ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈັນດາຣາ ຊນະນິກອນ ຢ້ຽມຢາມ ສຽງອາເມຣິກາ


ຈັນ​ດາຣາ​ ຊນະນິກອນ ຢ້ຽມຢາມ ວິທະຍຸ ສຽງອາເມຣິກາ VOA
ຈັນ​ດາຣາ​ ຊນະນິກອນ ຢ້ຽມຢາມ ວິທະຍຸ ສຽງອາເມຣິກາ VOA
ຈັນ​ດາຣາ ຊນະ​ນິກອນ ກໍ​ຄື​ນຶ່ງ​ໃນ​ຈໍານວນ​ສິນລະປິນລາວ​
ທີ່​ເຕີບ​ໃໝ່​ໃຫຍ່​ລຸນ​ໃນ​ຕ່າງ​ປະ​ເທດ ຈັນ​ດາຣາ ​ເອງ​ຖື​ວ່າ
​ອ່ານ​ພາສາ​ລາວ​ແທບ​ຈະ​ບໍ່​ໄດ້ຊໍ້າ​ ເພາະບໍ່​ໄດ້​ຮຽນ​ພາສາລາວ
​ໄປ​ເຕີບ​ໂຕ​ໃນ​ກຸງ​ປາຣີ ປະ​ເທດ​ຝຣັ່ງ ​ຕັ້ງ​ແຕ່​ຕອນ​ອາຍຸ 11
ຂວບຊຶ່ງ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້ ຈັນ​ດາຣາ​ ໄດ້ໃຫ້​ໂອກາດ VOA ​
ສໍາພາດ​ ຕອນ​ທີ່​ໄດ້ມາ​ຢ້ຽ​ມຢາ​ມກຸງ​ວໍ​ຊິງຕັນ ສະຫະລັດ.
​ຂໍ​ເຊີນ​ຮັບ​ຟັງ​ເບື້ອງ​ຫຼັງຄວາມ​ເປັນ​ມາ​ຂອງ​ສິນ​ລະ​ປິນສາວ​
ຄົນ​ນີ້ວ່າ​ ຈະ​ມີຄວາມເປັນ​ມາຢ່າງ​ໃດ ​ດັ່ງ​ບົດ​ສໍາພາດ​ຕໍ່​ໄປ​ນີ້:

ລິງໂດຍກົງ

ຈັນ​ດາຣາ​ ຊນະນິກອນ
ຈັນ​ດາຣາ​ ຊນະນິກອນ
ນັ້ນ​ແມ່ນສ່ວນ​ນຶ່ງຂອງ​ຜົນງານ​ຊຸດ​ຫຼ້າ​ສຸດ ​ທີ່​ຈັນ​ດາຣາ ຮ້ອງ​ຮ່ວມ
ກັບສິນລະປິນອື່ນ​ໆ​ ໃນ​ປະ​ເທດ​ຝຣັ່ງ​ແລະ​ກາ​ນາ​ດາ ຊຶ່ງ​ກໍໄດ້​ທັງ
ອ້າຍ​ກ໊ອກ ສຸຣິຍະ​ເດດ ສິນລະປິນ​ລາວ​ໃນ​ກາ​ນາ​ດາ ​ແລະ​ເຈົ້າ​
ຄໍາ​ຜາຍ ກຸນ​ລະ​ວຸດ
ນັກ​ປະພັນ​ເພງຈາກ​ເບ​ລຢຽມແຕ່ງບົດ​ເພງ​
ໃຫ້​ຮ້ອງ​ແລ້ວ ຊຶ່ງ​ນັ້ນ​ກໍ​ຍິ່ງ​ສ້າງ​ຄວາມ​ຮັກ​ຄວາມ​ແພງ​ໃຫ້​ບັນດາ​
ສິນລະປິນ​ໃນຕ່າງ​ແດນ​ນັ້ນ ​ຮັກ​ແພງ​ເໝັ້ນ​ແຟ້ນຂຶ້ນ ຊຶ່ງຜົນງານ​
ຫຼາຍ​ຊຸດ​ຂອງ​ຈັນ​ດາຣາ ກໍໄດ້ອອກ​ສູ່ສາຍຕາ​ແຟນ​ເພງ​ມາແລ້ວ​
ຊຶ່ງ​ຊຸດ​ທໍາ​ອິດ​ອອກ​ມາໃນ​ປີ 2004 ​ແລະຫຼັງ​ຈາກ​ນັ້ນ​ກໍ​ມີ​ຜົນງານ
​ຊຸດ​ໃໝ່​ອອກ​ຕິດຕາມ​ມາ​ເລື້ອຍໆ ​ທີ່​ໄດ້​ຮ້ອງ​ຮ່ວມ​ກັບ​ຫຼາຍສິນລະ
ປິນ ຊຶ່ງ​ຈັນ​ດາຣາ ​ເລົ່າ​ເຖິງ​ຜົນງານ​ທີ່​ຜ່ານ​ມາ​ໃຫ້ພວກ​ເຮົາ​ຟັງ​
ຜ່ານ​ການ​ສໍາພາດ​ດັ່ງ​ນີ້:

ລິງໂດຍກົງ

ຈັນ​ດາຣາ​ ຊນະນິກອນ ຢ້ຽມຢາມ VOA
ຈັນ​ດາຣາ​ ຊນະນິກອນ ຢ້ຽມຢາມ VOA


ດັ່ງ​ທີ່​ຊາບ​ກັນ​ນັ້ນ​ວ່າ ຊາວ​ລາວ​ໄດ້​ພັດ​ພາກ​ແລະ​ອົບ​ພະຍົບ​ເຂົ້າ
​ມາລີ້​ໄພ​ໃນ​ຕ່າງປະ​ເທດ ນັບ​ຕັ້ງ​ແຕ່​ປີ 1975 ​ເປັນ​ຕົ້ນ​ມາ​ ຊຶ່ງ​ໄດ້
ກະຈັດກະຈາຍ​ໄປ​ໃນ​ທົ່ວທຸກມຸມໂລກ ຊຶ່ງ​ປະຈຸ​ບັນ​ນີ້​ ​ແຕ່ລະ​ປະຊາ​
ຄົມລາວ​ໃນ​ຕ່າງ​ແດນ​ນັ້ນ​ ຕ່າງ​ກໍ​ໄດ້​ສ້າງ​ເນື້ອ​ສ້າງ​ຕົວ​ເປັນ​ປຶກ​ແຜ່ນ​ໃນດິນ​ແດນ​ໃໝ່ທີ່ພວກ
​ເຂົາ​ເຈົ້າ​ຂະ​ນານ​ນາມ​ວ່າ​ບ້ານ…​ແຕ່​ບໍ່​ໄດ້​ປະ​ຮີດ​ໃຫ້​ໝອງ ປະ​ຄອງໃຫ້​ເສົ້າ ຍັງ​ຮັກ​ຫໍ່​ຕຸ້ມ
ຫຸ້ມກັນ​ດັ່ງ​ເດີມ ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານ​ທີ່​ໃດໆ​ໃນໂລກ ຊຶ່ງ​ຈັນ​ດາຣາ ອະທິບາຍ​ເຖິງຄວາມ
​ຮູ້ສຶກທີ່​ໄດ້​ມາ​ເຫັນ ມາ​ພົບ​ປະ​ກັບ​ປະຊາ​ຄົມ​ລາວ​ໃນ​ສະຫະລັດແລະການາດາວ່າ:

ລິງໂດຍກົງ

​ແລະ​ກ່ອນ​ຈົບ​ການ​ສໍາ​ພາດ ຈັນດາຣາ ​ໄດ້​ຝາກ​ເຖິງ​ຄວາມ​ຮູ້ສຶກ​ສ່ວນ​ຕົວ​ໃຫ້​ກັບ​ແຟນ​ເພງ
​ກ່ຽວ​ກັບ​ຜົນງານ​ຊຸດ​ໃໝ່​ແລະ​ ​ກໍຂໍສົ່ງກໍາ​ລັງ​ໃຈ​ໃຫ້​ແກ່​ພວກ​ນ້ອງໆທີ່​ເຕີບ​ໃຫຍ່ໃນ​ຕ່າງ
ປະ​ເທດ ທີ່ເວົ້າ​ພາສາ​ລາວ​ບໍ່ເກັ່ງ​ ແລະ​ກໍ​ມີ​ໃຈ​ຮັກ​ຢາກ​ຈະ​ມາ​ເອົາ​ດີ​ໃນ​ການ​ເປັນ​ນັກ​ຮ້ອງ
ຊຶ່ງຈັນດາຣາ ​ໄດ້​ກ່າວ​ສະຫຼຸບ​ຜ່ານ​ການ​ສໍາພາດ​ດັ່ງ​ນີ້:

ລິງໂດຍກົງ

ຈັນ​ດາຣາ​ ຊນະນິກອນ ຂັບຮ້ອງໃນງານສັງສັນໃນກຸງ ປາຣີ
ຈັນ​ດາຣາ​ ຊນະນິກອນ ຂັບຮ້ອງໃນງານສັງສັນໃນກຸງ ປາຣີ

ຈັນ​ດາຣາ​ເປັນລູກສາວຂອງ​ທ່ານນາງ​ສະຫວັນ​ດາຣີ ​ເປັນຫຼານ​
ສາວຂອງ​ພະຍາ​ໂງ່ນ ຊນະ​ນິກອນ ອະດີດ​ລັດຖະມົນຕີ​ໃນ​
ສະ​ໄຫມພະຣາດ​ຊະ​ອານາຈັກ​ລາວ ​ແລະ​ປະຈຸ​ບັນ​ນີ້ ​ມີ​ຄອບ​ຄົວ
​ທີ່​ໜ້າ​ຮັກຢູ່​ກຸງ​ປາຣີ ປະ​ເທດ​ຝຣັ່ງ. ວົງ​ການ​ເພງ​ຂອງ​ຊາວ​ລາວ​
ໃນ​ຕ່າງແດນສິນລະປິນ​ ສ່ວນ​ໃຫຍ່​ກໍ​ຈະ​ມີ​ອາຊີບ​ຫຼັກ ​ແລະ​ຍຶດຖື
​ເອົາ​ການ​ຮ້ອງ​ລໍາ​ທໍາ​ເພງເປັນ​ງານ​ເສີມ ທີ່​ເຮັດ​ດ້ວຍ​ໃຈ​ຮັກແທ້ໆ
ຊຶ່ງ​ແຕກ​ຕ່າງ​ໄປ​ຈາກ​ສິນລະປິນ​ມື​ອາຊີ​ບ​ໃນ​ທົ່ວ​ໂລກທີ່​ມີ​ຕະຫຼາດ
​ຮອງ​ຮັບຢ່າງ​ກ້ວາງ​ຂວາງນັ້ນ ຢ່າງສິ້ນເຊີງ ເຖິງ​ຢ່າງ​ນັ້ນ​ກໍ​ເທາະ
ກຸ່ມສິນລະປິນລາວໃນ​ຕ່າງ​ແດນ​ ບໍ່​ວ່າ​ຈະ​ເປັນ​ໃນ​ສະຫະລັດ
ຢູ​ໂຣບ ຫຼື​ແມ່ນ​ແຕ່ອອສ​ເຕຣ​ເລຍ ກໍ​ບໍ່​ໄດ້​ລົດ​ລະ ປະ​ຖິ້ມ​ການ
​ດົນຕີ​ແຕ່ຢ່າງ​ໃດ ພວກ​ເຂົາ​ເຈົ້າເຫຼົ່າ​ນີ້ກັບ​ໃຫ້​ຄວາມ​ສົນໃຈ
​ເອົາ​ໃຈ​ໃສ່ ບາກ​ບັ່ນ ​ພະຍາຍາມ ​ຝຶກ​ຝົນ ​ເພື່ອ​ໃຫ້​ສຽງ​ເພງ​ລາວ
​ ຢູ່​ຄູ່​ກັບ​ລູກ​ຫຼານ​ລາວຕະຫຼອດ​ໄປ...ຕາບ​ນານ​ເທົ່າ​ນານ.

XS
SM
MD
LG