງເຂດນັ້ນ ແມ່ນບໍ່ມີຄົນເຊື້ອສາຍລາວ ອາໄສຢູ່ໃນລັດເທັນເນສຊີ ແລະລັດໃກ້ຄຽງນັ້ນເລີຍ ຊຶ່ງທ່ານເລົ່າສູ່ຟັງວ່າ:
ຕົກມາຮອດທ້າຍປີ 1976 ກໍຄືຫລັງຈາກຄົນລາວໄດ້ອົບພະຍົບໜີອອກຈາກ ປະເທດພ້ອມກັນເປັນຈໍານວນຫລວງຫລາຍຫລັງຈາກປະເທດລາວປ່ຽນແປງ ການປົກຄອງ ດັ່ງທີ່ທ່ານຈັນໂທເລົ່າສູ່ຟັງວ່າ:
ລັດເທນເນສຊີ ທີ່ມີຄ່າຄອງຊີບຖືກ, ພາສີຕໍ່າ ແລະມີວຽກເຮັດງານທໍາຫລາຍ ຈຶ່ງເຮັດໃຫ້ຄົນຍົກຍ້າຍໄປຢູ່ລັດພາກໃຕ້ແຫ່ງນັ້ນ ນັບມື້ນັບຫລາຍຂຶ້ນ ຊຶ່ງສະ ເລ່ຍແລ້ວແມ່ນປະມານ 23 ຄົນຕໍ່ມື້. ສ່ວນຄົນລາວໃນ ຊຸມປີມໍ່ໆ ກໍມີຄົນລາວຍົ ກຍ້າຍມາຈາກລັດອື່ນໄປຕັ້ງຖິ່ນຖານຢູ່ແຫ່ງນັ້ນຫລາຍສົມຄວນ. ພຽງແຕ່ຢູ່ໃນ ເມືອງເມີຟຣີສໂບໂຣ (Murfreesboro) ເທົ່ານັ້ນ ກໍມີຄົນລາວຢູ່ປະມານ 6 ພັນຄົນແລ້ວ ດັ່ງທີ່ທ່ານຈັນໂທໃຫ້ຂໍ້ສັງເກດວ່າ:
ສ່ວນເລື້ອງວຽກງານຂອງຄົນລາວສ່ວນໃຫຍ່ ຢູ່ໃນລັດດັງກ່າວນັ້ນ ແມ່ນເຮັດວຽກ ເຮັດການຢູ່ໃນໂຮງງານຜະລິດລົດ ເຊັ່ນລັດນີສສັນ ແລະເຄື່ອງປະກອບໃສ່ລົດ ຫຍີ່ຫໍ້ດັ່ງກ່າວ ຊຶ່ງຫລາຍຄົນກໍມີລາຍໄດ້ສູງຫລາຍ ດັ່ງທີ່ທ່ານຈັນໂທ ເລົ່າສູ່ຟັງວ່າ:
ໂດຍທົ່ວໄປແລ້ວລູກຫລານຂອງຊາວອົບພະຍົບກໍຄືພວກເຂົ້າເມືອງທີ່ມາຕັ້ງຖິ່ນ ຖານໃໝ່ໃນສະຫະລັດ ແມ່ນມັກຈະໄດ້ປະສົບຄວາມສໍາເລັດສູງໃນອາຊີບການ ງານ ຊຶ່ງເປັນໄປຕາມຄວາມມຸ້ງຫວັງຂອງພໍ່ແມ່ນທີ່ຕັດສິນໃຈຍົກຍ້າຍມາຕັ້ງຖິ່ນ ຖານຢູ່ໃນດິນແດນທີ່ເຕັມໄປດ້ວຍຄວາມຫວັງແຫ່ງນີ້ ເຖິງແມ່ນເຂົາເຈົ້າຈະພົບ ຄວາມລໍາບາກ ໃນການເຮັດວຽກເຮັດການກໍຕາມ ດັ່ງທີ່ທ່ານຈັນໂທ ເລົ່າສູ່ຟັງ ດ້ວຍຄວາມປຶ້ມໃຈນໍາພີ່ນ້ອງລາວວ່າ:
ແລະກໍມີຄົນລາວລຸ້ນໜຸ່ມນ້ອຍຈໍານວນນຶ່ງທີ່ເປັນຄົນທີ່ເກີດແລະໃຫຍ່ໃນສະຫະ ລັດ ນັ້ນ ທີ່ມີກິດຈະການຂອງຕົວເອງ ເຊັ່ນຮ້ານອາຫານ ລາວ, ອາຫານ ໄທ, ຂາຍເຄື່ອງທົ່ວໄປ ຫລື ມີບໍລິສັດ ຂາຍເພີນິເຈີ ແລະ ຮັບເໝົາເຮັດເຮືອນດັ່ງນີ້ເປັນຕົ້ນ. ສ່ວນລູກຂອງທ່ານຈັນໂທ ກໍມີວຽກງານເຮັດດີໝົດ, ຜູ້ນຶ່ງກໍເຮັດວຽກຢູ່ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ.
ຊາວລາວ ບໍ່ວ່າຈະຢູ່ໃນ ຫລື ຕ່າງປະເທດ ສ່ວນໃຫຍ່ແລ້ວແມ່ນ ນັບຖືສາສະ ໜາພຸດ ສະນັ້ນ ບໍ່ວ່າຈະຕົກໄປຢູ່ແຫ່ງຫົນໃດພວກເຂົາເຈົ້າກໍມັກຈະສ້າງວັດວາ ແລະ ສະເພາະຢູ່ໃນເມືອງເມີຟຣີສໂບໂຣ (Murfreesboro) ເທົ່ານັ້ນ ແມ່ນມີ ວັດລາວ ຢູ່ຫລາຍແຫ່ງ ຊຶ່ງທ່ານຈັນໂທເລົ່າລາຍລະອຽດຢູ່ຟັງວ່າ:
ສະຫລຸບແລ້ວທ່ານຈັນໂທ ສຸຣິໂຍ ທີ່ໃນເບື້ອງຕົ້ນເປັນນັກສືກສາທີ່ມາຮຽນຢູ່ໃນສະຫະລັດນັ້ນ ໃນທີ່ສຸດກໍໄດ້ຕັ້ງຖິ່ນຖານອັນໝັ້ນຄົງຢູ່ໃນສະຫະລັດ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວຊຶ່ງມື້ນີ້ແມ່ນ ທ່ານຈັນໂທນ ສຸຣິໂຍ ຈາກເມືອງ (Murfreesboro) ໃນລັດເທັນເນສຊີ (Tennesse) ມາເລົ່າເຖິງເລື້ອງການຕັ້ງຖິ່ນຖານ ແລະຊຸມຊົນລາວໃນເຂດຂອງ ເພິ່ນຢູ່. ຂໍເຊີນບັນດາທ່ານພົບກັບລາຍການຊຸມຊົນລາວ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.